ການພັດທະນາໂຄງລ່າງພື້ນຖານ ກິລາ-ກາຍຍະກໍາ

641

ພາກທີ III ການພັດທະນາກິລາ-ກາຍຍະກໍາ
ຫມວດທີ 3 ການພັດທະນາໂຄງລ່າງພື້ນຖານ ກິລາ-ກາຍຍະກໍາ
+ມາດຕາ 46 (ປັບປຸງ) ໂຄງລ່າງພື້ນຖານ ກິລາ-ກາຍຍະກໍາ
ໂຄງລ່າງພື້ນຖານ ກິລາ-ກາຍຍະກໍາ ແມ່ນ ສະຖານການສຶກສາ, ຝຶກແອບ, ຝຶກຊ້ອມ, ສະ ແດງ, ແຂ່ງຂັນ ຊຶ່ງມີ ດັ່ງນີ້:

1. ສະຖານການສຶກສາ ແລະ ສະຖາບັນກິລາ-ກາຍຍະກໍາ ທັງພາກລັດ ແລະ ເອກະຊົນ; 2. ສະໂມສອນກິລາ-ກາຍຍະກໍາ; 3. ໂຮງຮຽນພອນສະຫວັນກິລາ-ກາຍຍະກໍາ; 4. ສູນກິລາ, ສະຖານທີ່ຝຶກແອບ, ຝຶກຊ້ອມ, ສະແດງ ແລະ ແຂ່ງຂັນ; 5. ສະຖານທີ່ບໍລິການກິລາ-ກາຍຍະກໍາ.

+ມາດຕາ 47 (ປັບປຸງ) ຄວາມຮັບຜິດຊອບໃນການພັດທະນາ ໂຄງລ່າງພື້ນຖານ, ພາຫະນະ ແລະ ວັດຖປະກອນ, ການຈັດຕັ້ງ ແລະ ບຸກຄົນທີ່ກ່ຽວຂ້ອງ ມີຄວາມຮັບຜິດຊອບຈັດສັນທີ່ດິນ ເພື່ອສ້າງ ແລະ ປັບປຸງໂຄງລ່າງພື້ນຖານ, ປະກອບພາຫະນະ, ວັດຖຸປະກອນກິລາ-ກາຍຍະກໍາ ທີ່ຂຶ້ນກັບຄວາມຮັບຜິດຊອບ ຂອງຕົນໃຫ້ດີຂຶ້ນເລື້ອຍໆ ເປັນຕົ້ນ ສະຖານການສຶກສາ, ບ້ານ, ເມືອງ, ເທດສະບານ, ນະຄອນ, ແຂວງ, ນະຄອນຫຼວງ, ໂຮງງານ, ສໍານັກງານ, ອົງການ ແລະ ອື່ນໆ.

+ມາເຕາ 48 (ປັບປຸງ) ຄວາມຮັບປິດຊອບຂອງລັດ
ລັດ ມີຄວາມຮັບຜິດຊອບຈັດສັນທີ່ດິນ, ສ້າງໂຄງລ່າງພື້ນຖານ, ປະກອບພາຫະນະ, ວັດຖຸປະກອນກິລາ-ກາຍຍະກໍາ ເພື່ອຮອງຮັບການຝຶກແອບ, ຝຶກຊ້ອມ, ສະແດງ, ແຂ່ງຂັນ ແລະ ເປັນເຈົ້າພາບ ຈັດການແຂ່ງຂັນລະດັບທ້ອງຖິ່ນ, ລະດັບຊາດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ.