ແຕ່ງຕັ້ງ ທ່ານ ໄວຄຸນ ອິນຕາ ຂຶ້ນເປັນຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງສາລະວັນ

432

ພິທີປະກາດແຕ່ງຕັ້ງ ທ່ານ ໄວຄຸນ ຕາອິນ ເປັນຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງສາລະວັນ ຄົນໃໝ່ ໄດ້ຈັດຂຶ້ນໃນວັນທີ 3 ມິຖຸນາ 2021  ຢູ່ພະແນກດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ພູທົງ ຄໍາມະນີວົງ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ, ມີ ທ່ານ ຈັດຕຸພົນ ນາຄະວິດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ບັນດາຄະນະພະແນກ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.


ທ່ານ ເພັດສະໝອນ ພາສີ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງ ເລກທີ 358/ຈຂ.ສວ, ລົງວັນທີ 26 ພຶດສະພາ 2021 ວ່າດ້ວຍ: ການແຕ່ງຕັ້ງ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງສາລະວັນ ໂດຍອີງຕາມຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ( ສະບັບປັບປຸງ) ເລກທີ 68/ສພຊ, ໝວດທີ 4, ມາດຕາ 20 ຂໍ້ທີ 11 ສິດຂອງເຈົ້າແຂວງ ໃນການຍົກຍ້າຍ, ແຕ່ງຕັ້ງ ເຊິ່ງໄດ້ແຕ່ງຕັ້ງ ທ່ານ ໄວຄຸນ ອິນຕາ ຫົວໜ້າຂະແໜງຄຸ້ມຄອງບໍ່ແຮ່ ມາເປັນຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ.


ຕອນທ້າຍ, ທ່ານ ພູທົງ ຄຳມະນີວົງ ກໍໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຮຽກຮ້ອງມາຍັງຜູ້ທີ່ໄດ້ຮັບຕຳແໜ່ງໃໝ່ ຈົ່ງສືບຕໍ່ເອົາໃຈໃສ່ໃນການສຶກສາອົບຮົມດ້ານການເມືອງແນວຄິດ, ຮັກສາມູນເຊຶ້ອຄວາມສາມັກຄີ, ຄວາມຮັບຜິດຊອບຂອງຕົນຕໍ່ໜ້າທີ່ວຽກງານໃຫ້ສູງຂຶ້ນກວ່າເກົ່າ, ຍຶດໜັ້ນຫລັກການລວມສູນປະຊາທິປະໄຕ ປັບປຸງແບບແຜນວິທີເຮັດວຽກ, ວິທີນຳພາ ເພື່ອຊຸກຍູ້ວຽກງານພະລັງງານ ແລະ ບໍ່ແຮ່ແຂວງສາລະວັນ ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ຢ່າງຕໍ່ເນື່ອງ.