OECD ຄາດ ເສດຖະກິດໂລກຈະຂະຫຍາຍຕົວ 5,8% ແຕ່ຍັງມີຄວາມທ້າທາຍຫຼາຍປະການ

281

ສຳນັກຂ່າວ ເອເອັຟພີ ລາຍງານວ່າ: ອົງການເພື່ອການຮ່ວມມື ແລະ ພັດທະນາດ້ານເສດຖະກິດ ( OECD ) ໄດ້ເຜີຍແຜ່ບົດລາຍງານຄາດການເສດຖະກິດໂລກ ເມື່ອວັນທີ 31 ພຶດສະພາຜ່ານມາ ໂດຍໄດ້ປັບການຄາດການເສດຖະກິດໂລກ ໃນປີ 2021 ຈາກ 5,6% ຂຶ້ນເປັນ 5,8% ເນື່ອງຈາກຫຼາຍປະເທດໄດ້ຮັບການຊ່ວຍເຫຼືອຈາກນາໆຊາດຖ່ວງທັນເວລາ ແລະ ມີປະສິດທິພາບຢ່າງທີ່ບໍ່ເຄີຍປາກົດມີມາກ່ອນ.

ທ່ານ ນາງ ລໍເຣັນ ບູນ ຫົວໜ້າຄະນະນັກເສດຖະສາດຂອງ OECD ກ່າວວ່າ: ພາບລວມເສດຖະກິດໂລກມີຄວາມສົດໃສຂຶ້ນ ແຕ່ກໍຍັງມີສິ່ງທ້າທາຍນາໆປະການ ເນື່ອງຈາກການຂະຫຍາຍຕົວຂອງເສດຖະກິດໂລກຍັງບໍ່ສະໝ່ຳສະເໝີ ເຊິ່ງເຫັນໄດ້ຊັດເຈນວ່າ ສະຫະລັດອາເມຣິກາ ແລະ ສປ ຈີນ ມີການຂະຫຍາຍຕົວໃນຈັງຫວະສູງ, ໃນຂະນະທີ່ຍີ່ປຸ່ນ ແລະ ເຢຍລະມັນ ແລະ ອີກຫຼາຍປະເທດທີ່ມີເສດຖະກິດຂະໜາດໃຫຍ່ຍັງມີຈັງຫວະການຂະຫຍາຍຕົວຊ້າ. ນອກຈາກນີ້, ຍັງມີອຸປະສັກທີ່ເປັນແຮງຕ້ານທານອີກຫຼາຍຢ່າງ ເປັນຕົ້ນແມ່ນການກະຈາຍວັກແຊັງປ້ອງກັນໂຄວິດ – 19 ໄປຍັງບັນດາປະເທດເສດຖະກິດໃໝ່ ລວມທັງປະເທດມີລາຍຮັບຕ່ຳຍັງບໍ່ພຽງພໍ ເຊິ່ງໄດ້ກາຍເປັນໄພຄຸກຄາມຕໍ່ພື້ນຖານດ້ານເສດຖະກິດຂອງປະເທດເຫຼົ່ານັ້ນ ທີ່ຍັງມີສັກກະຍະພາບໃນການອອກມາດຕະການສະໜັບສະໜູນໄດ້ຕ່ຳກວ່າປະເທດທີ່ມີເສດຖະກິດເຂັ້ມແຂງ.

“ ຕາບໃດທີ່ປະຊາກອນຈຳນວນຫຼາຍຂອງໂລກ ຍັງບໍ່ທັນໄດ້ຮັບວັກແຊັງ ພວກເຮົາທຸກຄົນກໍຍັງມີຄວາມສ່ຽງຕໍ່ການຕິດເຊື້ອ ໂດຍສະເພາະເຊື້ອໄວຣັສກາຍພັນນັ້ນເອງ ”, ທ່ານ ນາງ ລໍເຣັນ ບູນ ກ່າວ.