ມາຮອດລາວແລ້ວ ວັກຊີນຟາຍເຊີກຽມພ້ອມສັກໃຫ້ 3 ກຸ່ມເປົ້າໝາຍບຸລິມະສິດ

630

ໄດ້ຂົນສົ່ງມາຮອດລາວແລ້ວ ໃນວັນທີ 2 ມິຖຸນານີ້ ສຳລັບ ວັກຊີນຟາຍເຊີ (Pfizer BioNTech) ເຊິ່ງເປັນວັກຊີນກັນພະຍາດໂຄວິດ-19 ຊຸດໃໝ່ຈາກໂຄງການການຮ່ວມມືເພື່ອກັນພະຍາດໂຄວິດ-19 (COVAX Facility) ປະກອບມີວັກຊີນຟາຍເຊີ (Pfizer BioNTech) ຈຳນວນ 100.620 ໂດສ.


ວັກຊີນຊຸດດັ່ງກ່າວເເມ່ນຈະໄດ້ນຳໄປສັກໃຫ້ປະຊາຊົນລາວຈຳນວນ 50.300 ຄົນ ທີ່ມີອາຍຸ 60 ປີຂຶ້ນໄປ ແລະ ເປັນພະຍາດຊໍ້າເຮື້ອ(ພະຍາດປະຈຳໂຕ) ວັກຊີນຊຸດໃໝ່ນີ້ ໄດ້ປະກອບສ່ວນຢ່າງຕັ້ງໜ້າແກ່ລັດຖະບານແຫ່ງ ສປປ ລາວ ໃນການບັນລຸເປົ້າໝາຍການສັກວັກຊີນກັນພະຍາດໂຄວິດ-19 ແກ່ປະຊາກອນໃຫ້ຈໍານວນ 50% ພາຍໃນປີ 2021.


ໂດຍລັດຖະບານແຫ່ງ ສປປ ລາວ ໄດ້ເສີມສ້າງຄວາມສາມາດຂອງລະບົບຄວາມເຢັນພິເສດໃນປະເທດໃຫ້ສາມາດຮອງຮັບວັກຊີນຟາຍເຊີ, ທີ່ຕ້ອງເກັບຮັກສາໃນອຸນຫະພູມເຢັນເຖິງ ລົບ 70 ອົງສາເຊນຊຽດ ເພື່ອຮັບປະກັນປະສິດທິພາບຂອງວັກຊີນ.

ສຳລັບວັກຊີນໂຄວິດໄຟເຊີ້ (Pfizer-covid vaccine) ຫຼື ມີຊື່ທາງການວ່າ BNT162b2 ເປັນວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ຄິດຄົ້ນໂດຍບໍລິສັດໄຟເຊີ້ (Pfizer) ຮ່ວມກັບບໍລິສັດສັນຊາດເຢຍລະມັນຊື່ໄບໂອເອັນເທັກ (BioNTech)
ໂດຍຈາກການສຶກສາວັກຊີນໄຟເຊີ້ກັບຜູ້ເປັນອາສາສະໝັກກວ່າ 43.000 ຄົນ ພົບວ່າວັກຊີນໄຟເຊີ້ມີປະສິດທິພາບເຖິງ 95% ເຊິ່ງສູງກວ່າທີ່ອົງການອາຫານ ແລະ ຢາ ສະຫະລັດ (Food and Drug Adminitstation: FDA) ຕັ້ງໄວ້ໃນການອະນຸມັດສຸກເສີນຢູ່ທີ່ 50%.


ວັກຊີນໂຄວິດໄຟເຊີ້ກໍ່ຄືກັນກັບວັກຊິນຊະນິດອື່ນໆທີ່ຕ້ອງສັກທັງໝົດທັງໝົດ 2 ເຂັມ ໂດຍເຂັມທີ 2 ຫ່າງຈາກເຂັມທຳອິດ 21 ມື້ ໃຊ້ວິທີການສັກເຂົ້າກ້າມຊີ້ນຕົ້ນແຂນ.
ສຳລັບບ້ານເຮົາແລ້ວວັກຊິນຟາຍເຊີຈາກໂຄແວັກສ໌ຊຸດນີ້ ແມ່ນຈະມີ 3 ກຸ່ມບູລິມະສິດທີ່ຈະໄດ້ຮັບໄດ້ແກ່:
1. ຜູ້ສູງອາຍຸ 60 ປີ ຂື້ນໄປ ໃນນັ້ນຈະຕ້ອງໄດ້ກວດເບິ່ງບັດປະຈໍາຕົວ ຫຼື ສໍາມະໂນຄົວ ຫຼື ຫຼັກຖານຢືນຢັນອື່ນໆ ທີ່ບົ່ງບອກອາຍຸ ຢ່າງລະອຽດ


2. ຜູ້ທີ່ມີພະຍາດປະຈໍາຕົວ* (18 ປີ ຂຶ້ນໄປ) ກຸ່ມນີ້ກໍ່ເຊັ່ນດຽວກັນຈະມີການກວດເບິ່ງຫຼັກຖານການປິ່ນປົວ ຫຼື ການບົ່ງມະຕິພະຍາດ ຫຼື ຢາທີ່ກິນເປັນປະຈໍາ (ໃຫ້ມີເອກະສານຢັ້ງຢືນປະຫວັດການປີ່ນປົວ) / ຜູ້ທີ່ມີນໍ້າໜັກມວນສານຮ່າງກາຍ (BMI) ເກີນ > 30
BMI = ນໍ້າໜັກ/ສ່ວນສູງກຳລັງ 2


ຜູ້ທີ່ມີພະຍາດປະຈໍາຕົວທີ່ຈະໄດ້ຮັບພິຈາລະນາໃຫ້ສັກວັກຊີນຟາຍເຊີປະກອບມີ: ພະຍາດໝາກໄຂ່ຫຼັງ, ເບົາຫວານ, ພະຍາດຫົວໃຈ, ພະຍາດທາງເດີນຫາຍໃຈ, ພະຍາດຕັບ, ພະຍາດຕຸ້ຍ (BMI >30 kg/m2), ມະເຮັງ, ຜູ້ທີມີຄວາມປົກຜ່ອງທາງດ້ານພູ້ມຄູ້ມກັນ ລວມທັງຜູ້ທິມີການປ່ຽນຖ່າຍອະໄວຍະວະ, ຜຸ້ທີ່ມີຄວາມດັນເລືອດສູງ, ຜູ້ທີມີຄວາມຜິດປົກກະຕິທາງດ້ານພັນທຸກໍາມາແຕ່ກໍາເນີດ (Down syndrome)

3. ພະນັກງານແພດ ຫຼື ພະນັກງານດ່ານ ເຈົ້າໜ້າທີ່ ທີ່ພາດໂອກາດສັກວັກຊີນຜ່ານມາ

ຮູບພາບຈາກ: UNICEF Laos.