ນາຣາທິບ ສິຣິປະພັນ 1ໃນ5 ຜູ້ທີ່ຈະຊີງຕໍາແຫນ່ງ Miss Supranational Laos

883

ທໍາຄວາມຮູ້ຈັກກັບສາວງາມ ດີກຣີນັກຮຽນນອກ ນາຣາທິບ ສີຣິປະພັນ ຫຼື ນາລາ  ປັດຈຸບັນອາຍຸ 23ປີ ຈາກນະຄອນຫຼວງວຽງຈັນ 1ໃນ5 ຂອງຜູ້ທີ່ຖືກຄັດເລືອກ ຈະໄດ້ຄອບຄອງມຸງກຸດ ຂອງ Miss Supranational Laos 2021 ແລະ ຈະສົ່ງໄປປະກວດທີ່ Poland  ເຊິ່ງຈະປະກາດຜົນໃນວັນທີ 5 ມິຖຸນາ 2021ນີ້ ເວົ້າເຖິງສາວງາມຄົນນີ້  ບໍ່ທໍາມະດາເລີຍ ນອກຈາກຄວາມງາມແລ້ວຍັງ ໄດ້ຮັບທຶນການສຶກສາຈາກລັດຖະບານຮັງກາຣີ ຈົບການສຶກສາມາຈາກ Szent István University ປະເທດ Hungary.

ນາລາໄດ້ໃຫ້ສໍາພາດວ່າ: ເວທີ Miss world Laos ເປັນເວທີທຳອິດຂອງຕົນໃນເສັ້ນທາງນາງງາມ ແລະ ເວທີທີສອງກໍ່ຄື Miss Supranational Laos ສ່ວນເວທີອື່ນທີ່ເຄີຍປະກວດຜ່ານມານັ້ນແມ່ນແຂ່ງຮ້ອງເພງ Pepsi Singing Contest ປີ 2013 ເຂົ້າຮອບ 30 ຄົນ  ເວທີນີ້ເຮັດໃຫ້ນ້ອງປ່ຽນຈາກແຕ່ກ່ອນເປັນຄົນຂີ້ອາຍກາຍເປັນຄົນທີ່ກ້າເຂົ້າສັງຄົມຫຼາຍຂຶ້ນ ເຮັດໃຫ້ນ້ອງຕັດສິນໃຈໄປປະກວດໃໝ່ອີກໃນປີ 2014 ແລະ 2015 ໄດ້ເຂົ້າຮອດຮອບ 12 ຄົນສຸດທ້າຍ

ການເຂົ້າປະກວດແນ່ນອນຫຼາຍຄົນມີຈຸດປະສົງດຽວກັນທີ່ມາເວທີນາງງາມແມ່ນຢາກໄດ້ມົງກຸດອັນຊົງກຽດ ແຕ່ຄວາມຕັ້ງໃຈຂອງນ້ອງກ່ຽວກັບເວທີນາງງາມນັ້ນແມ່ນຢາກເປັນໜຶ່ງໃນຕົວແທນທີ່ຈະເປັນກະບອກສຽງໃຫ້ກັບແມ່ຍິງໃນເລື່ອງບັນຫາສິດສະເໝີພາບ ຍິງ-ຊາຍ ນ້ອງຢາກຍົກສູງບົດບາດຂອງແມ່ຍິງໃນສັງຄົມບໍ່ວ່າຈະໃນລາວ ກໍ່ຄືໃນໂລກ ໃຫ້ສູງຂຶ້ນ ເພາະຍັງມີບາງຂົງເຂດ ແລະ ຍັງມີຊ່ອງວ່າງທາງສັງຄົມທີ່ຍັງເຫັນຄວາມບໍ່ສະເໝີພາບທັງ ວິຊາຊີບ ແລະ ຊີວິດສ່ວນຕົວນ້ອງເຊື່ອວ່າແມ່ຍິງມີຄວາມເປັນຜູ້ນຳສູງ ແລະ ເຮົາບໍ່ຄວນປ່ອຍໃຫ້ແມ່ຍິງບາງກຸ່ມ ຖືກກົດຂີ່ຂົ່ມເຫັງບໍ່ວ່າຈະທາງຮ່າງກາຍ ຫຼື ຈິດໃຈ.

ຮູ້ສຶກດີໃຈຫລາຍ ທີ່ ໄດ້ເປັນ 1 ໃນ 5 ຄົນ ທີ່ໄດ້ຄອບຄອງມຸງກຸດອັນຊົງກຽດ ການປະກວດແຕ່ລະເວທີພໍໄດ້ເຂົ້າຮອບມັນເຮັດໃຫ້ນ້ອງເຫັນເປົ້າໝາຍທີ່ຊັດເຈນຂຶ້ນວ່າໂຕເອງຕ້ອງການຫຍັງຈາກເວທີນີ້ ເມື່ອໃກ້ຮອດມື້ປະກາດຜົນເຂົ້າມາກໍຮູ້ສຶກຕື່ນເຕັ້ນຫຼາຍ ແຕ່ກໍຈະເຮັດໜ້າທີ່ຂອງຕົນເອງໃຫ້ດີທີ່ສຸດ ຄຳຄົມ ຫລື ຄະຕິປະຈຳໃຈ Expect nothing, appreciate and be grateful for everything.

ນ້ອງຄິດວ່າສິ່ງທີ່ໄດ້ຈາກເວທີປະກວດໃດກໍຕາມ ແມ່ນການໄດ້ມິດຕະພາບໃໝ່ໆ, ສັງຄົມໃໝ່ ໄດ້ເຮັດໃນສິ່ງທີ່ບໍ່ເຄີຍເຮັດມາກ່ອນເຊັ່ນ ຮຽນວິທີການຍ່າງໃຫ້ງາມ, ການວາງໂຕໃນສັງຄົມ, ກິລິຍາ ມາລະຍາດ ແລະ ຄຸນສົມບັດການຮຽນຮູ້ເຫຼົ່ານີ້ ບໍ່ພຽງແຕ່ໃຊ້ສຳລັບເວທີນີ້ເທົ່ານັ້ນ, ແຕ່ເຮົາສາມາດເອົາໄປປັບໃຊ້ໃນຊີວິດປະຈຳວັນ ແລະ ການເຮັດວຽກອີກດ້ວຍ ທີ່ສຳຄັນເຮັດໃຫ້ນ້ອງເປັນຄົນອົດທົນ ແລະ ມີຄວາມຮັບຜິດຊອບຫຼາຍຂຶ້ນ ເຮັດໃຫ້ເຮົາມີຄວາມຄິດເປັນຜູ້ໃຫຍ່ຂຶ້ນອີກຕື່ມ ອີກຢ່າງຫນຶ່ງທີ່ສໍາຄັນຄືຄວາມອັດທະຍາໄສດີ, ຮອຍຍິ້ມ, ໄຫວພິບປະຕິພານ  ຄວາມສາມາດໃນການຮ້ອງເພງ, ພາສາອັງກິດ (ນ້ອງຄິດວ່າມັນສຳຄັນຫຼາຍໃນການໄປເວທີລະດັບໂລກ) ແລະ ການຮັບມືກັບບັນຫາ ຈາກປະສົບການທີ່ນ້ອງໄດ້ໄປຮຽນຢູ່ຕ່າງປະເທດເຮັດໃຫ້ນ້ອງໄດ້ຮຽນຮູ້ ການເອົາຕົວລອດໃນຍາມເຮົາຢູ່ຄົນດຽວ ການພົບຄົນຫຼາກຫຼາຍຮູບແບບ, ຫຼາກຫຼາຍວັດທະນະທຳ ແລະ ຄວາມຄິດຂອງເຂົາເຮັດໃຫ້ນ້ອງບໍ່ຕື່ນທີ່ຈະໄປປະເຊີນກັບສາວງາມປະເທດອື່ນ.

ສຸດທ້າຍນີ້ນາຣາ ຂໍຝາກທຸກຄົນ ຊ່ວຍເຊຍໃຫ້ກໍາລັງໃຈດ້ວຍການ ໂຫວດ,ກົດໄລ້ ,ກົດແຊທີ່ເພຈ Miss Supranational Laos ມີສຊຸບປຣາເນຊັນແນລລາວ ເພື່ອໃຫ້ນ້ອງໄດ້ເປັນກະບອກກສຽງໜຶ່ງທີ່ນໍາວັດທະນະທໍາອັນດີງາມຂອງປະເທດລາວເພື່ອເຜີຍແຜ່ໃນເວທີສາກົນ ແລະ ສາມາດຕິດຕາມການເຄື່ອນໄຫວຕ່າງໆໄດ້ຜ່ານທາງ ເຟສບຸກ Narathip NaLa