ເຂົ້າປຽກເຂົ້າປາດໍຣີ້ ນ້ຳຊຸບໃສ ເຂົ້າບໍ່ເລະປາບໍ່ຄາວ ແຊບຖືກໃຈ

821

ເຂົ້າປຽກເຂົ້າ ອາຫານເຊົ້າຫຼາຍຄົນອາດຄິດຮອດເຂົ້າປຽກໝູ ຫຼື ໄກ່ ແຕ່ຖ້າເບື່ອໆລອງມາເຮັດເຂົ້າປຽກປາກັນລອງເບິ່ງດີບໍ່ ຜູ້ຂຽນຂໍແນະນຳວິທີເຮັດເຂົ້າປຽກເຂົ້າປາດໍຣີ້ ຊີ້ນປາສີຂາວເດັ້ງໆ ກັບເຂົ້າທີ່ຕົ້ມບໍ່ເລະ ໃສ່ນ້ຳຊຸບ ສຸດທ້າຍໂຮຍກະທຽມຈຽວ ແລະ ພິກໄທ ແຊບ ກິນໄດ້ທຸກມື້ໄດ້ເລີຍ.

May be an image of food

ສ່ວນປະສົມ: ປາດໍຣີ້ 300 – 500 ກຣາມ, ເກືອ 1/2 ບ່ວງຊາ, ເຂົ້າຈ້າວ 1 ຖ້ວຍ, ຫອມບົ່ວໃບ, ຫອມປ້ອມ.

ສ່ວນປະສົມນ້ຳຊຸບ: ນ້ຳ 1,5 ລິດ, ກະທຽມ, ພິກໄທ, ຮາກຫອມປ້ອມ, ສະອິວຂາວ 2 ບ່ວງແກງ, ນ້ຳມັນຫອຍ 1 ບ່ວງແກງ.

ສ່ວນປະສົມກະທຽມຈຽວ: ກະທຽມສັບ 2 ບ່ວງແກງ ແລະ ນ້ຳມັນ 2 ບ່ວງແກງ.

ວິທີປຸງນ້ຳຊຸບ

ປຸງຕາມສູດໄດ້ເລີຍ.

ວິທີລວກປາບໍ່ໃຫ້ຄາວ

ໃສ່ນ້ຳລົງໃນໝໍ້ ຕື່ມເກືອເພື່ອດັບຄາວ ນ້ຳເລີ່ມຮ້ອນໃສ່ປາດໍຣີ້ລົງໄປລວກຈົນນ້ຳຟົດແຮງ ເພື່ອໃຫ້ຊີ້ນເດັ້ງ ສະອາດ ແລະ ບໍ່ມີກິ່ນຄາວ ນໍາໄປລ້າງດ້ວຍນ້ຳທຳມະດາ ຫຼື ນ້ຳເຢັນ.

May be an image of food

ວິທີເຮັດກະທຽມຈຽມ

ຄ້າງໝໍ້ກະທະໃສ່ນ້ຳມັນລົງໄປ ໃສ່ກະທຽມລົງໄປຈຽວດ້ວຍໄຟອ່ອນ ຈຽວຈົນເຫຼືອງກອບ

ວິທີເຮັດເຂົ້າປຽກເຂົ້າປາດໍຣີ້

ນ້ຳຊຸບຟົດໃສ່ເຂົ້າຈ້າວສຸກ 1 ຖ້ວຍ ຫຼື ແລ້ວແຕ່ປະລິມານທີ່ກິນ ຕັກຟອງອອກເພື່ອໃຫ້ນ້ຳຊຸບໃສ.

ເມື່ອໝໍ້ຟົດແລ້ວໃສ່ປາດໍຣີ້ລົງໄປ.

ຕັກເສີບຮ້ອນໆໂຮຍດ້ວຍກະທຽມຈຽວຫອມໆ ແລະ ຫອມບົ່ວ, ຫອມປ້ອມ ຫຼື ຖ້າໃຜມັກຂີງຫອມໆກໍໃສ່ໄດ້ ກິນຮ້ອນໆຍາມເຊົ້າແຊບຖືກໃຈແນ່ນອນ.

May be an image of food

ທີ່ມາ: https://cooking.kapook.com/view240773.html