ຕິດເກມ ເສຍເງິນໜັກ ຈົນລົງມືກໍ່ເຫດ ດຶງສາຍຄໍຄຳ ໜັກ 6 ບາດ

1345

ເກີດເຫດ ຊິງຊັບ ຢູ່ບ້ານໂພນກຸງ ນະຄອນປາກເຊ ແຂວງຈຳປາສັກ ໃນວັນທີ 4 ກຸມພາ 2021 ໄດ້ຮັບແຈ້ງຄວາມຈາກທ້າວຄຳຕັນ 58 ປີ ໄດ້ມີຄົນຮ້າຍ 1 ຄົນ ໄດ້ຂັບຂີ່ລົດຈັກສະກຸບປີ້ສີຂາວ ບໍ່ມີປ້າຍ ປະຊາຊົນບ້ານໂພນກຸງ ນະຄອນປາກເຊ ໄດ້ມາດຶງເອົາສາຍຄໍຄຳ ນໍ້າໜັກ 6 ບາດໃນຄໍ ຢູ່ຂ້າງຮ້ານອາຫານແຫ່ງໜຶ່ງຢູ່ບ້ານໂພນກຸງ ນະຄອນປາກເຊ ແຂວງຈຳປາສັກ.


ຜ່ານການລົງສືບໄປມາຂອງເຈົ້າໜ້າທີ່ ໃນວັນທີ 1 ເມສາ 2021 ຈຶ່ງຮູ້ວ່າ ຄົນຮ້າຍລົງມືກໍ່ເຫດຊື່ ທ້າວ ຄຳທະວີ ອາຍຸ 31 ປີ ສັນຊາດລາວ ອາຊີບກຳມະກອນ ຢູ່ບ້ານຫໍພະແກ້ວ ເມືອງໂພນທອງ ແຂວງຈຳປາສັກ, ຜ່ານການສືບສວນສອບສວນຜູ້ກ່ຽວໄດ້ຮັບສາລະພາບວ່າ: ໃນເດືອນກຸມພາ 2019 ໄດ້ລັກເອົາເງິນເມຍ ຈຳນວນ 15 ລ້ານກີບ ໄປຫຼີ້ນເກມຈົນໝົດ ດັ່ງນັ້ນຈຶ່ງຢ້ານເມຍຮູ້ ໃນເດືອນກັນຍາ 2020 ຜູ້ກ່ຽວໄດ້ເຂົ້າຫວຍນຳໝູ່ຢູ່ບ້ານຈັດສັນ ນະຄອນປາກເຊ ແຂວງຈຳປາສັກ ແລະ ເປຍຫວຍໄດ້ເງິນຈຳນວນ 22 ລ້ານກີບແລ້ວເອົາໄປແທນເງິນເມຍທີ່ລັກໄປ.


ຈາກນັ້ນກໍ່ບໍ່ມີເງິນໃສ່ຫວຍຕໍ່ ມາຮອດວັນທີ 4 ກຸມພາ 2021 ຈຶ່ງໄດ້ຂີ່ລົດຈັກສະກຸບປີ້ໄປເຂດບ້ານໂພນກຸງ ພໍຜ່ານໄປກໍ່ເຫັນທ້າວຄຳຕັນ ໃສ່ສາຍຄໍຄຳຂີ່ລົດຈັກສວນທາງກັນ ກໍ່ເລີຍຄິດຢາກໄດ້ຄຳໄປຂາຍໄປໃຫ້ຄ່າຫວຍ ຈຶ່ງໄດ້ຂັບລົດຕາມຫຼັງທ້າວຄຳຕັນ ພ້ອມຂີ່ລົດໄປຮຽງຂ້າງແລ້ວດຶງເອົາສາຍຄໍຄຳແລ້ວລົບໜີໄປ.


ຈາກນັ້ນກໍ່ເອົາຄຳໄປຂາຍຢູ່ຮ້ານຂາຍຄຳແຫ່ງໜຶ່ງຢູ່ຕະຫຼາດດາວເຮືອນນະຄອນປາກເຊ ໂດຍໄດ້ເງິນ 50.200,000 ກີບ ຈາກນັ້ນກໍ່ເອົາໄປໃສ່ຫວຍ ແລະ ໃຊ້ຈ່າຍຟູມເຟືອຍ ແລະ ຫຼີ້ນເກມຈົນໝົດ ສຸດທ້າຍກໍ່ຖືກຈັບເພື່ອລົງໂທດຕາມກົດໝາຍ.