“ ວັກແຊັງພູມແພ້ ” ທາງເລືອກສຳລັບຄົນເປັນພູມແພ້ ເພື່ອຄຸນນະພາບຊີວິດທີ່ດີຂຶ້ນ

1126

ສຳລັບໃຜທີ່ເປັນພະຍາດພູມແພ້ແລ້ວ ການມີວັກແຊັງພູມແພ້ຖືວ່າເປັນຂ່າວດີ ເພາະວັກແຊັງຈະຊ່ວຍຫຼຸດອາການທີ່ເປັນລົງໄດ້ ເຮັດໃຫ້ບໍ່ຕ້ອງກິນຢາໄປຕະຫຼອດ ແລະ ມີໂອກາດທີ່ຈະຫາຍຂາດເປັນປົກກະຕິໄດ້ອີກ.

May be an image of 1 person

ວັກແຊັງພູມແພ້ຄືຫຍັງ?

ວັກແຊັງພູມແພ້ ( Allergen Immunotherapy ) ຄືການໃຊ້ສານສະກັດຈາກສານກໍ່ພູມແພ້ທີ່ແພ້ມາໃຫ້ກັບເຂົ້າສູ່ຮ່າງກາຍເພີ່ມຂຶ້ນເທື່ອລະໜ້ອຍໆ ເພື່ອໃຫ້ຮ່າງກາຍສາມາດສ້າງພູມຕ້ານທານຂຶ້ນມາໃໝ່ຕໍ່ສິ່ງທີ່ແພ້ ແຕ່ວັກແຊັງພູມແພ້ນັ້ນບໍ່ຄືກັບວັກແຊັງທີ່ເຮົາສັກໃນຕອນນ້ອຍ ເພາະວັກແຊັງທີ່ສັກໃນຕອນນ້ອຍ ສັກເພື່ອສ້າງພູມຄຸ້ມກັນ ແລະ ປ້ອງກັນພະຍາດ ເຊັ່ນ: ວັກແຊັງປ້ອງກັນໄຂ້ຫວັດໃຫຍ່, ວັກແຊັງປ້ອງກັນບາດພະຍັກ, ໄອໂກນ, ຄໍຕີບ. ສ່ວນວັກແຊັງພູມແພ້ບໍ່ໄດ້ສັກເພື່ອປ້ອງກັນພະຍາດແຕ່ສັກເພື່ອຮັກສາພະຍາດພູມແພ້.

ວັກແຊັງພູມແພ້ເໝາະກັບໃຜ?

ວັກແຊັງພູມແພ້ເໝາະກັບພະຍາດໂພງດັງ ແລະ ເຍື່ອບຸຕາອັກເສບຈາກພູມແພ້ ( Allergic Rhinoconjunctivitis ) ພະຍາດຫອບຫືດຈາກພູມແພ້ ( Allergic asthma ) ພະຍາດຜື່ນຜິວໜັງອັກເສບຈາກພູມແພ້ ( Atopic Dermatitis ) ທີ່ໃຊ້ຢາປິ່ນປົວອາການຫຼາຍຊະນິດແລ້ວບໍ່ດີຂຶ້ນ ບໍ່ຢາກກິນຢາ ຫຼື ມີອາການຂ້າງຄຽງຈາກການໃຊ້ຢາ.

No photo description available.

ວັກແຊັງພູມແພ້ມີວິທີຮັກສາຈັກແບບ?

ການໃຫ້ວັກແຊັງມີ 2 ຮູບແບບ ຄື: ສັກເຂົ້າກ້ອງຜິວໜັງ ( Subcutaneous ) ແລະ ອົມກ້ອງລີ້ນ ( Sublingual ) ໂດຍຈະຕ້ອງຮູ້ສາເຫດການແພ້ຢ່າງສະເພາະເຈາະຈົງໃນຄົນເຈັບແຕ່ລະຄົນກ່ອນ ດ້ວຍການກວດວິທີ SPT ຫຼື Blood Test for Specific IgE ເພື່ອພິຈາລະນາເລືອກການປິ່ນປົວໃຊ້ສານສະກັດຈາກສານກໍ່ພູມແພ້ໄດ້ຖືກກັບສາເຫດ ຫຼັງຈາກນັ້ນເລືອກວິທີການ ຮູບແບບການປິ່ນປົວທີ່ເໝາະສົມແກ່ຄົນເຈັບ ໂດຍພິຈາລະນາຕາມສາເຫດທີ່ແພ້ ໄລຍະອາຍຸ ແລະ ຄວາມເໝາະສົມ ເຊັ່ນ: ຊະນິດອົມກ້ອງລີ້ນໃຊ້ໄດ້ໃນຄົນເຈັບແພ້ຝຸ່ນທີ່ມີອາຍຸ 12 ປີຂຶ້ນໄປ ເນື່ອງຈາກຕ້ອງອາໄສຄວາມຮ່ວມມືຂ້ອນຂ້າງຫຼາຍ.

ສຳລັບວັກແຊັງຊະນິດສັກເຊົ້າກ້ອງຜິວໜັງນັ້ນໃນໄລຍະທຳອິດ ( Induction Phase ) ສັກ 1 ຄັ້ງ/ອາທິດ ເປັນຢ່າງໜ້ອຍ ແລ້ວຄ່ອຍໆເພີ່ມປະລິມານວັກແຊັງເທື່ອລະໜ້ອຍ ຈົນກວ່າໄດ້ລະດັບສູງສຸດທີ່ຄົນເຈັບຮັບໄດ້ ອາດໃຊ້ໄລຍະເວລາປະມານ 2 – 3 ເດືອນ ແລ້ວແຕ່ຄົນ, ໄລຍະຖັດໄປ ( Maintenance Phase ) ສັກໃຫ້ຫ່າງຂຶ້ນໄດ້ເດືອນລະ 1 ຄັ້ງ ເພື່ອກະຕຸ້ນໃຫ້ສ້າງພູມໃໝ່ໄດ້ຢ່າງຕໍ່ເນື່ອງ ແລະ ໃຊ້ຕໍ່ເນື່ອງດົນ 3 – 5 ປີ ເພື່ອປະສິດທິພາບດີທີ່ສຸດ.

May be an image of one or more people and text

ປະໂຫຍດຂອງວັກແຊັງພູມແພ້

ເປັນການປິ່ນປົວທີ່ຖືກຈຸດ ແກ້ບ່ອນກົນໄກຂອງພະຍາດໂດຍກົງ.

ຄົນເຈັບທີ່ຕອບສະໜອງຕໍ່ວັກແຊັງ ແລະ ສັກຢ່າງສະໝໍ່າສະເໝີຈະຊ່ວຍໃຫ້ອາການພູມແພ້ດີຂຶ້ນ.

ຫຼຸດການກິນຢາ, ໃຊ້ຢາໄດ້.

ອາດຊ່ວຍປ້ອງກັນຄົນເຈັບດັງອັກເສບພູມແພ້ ບໍ່ໃຫ້ດຳເນີນພະຍາດເປັນພະຍາດຫືດ.

ອາດປ້ອງກັນການແພ້ສານໃໝ່ເພີ່ມຕື່ມໃນອະນາຄົດ.

ທີ່ມາ: https://www.sanook.com/health/28805/?utm