ດ່ວນ ເກີດເຫດໄຟໄໝ້ ລົດບັນທຸກ ກາງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ

663

ດ່ວນໃນຕອນທ່ຽງຂອງວັນທີ 3 ມີຖຸນາ 2021 ເກີດເຫດໄຟໄໝ້ລົດບັນທຸກຄັນໜຶ່ງ ຢູ່ເທິງທາງດ່ວນ ຢູ່ຈຸດກິໂລແມັດທີ ZK18+000 ຈາກທາງສະຖານີບ້ານບົວໄປຫາສະຖານີນາຊອນຂອງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ,  ເຊິ່ງໄດ້ກີດຂວາງຊ່ອງທາງສຸກເສີນ ແລະ ຊ່ອງທາງສັນຈອນທົ່ວໄປ, ເນື່ອງດ້ວຍເຫດໄຟໄໝ້ໃນຄັ້ງນີ້ໄດ້ກໍ່ໃຫ້ເກີດຄວັນໄຟປົກຄຸມຂ້ອນຂ້າງໜາແໜ້ນ, ຈຶ່ງເຮັດໃຫ້ລົດທີ່ຕາມຫຼັງມາບໍ່ສາມາດສັນຈອນໄດ້.

ພາຍຫຼັງທີ່ພະນັກງານຄຸ້ມຄອງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ໄດ້ຮັບແຈ້ງເຫດດັ່ງກ່າວກໍ່ໄດ້ນຳເອົາອຸປະກອນດັບເພີງໄປຍັງສະຖານທີ່ເກີດເຫດທັນທີ່, ເພື່ອຊ່ວຍເຫຼືອໃນການດັບເພີງຄັ້້ງນີ້, ພ້ອມທັງຊ່ວຍເຫຼືອຜູ້ປະສົບເຫດ, ທັງນີ້ກໍ່ເພື່ອຮັບປະກັນຄວາມປອດໄພຂອງຜູ້ຂັບຂີ່ອື່ນທີ່ສັນຈອນໄປມາ.


ປະຈຸບັນ, ເຈົ້າໜ້າທີ່ດັບເພີງ ແລະ ເຈົ້າໜ້າທີ່ປະຖົມພະຍາບານໄດ້ໄປຮອດຈຸດເກີດເຫດແລ້ວ, ຕອນນີ້ຍັງບໍ່ທັນໄດ້ຮັບລາຍງານວ່າມີຄົນບາດເຈັບ ຫຼື ຄົນເສຍຊີວິດ, ໃນຕໍ່ໜ້າທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ຈະຕັ້ງໜ້າໃຫ້ຄວາມຮ່ວມມືໃນການສືບສວນຫາສາເຫດຂອງອຸປະຕິເຫດໃນຄັ້ງນີ້.