ອາທິດນີ້ຫ້າມພາດ ຟລອຍ ຂຶ້ນຊົກກັບ ພອລ ເຊິ່ງຟລອຍ ໝັ້ນໃຈຊະນະສະບາຍໆ

552

ຟລອຍ ເມເວດເທີ ຈູເນຍ ນັກມວຍຊາວອາເມຣິກາ ທີ່ສະກົດຄໍາວ່າເສຍບໍ່ເປັນໃນການຊົກອາຊີບ 50 ໄຟທ໌ຊະນະລວດ ກຽມຂຶ້ນຊົກກັບ ໂລແກນ ພອລ ນັກຢູທູບເບີ ທີ່ເຄີຍຊົກມວຍອາຊີບພຽງ 1 ໄຟທ໌ ໃນວັນທີ 6 ມິຖຸນາ 2021 ຕາມເວລາໃນທ້ອງຖິ່ນ.

ກ່ອນຊົກ ຟລອຍ ອອກມາເປີດເຜີຍວ່າ: ຂ້ອຍເຮັດວຽກໜັກມາຫຼາຍປີ ເພື່ອມາເຖິງຈຸດນີ້ ຈຸດທີ່ສາມາດຮຽກຮ້ອງຫຍັງກໍໄດ້ ແລະ ຂ້ອຍເຊື່ອມັ້ນໃນການເຮັດວຽກຢ່າງສະຫຼາດ ຖ້າຈະມີມີຫຍັງຈັກຢ່າງທີ່ງ່າຍແບບຊົກກັບ ພອລ ແລະ ໝັ້ນໃຈວ່າຊະນະໄດ້ສະບາຍໆ ແນ່ນອນວ່າຂ້ອຍຕ້ອງການຊະນະຍົກໃດກໍໄດ້ຕາມທີ່ໃຈຕ້ອງການ.

ສໍາລັບ ໄຟທ໌ນີ້ຈະກາຍເປັນໄຟທ໌ທີ 3 ທີ່ ຟລອຍ ບໍ່ໄດ້ຊົກກັບນັກມວຍສາກົນອາຊີບ ໃນລະດັບແຖວໜ້າ ໂດຍຄັ້ງທໍາອິດເກີດຂຶ້ນໃນເດືອນສິງຫາ 2017 ຊະນະນ໊ອກ ຄໍເນີ ແມັກເກຣກີ ນັກກີລາຕໍ່ສູ້ແບບປະສົບປະສານຈາກວົງການ UFC ເຊິ່ງສາມາດກວາດເງິນຈາກໄຟທ໌ດັ່ງກ່າວເຖິງ 300 ລ້ານໂດລາ ແລະ ໄຟທ໌ຕໍ່ມາ ເອົາຊະນະນ໊ອກ ເທນຊິນ ນາຊູກາວາ ນັກກີລາຄິກບ໊ອກຊີ້ງຊາວຍີ່ປຸ່ນ ປັດຈຸບັນ ຟລອຍ ອາຍຸ 44 ປີຄອງສະຖິຕິຊົກຊະນະ 50 ໄຟທ໌ລຽນຕິດ, ສ່ວນ ໂລແກນ ພອລ ອາຍຸພຽງ 26 ປີເຄີຍຂຶ້ນຊົກມວຍສາກົນອາຊີບພຽງຄັ້ງດຽວໃນປີ 2019 ໂດຍເສຍໃຫ້ກັບ ເຄເອສໄອ.