ວັກແຊງ ຟາຍເຊີ (Pfizer BioNTech) ມາຮອດລາວແລ້ວ ພ້ອມຕັ້ງເປົ້າສັກໃຫ້ ຜູ້ທີ່ມີອາຍຸ 60 ປີຂຶ້ນໄປ ແລະ ຜູ້ທີ່ເປັນພະຍາດຊໍ້າເຮື້ອ

750

ໃນວັນທີ 2 ມິຖຸນາ ປີ 2021 ສປປ ລາວ ໄດ້ຮັບວັກແຊງກັນພະຍາດໂຄວິດ-19 ຊຸດໃໝ່ ຈາກໂຄງການການຮ່ວມມືເພື່ອວັກແຊງກັນພະຍາດໂຄວິດ-19 (COVAX Facility), ຊຶ່ງເປັນການຮ່ວມມືກັນລະຫວ່າງ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi), ອົງການຢູນິເຊັບ (UNICEF) ແລະ ອົງການອະນາໄມໂລກ (WHO). ວັກແຊງກັນພະຍາດໂຄວິດ-19 ຊຸດໃໝ່ນີ້ເເມ່ນປະກອບມີວັກຊີນຟາຍເຊີ (Pfizer BioNTech) ຈຳນວນ 100.620 ໂດສ. ອີງຕາມແຜນປະຕິບັດການສັກວັກແຊງກັນພະຍາດໂຄວິດ-19 ແຫ່ງຊາດ ທີ່ລັດຖະບານແຫ່ງ ສປປ ລາວ ໄດ້ພັດທະນາຂຶ້ນ, ວັກແຊງຊຸດນີ້ເເມ່ນຈະໄດ້ນຳໃຊ້ເພື່ອທຳການສັກຢາກັນພະຍາດໃຫ້ແກ່ປະຊາກອນຈຳນວນ 50.300 ຄົນ ທີ່ມີອາຍຸ 60 ປີຂຶ້ນໄປ ແລະ ເປັນພະຍາດຊໍ້າເຮື້ອ. ການສັກວັກຊີນດັ່ງກ່າວນີ້ຈະໄດ້ເລີ່ມຈັດຕັ້ງປະຕິບັດຢູ່ໃນ ນະຄອນຫຼວງວຽງຈັນ ເປັນຕົ້ນ ແລະ ຈະໄດ້ຖືກຜັນຂະຫຍາຍໄປສູ່ເຂດທີ່ມີຄວາມສ່ຽງສູງອື່ນໆ ເຊັ່ນ: ແຂວງບໍ່ແກ້ວ, ແຂວງຈຳປາສັກ ແລະ ແຂວງສະຫວັນນະເຂດ.

ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: “ການມາຮອດຂອງວັກແຊງ ຟາຍເຊີ ແມ່ນທັນການກັບເປົ້າໝາຍ ທີ່ລັດຖະບານແຫ່ງ ສປປ ລາວ ໄດ້ວາງໄວ້ໃນການສັກວັກແຊງກັນພະຍາດໂຄວິດ-19 ເພຶ່ອປົກປ້ອງ 50% ຂອງຈຳນວນປະຊາກອນທັງໝົດໃນປີ 2021. ວັກຊີນເຫລົ່ານີ້ຈະຊ່ວຍໃຫ້ພວກເຮົາສາມາດກ້າວໄປສູ່ການບັນລຸເປົ້າໝາຍດັ່ງກ່າວ. ຂ້າພະເຈົ້າຍັງຂໍເນັ້ນຕື່ມອີກວ່າ ເຖິງເເມ່ນວ່າວັກແຊງຈະຊ່ວຍໃຫ້ບັນດາປະເທດຕ່າງໆຄວບຄຸມພະຍາດໂຄວິດ-19, ພວກເຮົາກໍຍັ່ງຕ້ອງສືບຕໍ່ປະຕິບັດການຮັກສາໄລຍະຫ່າງທາງສັງຄົມ,ໃສ່ໜ້າກາກອະນາໄມ ເເລະ ໝັ່ນລ້າງມືຂອງຕົນເປັນປະຈຳ, ເຖິງແມ່ນວ່າທ່ານໄດ້ສັກຢາວັກແຊງກັນພະຍາດໂຄວິດ-19 ຄົບ 2 ເຂັມແລ້ວກໍ່ຕາມ.”

ວັກແຊງກັນພະຍາດໂຄວິດ-19 ທີ່ນຳໃຊ້ໃນ ສປປ ລາວ ເເມ່ນໄດ້ຜ່ານຂັ້ນຕອນການທົດສອບດ້ານການພັດທະນາ ແລະ ຄວາມປອດໄພຢ່າງເຂັ້ມງວດ ເເລະ ກົມອາຫານແລະຢາ ຂອງກະຊວງສາທາລະນະສຸກ ໄດ້ເຮັດການປະເມີນຫຼັກຖານ, ຜົນປະໂຫຍດ ແລະ ຄວາມສ່ຽງແລ້ວ. ວັກແຊງຟາຍເຊີ ໄດ້ຖືກອະນຸມັດເຂົ້າໃນລາຍຊື່ການນຳໃຊ້ສຸກເສີນຂອງ ອົງການອະນາໄມໂລກ ໃນວັນທີ 31 ເດືອນທັນວາ ປີ 2020.

ທ່ານ ດຣ. ມາກ ຈາກອບສ໌, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ກ່າວວ່າ: “ພວກເຮົາຍິນດີຕ້ອນຮັບດ້ວຍຄວາມປຶ້ມປິຕິ ວັກແຊງຟາຍເຊີ ຊຸດນີ້ຈາກໂຄງການ COVAX Facility. ໃນປະຈຸບັນນີ້, ວັກແຊງກັນພະຍາດໂຄວິດ-19 ທັງ 3 ຊະນິດ ທີ່ໄດ້ນຳໃຊ້ໃນ ສປປ ລາວ ລ້ວນແຕ່ຖືກອະນຸມັດເຂົ້າໃນລາຍຊື່ການນຳໃຊ້ສຸກເສີນຂອງ ອົງການອະນາໄມໂລກ ແລ້ວ ເເລະ ຮັບປະກັນເຖິງຄຸນນະພາບ, ຄວາມປອດໄພ, ແລະ ປະສິດທິຜົນ ຂອງວັກຊິນເຫລົ່ານີ້. ຂ້າພະເຈົ້າຂໍຖືໂອກາດນີ້ສະເເດງຄວາມຊົມເຊີຍຕໍ່ລັດຖະບານແຫ່ງ ສປປ ລາວ ໃນການເສີມສ້າງຂີດຄວາມສາມາດໃນການຮອງຮັບວັກແຊງ ຟາຍເຊີ ຊຶ່ງເປັນວັກຊີນທີ່ຕ້ອງການ ການເກັບຮັກສາເປັນພິເສດເພື່ອຮັກສາປະສິດທິພາບຂອງວັກແຊງ.” ວັກແຊງຟາຍເຊີ ເປັນວັກຊີນທີ່ຕ້ອງການ ການເກັບຮັກສາໃນອຸນຫະພູມເຢັນເຖິງ ລົບ 70 ອົງສາເຊນຊຽດ ເພື່ອຮັກສາປະສິດທິພາບຂອງວັກແຊງ, ດັ່ງນັ້ນຈຶ່ງຕ້ອງການໃຫ້ມີລະບົບຄວາມເຢັນພິເສດ (Ultra-Cold Chain). ໃນປະຈຸບັນນີ້, ສະຖາບັນປັດສະເຕີ (Institute Pasteur du Laos) ໄດ້ຈັດກຽມຕູ້ແຊ່ແຂງພິເສດ 2 ໜ່ວຍໃໝ່ໄວ້ສະເພາະສຳລັບຢາວັກແຊງກັນພະຍາດໂຄວິດ-19 ຊຶ່ງສາມາດເກັບຮັກສາວັກຊີນຟາຍເຊີ ໄດ້ເຖິງ 740.000 ໂດສ. ຍິ່ງໄປກ່ວານັ້ນ, ສູນວິເຄາະ-ລະບາດວິທະຍາແຫ່ງຊາດ (National Centre Laboratory Epidemiology) ຍັງໄດ້ຈັດກຽມຕູ້ແຊ່ແຂງພິເສດ 1 ໜ່ວຍ ຊຶ່ງສາມາດເກັບຮັກສາວັກແຊງຟາຍເຊີ ໄດ້ເຖິງ 300.000 ໂດສ. ອົງການອະນາໄມໂລກ ໄດ້ຈັດຊື້ຕູ້ແຊ່ແຂງພິເສດຕື່ມອີກ 3 ໜ່ວຍ ເຊິ່ງສາມາດເກັບຮັກສາວັກຊີນໄດ້ປະມານ 360.000 ໂດສ ເພື່ອນໍາໃຊ້ທັງໃນນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆ. ຕູ້ແຊ່ແຂງພິເສດ ຈາກອົງການອະນາໄມໂລກ ເເມ່ນຢັງຈະຊ່ວຍປະກອບສ່ວນເພີ່ມເຂົ້າໃສ່ຕູ້ເຢັນອີກຈຳນວນ 157 ໜ່ວຍ ຈາກອົງການຢູນິເຊັບ ແລະ ອີກ 20 ໜ່ວຍ ທີ່ອົງການອະນາໄມໂລກ ໄດ້ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ເເລ້ວ ເພື່ອເສີມສ້າງຄວາມສາມາດດ້ານລະບົບຄວາມເຢັນພິເສດເພື່ອຮອງຮັບວັກຊີນ.

ທ່ານນາງບີອາເຕ ດາສເຕລ໌, ວ່າການແທນຜູ້ຕາງໜ້າອົງການຢູນິເຊັບ ກ່າວວ່າ: “ການມາຮອດຂອງວັກແຊງຄັ້ງລ້າສຸດນີ້ ເປັນຫຼັກໝາຍອັນສຳຄັນໜຶ່ງອີກໃນການຕອບໂຕ້ຕໍ່ການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ແລະ ເປັນບາດກ້າວໜຶ່ງຕໍ່ການຮັບປະກັນການເຂົ້າເຖິງວັກແຊງກັນພະຍາດໂຄວິດ-19 ແບບເທົ່າທຽມ ແລະ ເປັນທໍາໃນທົ່ວໂລກ. ຂ້າພະເຈົ້າກໍ່ຂໍສະແດງຄວາມຊົມເຊີຍຕໍ່ລັດຖະບານແຫ່ງ ສປປ ລາວ ໃນການຕອບຮັບແກ້ໄຂບັນດາກໍລະນີໂຄວິດ-19 ໃໝ່ ໃນປະເທດຢ່າງມີປະສິດຕິຜົນ ແລະ ໃນການດຳເນີນການສັກວັກແຊງຢ່າງວ່ອງໄວ ເພື່ອປົກປ້ອງປະຊາຊົນລາວ. ອົງການຢູນິເຊັບ ແລະ ຄູ່ຮ່ວມງານຂອງພວກເຮົາຈະສືບຕໍ່ເຮັດວຽກຮ່ວມມືກັນຢ່າງໃກ້ຊິດ ເພື່ອສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ໃນການຕອບໂຕ້ຕໍ່ການລະບາດຂອງພະຍາດໂຄວິດ-19 ໃນປະເທດ, ລວມເຖິງການຈັດຊື້ວັກແຊງ.” ນອກຈາກວັກແຊງແລ້ວ, ໃນວັນທີ 6 ເດຶອນມິຖຸນາ, ສປປ ລາວ ຍັງຈະໄດ້ຮັບການສະໜອງເຂັມສັກຢາຈຳນວນ 100.700 ເຂັມ ແລະ ກ່ອງສໍາລັບຂີ້ເຫຍື້ອບໍ່ອະເຊື້ອ 1,175 ກ່ອງ ຕື່ມອີກ ຊຶ່ງແມ່ນອົງການຢູນິເຊັບໄດ້ຈັດຊື້ໃຫ້.

ການຂົນສົ່ງວັກແຊງຊຸດທຳອິດທີ່ໄດ້ຮັບການສະໜັບສະໜູນຈາກໂຄງການ COVAX Facility ປະກອບມີວັກຊີນ AstraZeneca/Oxford ຈຳນວນ 132.000 ໂດສ ເຊິ່ງໄດ້ມາຮອດປະເທດລາວແລ້ວ ໃນວັນທີ 20 ເດືອນມີນາ ທີ່ຜ່ານມານີ້. ດັ່ງນັ້ນ ວັກຊີນຊູຸດລ້າສຸດນີ້ແມ່ນຈະເປັນ ວັວັກແຊງ ຊຸດທີ່ສອງທີ່ໄດ້ຮັບການສະໜັບສະໜູນຈາກໂຄງການ COVAX Facility ໃນ ສປປ ລາວ ເເລະ ຄາດວ່າຈະໄດ້ຮັບວັກຊີນເພີ່ມອີກພາຍໃນທ້າຍປີນີ້. ໂຄງການວັກແຊງໂຄວິດ-19 ແມ່ນນຳພາໂດຍ ອົງການກາວີ (Gavi), ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການອະນາໄມໂລກ (WHO) ແລະ ເຮັດວຽກຮ່ວມມືກັບ ອົງການຢູນິເຊັບ (UNICEF) ລວມທັງທະນາຄານໂລກ, ອົງການຈັດຕັ້ງທາງສັງຄົມ, ຜູ້ຜະລິດ ແລະ ອື່ນໆ. ໂຄງການ COVAX ແມ່ນສ່ວນໜຶ່ງຂອງແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 ACT ຫຼື Access to COVID-19 Tools Accelerator ເຊິ່ງເປັນການຮ່ວມມືລະດັບໂລກເພື່ອເລັ່ງການພັດທະນາ, ການຜະລິດ, ແລະການເຂົ້າເຖິງການທົດສອບ, ການຮັກສາ ແລະ ການສັກວັກຊີນທີ່ມີຄວາມສະເໝີພາບ.