ໂອເປັກພລັສ ຈະຜະລິດນ້ຳມັນເພີ່ມ 2,1 ລ້ານບາເຣລ/ວັນ

232

ກຸ່ມປະເທດຜູ້ຜະລິດ ແລະ ສົ່ງອອກນ້ຳມັນ (ໂອເປັກ) ແລະ ຊາດພັນທະມິດ (ໂອເປັກພລັສ) ໄດ້ຕົກລົງກັນໃນວັນທີ 2 ມິຖຸນານີ້ວ່າ ຈະເພີ່ມການຜະລິດນ້ຳມັນຢ່າງຄ່ອຍເປັນຄ່ອຍໄປ ທ່າມກາງລາຄານ້ຳມັນໃນຕະຫຼາດໂລກເພີ່ມຂຶ້ນນັບມື້.


ລາຍງານລະບຸວ່າ: ກຸ່ມໂອເປັກພລັສ ຈະເພີ່ມການຜະລິດນ້ຳມັນໃນເດືອນກໍລະກົດນີ້ ເຊິ່ງເປັນໄປຕາມການຕັດສິນໃຈໃນເດືອນເມສາຜ່ານມາຂອງໂອເປັກ ທີ່ຈະກັບໄປຜະລິດນ້ຳມັນເພີ່ມຂຶ້ນ 2,1 ບາເຣລ/ວັນ ເຂົ້າສູ່ຕະຫຼາດໃນລະຫວ່າງເດືອນພຶດ ຫາ ເດືອນກໍລະກົດ. ແນວໃດກໍຕາມໂອເປັກພລັສ ຍັງບໍ່ໄດ້ຕັດສິນໃຈກ່ຽວກັບນະໂຍບາຍການຜະລິດຫຼັງຈາກເດືອນກໍລະກົດ ໂດຍຈະປະຊຸມກັນອີກໃນວັນທີ 1 ກໍລະກົດນີ້.


ທັງນີ້ ໂອເປັກພລັສຄາດການວ່າ ຄວາມຕ້ອງການຊົມໃຊ້ນ້ຳມັນທົ່ວໂລກໃນປີ 2021 ນີ້ ຈະເພີ່ມຂຶ້ນ 6 ລ້ານບາເຣລ/ວັນ ຈຸທີ່ລະດັບ 96,5 ລ້ານບາເຣລ/ວັນ, ຈາກລະດັບ 90,5 ລ້ານບາເຣລ/ວັນໃນປີ 2020.