ມອບ – ຮັບໂຄງການກໍ່ສ້າງ ປ້ອມທະຫານຊາຍແດນ123

377

ໃນວັນທີ 3ມິຖຸນາ 2021 ທີ່ສະໂມສອນກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບ ໂຄງການກໍ່ສ້າງປ້ອມທະຫານຊາຍແດນຈຸດໜອງຫຼວງ ກອງຮ້ອຍ ທະຫານຮ້ອຍຊາຍແດນ123 ເຂດບ້ານດ່ານຖິ່ນເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ພັນເອກ ບຸນມີ ພາມີໄຊຄະນະປະຈຳພັກແຂວງ ເລຂາຄະນະພັກກອງບັນຊາການຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ, ມີສະຫາຍ ເກດແກ້ວ ເມກສະຫວັນ ອຳນວຍການບໍລິສັດໂຊກໄຊ ກໍ່ສ້າງເຄຫາສະຖານ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະແນກການ ທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.


ໃນພິທີ ສະຫາຍ ເກດແກ້ວ ເມກສະຫວັນ ໄດ້ຂຶ້ນຜ່ານໃບມອບ-ຮັບ ໂຄງການກໍ່ສ້າງໃຫ້ເຈົ້າຂອງໂຄງການກອງບັນຊາການທະຫານແຂວງບໍ່ແກ້ວ ຕາມສັນຍາກໍ່ສ້າງໂຄງການດັ່ງກ່າວແມ່ນ03 ເດືອນ ຜ່ານການກໍ່ສ້າງຕົວຈິງໃຊ້ເວລາ 1 ເດືອນກັບ 10 ວັນ ໂຄງການດັ່ງກ່າວໄດ້ສຳເລັດການກໍ່ສ້າງ ແລະ ກວດກາຄວາມຄືບໜ້າ 100% ລວມມູນຄ່າການກໍ່ສ້າງທັງໝົດ 647 ລ້ານກວ່າກີບ.ເຊິ່ງໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດລະອຽດຄື: ເຮືອນນອນຂະໜາດ 7×9 ແມັດ 1ຫຼັງ, ເຮືອນຄົວ-ຫ້ອງອາຫານຂະໜາດ 4×6 ແມັດ 1ຫຼັງ, ຫ້ອງນໍ້າລວມຂະໜາດ 2×3 ແມັດ 1ຫຼັງ, ອ່າງເກັບນໍ້າຂະ ໜາດ 1,2×1,5 ແມັດ 1ອ່າງ, ເສົາທຸງ 1ຈຸດ, ຕິດຕັ້ງໝໍ້ແປງ ໄຟຟ້າຂະໜາດ 30 KVA ພ້ອມ ຕາຂ່າຍໄຟຟ້າ 1 ຈຸດ, ປະກອບ ຕຽງນອນ+ຕູ້ໃສ່ເຄື່ອງ ແລະ ຕູ້ ເຢັນ+ໂທລະພາບ ພ້ອມຈານຮັບ ສັນຍານ 1ຈຸດ.

ຈາກນັ້ນ ສະຫາຍ ເກດແກ້ວ ເມກສະຫວັນ ຜູ້ຮັບເໝົາໂຄງການກໍ່ສ້າງ ແລະ ສະຫາຍ ພັນເອກ ບຸນມີ ພາມີໄຊ ເຈົ້າຂອງໂຄງການ ກໍໄດ້ຂຶ້ນເຊັນບົດບັນທຶກມອບ-ຮັບຢ່າງເປັນທາງການແລະ ມອບໂຄງການດັ່ງກ່າວໃຫ້ກອງຮ້ອຍ ທະຫານຮ້ອຍຊາຍແດນ123 ເປັນຜູ້ຄຸ້ມຄອງປົກປັກ ຮັກສາ ແລະ ນໍາໃຊ້ໃຫ້ມີປະສິດຕິພາບສູງ.

ໂດຍ: ສົມໄຊ ສີລາຈັນ