ໂອເປັກພລັສ ຈະຜະລິດນ້ຳມັນເພີ່ມ 2,1 ລ້ານບາເຣລ/ວັນ

243

ກຸ່ມປະເທດຜູ້ຜະລິດ ແລະ ສົ່ງອອກນ້ຳມັນ ( ໂອເປັກ ) ແລະ ຊາດພັນທະມິດ ( ໂອເປັກພລັສ ) ໄດ້ຕົກລົງກັນໃນວັນທີ 2 ມິຖຸນານີ້ວ່າ ຈະເພີ່ມການຜະລິດນ້ຳມັນຢ່າງຄ່ອຍເປັນຄ່ອຍໄປທ່າມກາງລາຄານ້ຳມັນໃນຕະຫຼາດໂລກເພີ່ມຂຶ້ນນັບມື້.

ລາຍງານລະບຸວ່າ: ກຸ່ມໂອເປັກພລັສ ຈະເພີ່ມການຜະລິດນ້ຳມັນໃນເດືອນກໍລະກົດນີ້ ເຊິ່ງເປັນໄປຕາມການຕັດສິນໃຈໃນເດືອນເມສາຜ່ານມາຂອງໂອເປັກ ທີ່ຈະກັບໄປຜະລິດນ້ຳມັນເພີ່ມຂຶ້ນ 2,1 ບາ ເຣລ/ວັນ ເຂົ້າສູ່ຕະຫຼາດໃນລະຫວ່າງເດືອນພຶດສະພາ ຫາ ເດືອນກໍລະກົດ. ແນວໃດກໍຕາມໂອເປັກພລັສ ຍັງບໍ່ໄດ້ຕັດສິນໃຈກ່ຽວກັບນະໂຍບາຍການຜະລິດ ຫຼັງຈາກເດືອນກໍລະກົດ ໂດຍຈະປະຊຸມກັນອີກໃນວັນທີ 1 ກໍລະກົດນີ້.

ທັງນີ້, ໂອເປັກພລັສ ຄາດການວ່າຄວາມຕ້ອງການຊົມໃຊ້ນ້ຳມັນທົ່ວໂລກ ໃນປີ 2021 ນີ້ ຈະເພີ່ມຂຶ້ນ 6 ລ້ານບາເຣລ/ວັນ ຈຸທີ່ລະດັບ 96,5 ລ້ານບາເຣລ/ວັນ, ຈາກລະດັບ 90,5 ລ້ານບາເຣລ/ວັນໃນປີ 2020.