ສ່ອງສະຖານທີ່ສ່ຽງໃໝ່ ທີ່ຜູ້ຕິດເຊື້ອໂຄວິດ-19 ເດີນທາງໄປ

625

ດັ່ງທີ່ຫຼາຍຄົນຮັບຮູ້ໄປແລ້ວຈາກການຖະແຫຼງຂ່າວຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ປະຈຳວັນພຸດ ວັນທີ 03 ມີຖຸນາ ປີ 2021 ເຊິ່ງມີຜູ້ຕິດເຊື້ອໃໝ໋ 9ກໍລະນີ.

ທ່ານ ດຣ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ໃນວັນທີ 2 ມິຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.725 ຕົວຢ່າງ, ກວດພົບຜູ້ຕິດເຊື້ອໃໝ່ 9 ກໍລະນີ ໃນນັ້ນ ຢູ່ນະຄອນຫຼວງວຽງຈັນ 6ກໍລະນີ (ເປັນການຕິດເຊື້ອໃນຊຸມຊົນ); ແຂວງສະຫວັນນະເຂດ 2ຄົນ ແລະ ແຂວງຈໍາປາສັກ 1ຄົນ(ເປັນກໍລະນີນໍາເຂົ້າກວດພົບເຊື້ອໃນແຮງງານລາວທີ່ກັບຄືນມາຈາກປະເທດໄທຖືກຕ້ອງຕາມກົດໝາຍ.)

ເປັນພຽງພາບປະກອບຂ່າວເທົ່ານັ້ນ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນຂ່າວ

ນອກຈາກນີ້ ທ່ານ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ຍັງໄດ້ແຈ້ງໃຫ້ຮູ້ເຖິງສະຖານທີ່ ເຂດສ່ຽງທີ່ຜູ້ຕິດເຊື້ອທັງ 9ກໍລະນີໃໝ່ ຫຼື (ກໍລະນີຢັ້ງຢືນທີ 1935 -1943) ໄດ້ເດີນທາງໄປ ມີຄື ວັນທີ 22/5/2021-23/5/2021 ແລະ ວັນທີ 29/05/2021: ໄປສວນ ຢູ່ບ້ານສິມມະໂນ; ເວລາ 16:00-17:00 ໂມງ ຂອງວັນທີ 30/5/2021 ໄປຕະຫລາດສີຂຽວ ບ້ານດອນກອຍ; ເວລາ 16:00-17:00 ໂມງ ຂອງວັນທີ 02/06/2021 ໄປຕະຫລາດສະພານທອງ ແລະ ຕະຫລາດໂຮງງານ ບ້ານໂພນປ່າເປົ້າ; ວັນທີ 27/05/2021 ແລະ ວັນທີ 30/05/2021 ໄປຫ້ອງແຖວຫຼັງຕະຫລາດໂພນສະຫວ່າງ; ວັນທີ 27/05/2021 ໄປເອົາເຄື່ອງ ຢູ່ເຮືອນໝູ່ບ້ານຫ້ວຍຫົງ ແລະ ວັນທີ 29/05/2021 ໄປກິນເຂົ້າເຮືອນພີ່ນ້ອງບ້ານອາມອນ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນຂ່າວ

ຈາກການລາຍງານຂອງທ່ານ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ປະຈໍາວັນທີ 3 ມິຖຸນານີ້ ເຫັນໄດ້ວ່າບ່ອນສ່ຽງໃໝ່ ທີ່ເປັນເຂດຊຸມຊົນເຂົ້າ-ອອກໜາແໜ້ນ ມີດ້ວຍກັນ 3ຕະຫຼາດຄື ຕະຫຼາດສີຂຽວ ບ້ານດອນກອຍ, ຕະຫຼາດສະພານທອງ ແລະ ຕະຫຼາດໂຮງງານ ບ້ານໂພນປ່າເປົ້າ. ດັ່ງນັ້ນ ຫາກທ່ານໃດ ໄດ້ໄປຕະຫຼາດເຫຼົ່ານີ້ ແລະ ໄດ້ໄປສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ກໍ່ໃຫເຮີບຮ້ອນແຍກຕົນເອງອອກຈາກຄົນອື່ນ ແລະ ປະຕິບັດຕາມມາດຕະການທີ່ຄະນະສະເພາະກິດແນະນໍາຢ່າງເຄັ່ງຄັດ.