ຈີນ ອອກນະໂຍບາຍໃໝ່ ໃຫ້ມີລູກໄດ້ບໍ່ເກີນ 3 ຄົນ

272

ສຳນັກຂ່າວ ເອເອັຟພີ ລາຍງານເມື່ອວັນທີ 31 ພຶດສະພາຜ່ານມາວ່າ: ທາງການຈີນ ໄດ້ປັບນະໂຍບາຍວາງແຜນຄອບຄົວຄືນໃໝ່ ໂດຍອະນຸຍາດໃຫ້ຄູ່ສາມີ – ພັນລະຍາສາມາດມີລູກໄດ້ສູງສຸດບໍ່ໃຫ້ເກີນ 3 ຄົນ, ຫຼັງຈາກທີ່ຜົນສຳຫຼວດປະຊາກອນຫຼ້າສຸດສະແດງໃຫ້ເຫັນເຖິງປະຊາກອນຜູ້ອາຍຸສູງເພີ່ມຂຶ້ນຢ່າງໄວວາ.

ເປັນເວລາເກືອບ 40 ປີ ທີ່ທາງການຈີນໃຊ້ນະໂຍບາຍໃຫ້ຄູ່ຜົວ – ເມຍມີລູກໄດ້ພຽງຄົນດຽວ ກ່ອນຈະປັບນະໂຍບາຍໃນປີ 2016 ອະນຸຍາດໃຫ້ມີລູກໄດ້ບໍ່ເກີນ 2 ຄົນ ເນື່ອງຈາກມີ ຄວາມກັງວົນເລື່ອງແຮງງານທີ່ມີອາຍຸຫຼາຍຂຶ້ນ ອາດຈະສົ່ງຜົນກະທົບຕໍ່ເສດຖະກິດ.

ແນວໃດກໍຕາມ, ເຖິງວ່າທາງການຈີນ ໄດ້ມີນະໂຍບາຍກະຕຸ້ນໃຫ້ຄູ່ຜົວ – ເມຍມີລູກໄດ້ 2 ຄົນ ແຕ່ອັດຕາການເກີດຂອງ ສປ ຈີນ ກໍຍັງຫຼຸດລົງສູ່ຈຸດຕ່ຳສຸດໃນປະຫວັດການໃນປີ 2020 ດ້ວຍຈຳນວນເດັກເກີດໃໝ່ພຽງ 12 ລ້ານຄົນ ເຊິ່ງມີຜົນມາຈາກອັດຕາການແຕ່ງດອງໃນຊຸມປີຜ່ານມາຫຼຸດລົງ, ຈາກອັດຕາເກີດຫຼຸດລົງດັ່ງກ່າວ ຜູ້ຊ່ຽວຊານຄາດການວ່າອາດຈະຂາດແຄນແຮງງານທີ່ໜຸ່ມນ້ອຍ ແລະ ຈະມີຜູ້ອາຍຸສູງຫຼາຍຮ້ອຍລ້ານຄົນໃນປີ 2050 ເຊິ່ງຄາດວ່າຈະກວມປະມານ 1/3 ຂອງປະຊາກອນຈີນ.