ເສດຖະກິດອິນເດຍ ຂະຫຍາຍຕົວ 1,6% ໃນໄຕມາດ 1

310

ສຳນັກງານສະຖິຕິແຫ່ງຊາດອິນເດຍ ໄດ້ເປີດເຜີຍຕົວເລກລວມຍອດຜະລິດຕະພັນພາຍໃນ ( GDP ) ຂອງອິນເດຍໃນໄຕມາດ 1 ຂອງປີ 2021 ຂະຫຍາຍຕົວ 1,6% ເມື່ອທຽບປີຕໍ່ປີ ເຊິ່ງສູງກວ່າທີ່ນັກວິເຄາະຄາດການໄວ້ ເຊິ່ງຄາດວ່າ 1% ແລະ ດີກວ່າໄຕມາດ 4 ຂອງປີ 2020 ທີ່ຂະຫຍາຍຕົວພຽງ 0,5%.

ລາຍງານລະບຸວ່າ: ອິນເດຍໄດ້ປັບຄາດການ ຈີດີພີ ໃນປີງົບປະມານ 2021 ຈາກ -8% ສູ່ລະດັບ -7,3% ເມື່ອທຽບປີຕໍ່ປີ.
ແນວໃດກໍຕາມ, ມຸມມອງຂອງນັກວິເຄະຂ້ອນຂ້າງເບິ່ງໃນແງ່ລົບຕໍ່ເສດຖະກິດອິນເດຍ ໃນໄຕມາດ 2 ຂອງປີ 2021 ເຊິ່ງອາດຂະຫຍາຍຕົວຊ້າລົງ ເນື່ອງຈາກວ່າໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ຮອບໃໝ່ຢ່າງຮຸນແຮງ ໂດຍການລະບາດຮອບໃໝ່ໜັກໜ່ວງກວ່າຮອບທຳອິດຫຼາຍເທົ່າ ເຊິ່ງໄດ້ສົ່ງຜົນກະທົບຕໍ່ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ເຊິ່ງອາດຈະເຮັດໃຫ້ເສດຖະກິດອິນເດຍ ທີ່ອາໄສອຸປະສົງ ( ຄວາມຕ້ອງການ ) ຈາກຜູ້ບໍລິໂພກພາຍໃນຫຼາຍກວ່າ 55% ເກີດຊະລໍຕົວລົງ.