ຣຸມເມນິກເກ ປະກາດອໍາລາປະທານສະໂມສອນ ບາເຢິນ ມິວນິກ ກ່ອນກໍານົດມອບໃຫ້ ຄານ ສານຕໍ່

480

ບາເຢິນ ມິວນິກ ສະໂມສອນຍັກໃຫຍ່ໃນບຸນເດສລີກາ ເຢຍລະມັນ ຢືນຢັນ ຄາ-ໄຮ ຣຸມເມນິກເກ ຂໍລາຈາກຕໍາແໜ່ງປະທານສະໂມສອນ ພ້ອມເປີດທາງໃຫ້ກັບ ໂອລິເວີ ຄານ ຂຶ້ນມາຮັບໜ້າທີ່ແທນ ແລະ ຈະມີການແຕ່ງຕັ້ງຢ່າງເປັນທາງການໃນເດືອນກໍລະກົດ.

ຣຸມເມນິກເກ ກ່າວວ່າ: “ ຂ້ອຍຄິດວ່າມັນເປັນເວລາທີ່ເໝາະສົມແລ້ວ ທັງໃນເຊິງກົນລະຍຸດ ແລະ ມີເຫດຜົນຫຼາຍທີ່ສຸດ, ພວກເຮົາກໍາລັງຈະເຂົ້າສູ່ໄລຍະສິ້ນລະດູການ ແລະ ໃນຂະນະດຽວກັນຍຸດໃໝ່ຂອງພວກເຮົາກໍາລັງເລີ່ມຕົ້ນດ້ວຍຄູຝຶກໃໝ່ຢ່າງ ຢູລຽນ ນາເກິລສ໌ມັນ. ດັ່ງນັ້ນ ລະດູການໃໝ່ເປັນຄວາມຮັບຜິດຊອບຂອງ ໂອລິເວີ ຄານ ໃນຖານະປະທານສະໂມສອນຄົນໃໝ່ ”.

ສໍາລັບ ຣຸມເມນິກເກ ຮັບໜ້າທີ່ເປັນສະໂມສອນ ບາເຢິນ ມິວນິກ ຕັ້ງແຕ່ປີ 2002 ແລະ ຕະຫຼອດໄລຍະເວລາທີ່ລາວລົງຕໍາແໜ່ງສາມາດພາ ບາເຢິນ ມິວນິກ ປະສົບຄວາມສໍາເລັດຢ່າງມະຫາສານ ດ້ວຍການຄວ້າແຊັມ ບຸນເດສລີກາ ເຢຍລະມັນ 14 ສະໄໝ, ເດເອັຟເບ-ໂພຄາລ 10 ສະໄໝ, ຢູຟາ ແຊັມປ້ຽນລີກ 2 ສະໄໝ, ຢູຟາ ຊູເປີ ຄັບ 2 ສະໄໝ ແລະ ຟີຟາ ເວິລ ຄັບ 2 ສະໄໝ.