ໂຄງການພັດທະນາ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ

1973

ໂຄງການພັດທະນາ ທ່າບົກ ທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ຖືເປັນໂຄງການການລົງທຶນພັດທະນາຂະໜາດໃຫຍ່ທີ່ນອນຢູ່ໃນໂຄງການພັດທະນາພື້ນຖານໂຄງລ່າງຂອງລັດຖະບານ ສປປ ລາວ.

ໂຄງການນີ້ແມ່ນໜຶ່ງໂຄງການບູລິມະສິດຂອງຍຸດທະສາດ ພັດທະນາເຂດໂລຊິດສະຕິກ ແຫ່ງຊາດ ປີ 2016-2025 ໂດຍ ເປັນການຜັນຂະຫຍາຍດຳລັດ ຂອງລັດຖະບານ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ຍຸດທະສາດການພັດທະນາເຂດໂລຊິດ ສະຕິກ ຂົນສົ່ງສິນຄ້າ ຂອງ ສປປ ລາວ ເລກທີ158/ລບ, ລົງວັນທີ 27 ພຶດສະພາ 2015 ເພື່ອແນ່ ໃສ່ຜັນຂະຫຍາຍນະໂຍບາຍຂອງລັດຖະບານລາວ ໃນການຫັນປະເທດລາວຈາກປະເທດບໍ່ມີຊາຍແດນ ຕິດກັບທະເລ ໃຫ້ກາຍເປັນປະເທດ ເຊື່ອມຈອດ ແລະ ທັງເປັນສູນກາງ ແຫ່ງການເຊື່ອມຈອດ ທີ່ໃຫ້ບໍລິການດ້ານ ເຂດໂລຊິດສະຕິກ ທີ່ ເປັນລະບົບທັນສະໄໝຮອງຮັບ ການຂົນສົ່ງຫລາຍຮູບແບບທາງບົກທີ່ມີແຜນເຊື່ອມຕໍ່ກັບທະເລ, ສະໜາມບິນ ແລະ ທາງລົດໄຟ, ແລ້ວຍັງເປັນການຊ່ວຍສົ່ງເສີມ ອຳນວຍຄວາມສະດວກທາງດ້ານ ການຄ້າ ແລະ ການລົງທຶນກໍ່ໃຫ້ເກີດປະໂຫຍດສູງສຸດ.

ໃນອະນາຄົດອັນໃກ້ນີ້ກໍຈະມີການເຊື່ອມໂຍງກັບທ່າເຮືອຫວຸ້ງ ອ່າງ ສ.ສ.ຫວຽດນາມໂດຍໃຊ້ ເສັ້ນທາງລົດໄຟນະຄອນຫຼວງ ວຽງຈັນ-ຫວຸ້ງອ່າງເປັນອີກປະຕູໜຶ່ງທ່ີເຊື່ອມຈອດ ສປປ ລາວ ຫາ ອະນຸພາກພື້ນສາກົນ.
ໂຄງການທັງສອງກໍຄື ໂຄງການທ່າເຮືອຫວຸ້ງອ່າງ ແລະ ໂຄງການເສັ້ນທາງລົດໄຟນະຄອນຫຼວງວຽງຈັນ-ຫວຸ້ງອ່າງແມ່ນໂຄງການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ.

ທ່າບົກທ່ານາແລ້ງ ແມ່ນໄດ້ຮັບການອະນຸມັດໃຫ້ເປັນ ທ່າບົກ ທີ່ມີ ຄວາມສຳຄັນລະດັບສາກົນ “A Dry Port of International Importance” ໂດຍ ຄະນະກຳມາທິການເສດຖະກິດແລະສັງຄົມ ຂອງສະຫະປະຊາຊາດສຳລັບ ອາຊີ ແລະ ປາຊີຟິກ “UNESCAP” ໃນສັນຍາລະຫວ່າງລັດຖະບານ ວ່າດ້ວຍທ່າບົກ ເລກທີ 69/7 ລົງວັນທີ 1 ພຶດສະພາ 2013 ທີ່ ບາງກອກ, ປະເທດໄທ.

อาจเป็นรูปภาพของ 4 คน, ผู้คนกำลังยืน, ผู้คนกำลังนั่ง และสถานที่ในร่ม
ກອງປະຊຸມລາຍງານຄວາມຄືບໜ້າຂອງ ໂຄງການ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ໃຫ້ແກ່ ທ່ານ ປອ ບຸນທອງ ຈິດມະນີຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໃນວັນທີ 20 ມີນາ 2021

ໂຄງການພັດທະນາ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ແມ່ນໄດ້ລົງ ສຶກສາສຳຫຼວດຄວາມເປັນໄປໄດ້ ໃນການລົງທຶນພັດທະນາໂຄງ ການດັ່ງກ່າວຕາມບົດບັນທຶກ ຄວາມເຂົ້າໃຈ ຫຼື MOU ໃນວັນທີ 5 ເມສາ 2019. ພາຍຫຼັງທີ່ໄດ້ສຳເລັດການສຶກສາສຳຫຼວດຄວາມເປັນໄປໄດ້ທາງດ້ານເສດຖະກິດ ແລະ ປະເມີນຜົນກະທົບທາງດ້ານສິ່ງແວດລ້ອມແລ້ວກໍໄດ້ມີການຈັດຕັ້ງກອງປະຊຸມເພື່ອຄົ້ນຄວ້າກັບພາກສ່ວນຂະແໜງການທີ່ກ້ຽວຂ້ອງຕາມຂັ້ນຕອນ ແລະ ທາງລັດຖະບານລາວກໍໄດ້ຮັບຮອງເອົາບົດສຶກສາໂຄງການໃນວັນທີ 7 ກຸມພາ 2020 ແລະ ເຫັນດີອະນຸຍາດໃຫ້ ສ້າງຕັ້ງບໍລິສັດວຽງຈັນໂລຊິດສະຕິກ ພາກ ຈຳກັດ ຂຶ້ນເພື່ອໃຫ້ເປັນບໍລິສັດຈັັດຕັ້ງປະຕິບັດ ແລະ ຜູ້ພັດທະນາໂຄງການ ແລະ ຄະນະດຽວກັນນັ້ນບໍລິສັດວຽງຈັນໂລຊິດສະຕິກ ພາກ ຈຳກັດ ກໍໄດ້ມີການຈັດພິທີເຊັນສັນຍາສຳປະທານກັບ ລັດຖະບານລາວ ພາຍໃຕ້ຮູບແບບ BOT ( Built Operate Transfer ) ໂດຍມີອາຍຸສຳປະທານ 50 ປີ.

อาจเป็นรูปภาพของ 6 คน และผู้คนกำลังยืน
ພິທີວາງສີລາລຶກ ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫລວງວຽງຈັນ ໃນວັນທີ 3 ກໍລະກົດ 2020

ວັນທີ 3 ກໍລະກົດ 2020 ໄດ້ມີພິທີວາງສິລາລຶກໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານ ຕາງໜ້າໂດຍກະຊວງແຜນການ ແລະ ການລົງທຶນ ແລະ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ທີ່ຕັ້ງຢູ່ບ້ານ ດົງໂພສີ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ອ໊ອດ ພົງສະຫວັນ ຜູ້ກໍ່ຕັ້ງ ແລະ ປະທານທີ່ປືກສາກິດຕິມາສັກ ກຸ່ມບໍລິສັດ ພົງສະຫວັນ ແລະ ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດວຽງຈັນໂລຊິດສະຕິກພາກຈຳກັດ ນອກນີ້ຍັງມີຜູ້ຕາງຫນ້າຈາກຂະແໜງການທີ່ກ້ຽວຂ້ອງຈາກພາກລັດ ແລະ ຄະນະວິຊາ ການບໍລິສັດເຂົ້າຮ່ວມ.

อาจเป็นรูปภาพของ 3 คน, ผู้คนกำลังยืน และข้อความพูดว่า "Vientiane Logistics Park"
ກອງປະຊຸມລາຍງານຄວາມຄືບໜ້າຂອງ ໂຄງການ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ໃຫ້ແກ່ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໃນວັນທີ 30 ກໍລະກົດ 2020

ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນ ຕັ້ງຢູ່ ບ້ານ ດົງໂພສີ ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ ດັ່ງກ່າວນີ້ມີເນື້້ອທີ່ກວມລວມທັງ ໝົດ 382 ເຮັກຕ້າ ລວມມີມູນຄ່າ ການລົງທຶນໂຄງການທັງໝົດ 727 ລ້ານໂດລາສະຫະລັດ ຈະແບ່ງ ອອກ ເປັນ 3 ໄລຍະ

▶ ໄລຍະທີ 1 : ແມ່ນໄລຍະການປ່ຽນຜ່ານການບໍລິຫານຈັດການຮູບແບບການບໍລິການແບບເດີມ ຂອງລານຕູ້ຄອນເທນເນີຂອງ ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ (ລລບສ) ຄູ່ຂະໜານກັບ ຮູບແບບການບໍລິການ ດ້ວຍລະບົບບໍລິຫານຈັດການ ຂ້າມຜ່ານຂອງທ່າບົກທ່ານາແລ້ງ ຄຽງຄູ່ກັນນັ້ນແມ່ນຈະເລີ່ມຕົ້ນ ການຍ້າຍຖານຂໍ້ມູນລູກຄ້າ ແລະ ການບໍລິການທັງໝົດເຂົ້າ ໃນລະບົບ Terminal Operating System (TOS) ຂອງທ່າບົກ ທ່ານາແລ້ງ ໃນວັນທີ 1 ມິຖຸນາ 2021.

▶ ໄລຍະທີ 2 : ການເປີດນຳໃຊ້ທ່າບົກທ່ານາແລ້ງແບບເຕັມຮູບແບບ ພາຍໃນຕົ້ນເດືອນ ສິງຫາ 2021.

▶ ໄລຍະທີ 3 : ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ຄາດວ່າຈະ ເປີດນຳໃຊ້ ພາຍໃນ ໄຕມາດທີ 1 2022.

อาจเป็นรูปภาพของ กลางแจ้ง และข้อความพูดว่า "Vientiane Logistics Park 3 2 1 1. International Link Road 2. Main Gate & Office Buildings 3. Warehouse Container Yard"

ພາຍຫຼັງໂຄງການດັ່ງກ່າວນີ້ ສ້າງສຳເລັດ ສປປ ລາວ ຈະມີພື້ນຖານໂຄງຮ່າງທີ່ທັນສະໄໝຄົບຊຸດ ສຳລັບການເຊື່ອມຈອດລະບົບ ຂົນສົ່ງຫຼາຍຮູບແບບລະດັບສາກົນກໍຄື ທາງບົກ, ທາງລົດໄຟ ແລະ ທາງທະເລ. ຍົກລະດັບຂີດຄວາມສາມາດການແຂ່ງຂັນໃຫ້ ແກ່ວຽກ ງານການຂົນສົ່ງໂລຊິດສະຕິກ ກໍ ຄືອຳນວຍ ຄວາມສະດວກທາງ ດ້ານການຄ້າ ແລະ ການລົງທຶນໃນ ສປປ ລາວ.

ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ເປັນເຂດໂລຊິດສະຕິກຄົບວົງຈອນຂອງນະຄອນຫຼວງວຽງຈັນ ພຽງແຫ່ງດຽວ. ເຊິ່ງແບ່ງອອກເປັນ 5 ເຂດສຳຄັນໄວ້ຈຸດດຽວກັນກໍຄື:

1. ທ່າບົກທ່ານາແລ້ງ ແມ່ນເປັນເຂດສູນກາງຄ່ຽນຖ່າຍສິນຄ້າ ເປັນດ່ານສາກົນສຳລັບການຂົນສົ່ງສິນຄ້າຂາເຂົ້າ-ຂາອອກຜ່ານ ຊາຍແດນໂດຍມີບັນດາອົງປະ ກອບລະບົບສາງ, ພາສີ ປະເພດ ຕ່າງໆຄົບວົງຈອນ.

2. ເຂດສາງເກັບນ້ຳມັນ ເຊິ່ງເປັນພື້ນທີ່ສຳລັບຈັດເກັບສິນຄ້າ ນຳເຂົ້າປະເພດທາດແຫຼວຈຳນວນຫຼາຍ ຫຼື ນ້ຳມັນເຊື້ອໄຟ ຕ່າງໆຈາກປະເທດໄທ ໂດຍຜ່ານລານຄ່ຽນຖ່າຍສິນຄ້າ ແລະ ທໍ່ສົ່ງນ້ຳມັນພ້ອມທັງເປັນສູນກາງດ້ານການແຈກຢາຍສິນຄ້າປະເພດນ້ຳມັນເຊື້ອໄຟຂອງປະເທດ.

3. ເຂດໂລຊິດສະຕິກ ຈະເປັນເຂດບໍລິການຫຼັກເຊັ່ນ: ສາງເກັບຮັກສາສິນຄ້າ ແລະ ສູນແຈກ ຢາຍສິນຄ້າຜ່ານສິ່ງອຳນວຍ ຄວາມສະດວກຕ່າງໆພາຍໃນ ເຂດເຊັ່ນ: ການຈັດເກັບ, ການຮວບຮວມ, ການແຈກຢາຍສິນຄ້າ, ການບໍລິຫານຈັດເກັບ, ສາງເກັບ ຮັກສາສິນຄ້າ.

4. ເຂດການຄ້າເສລີ ເຊິ່ງມີບັນດາກິດຈະການ ເຊັ່ນ: ເຂດ Halal Hub, ແລະ ເຂດຜະລິດຕະພັນອຸດສາຫະກຳ, ເຂດເຕັກໂນໂລຊີ, ເຂດສຳນັກງານຫ້ອງການ: ພື້ນທີ່ຕຶກອາຄານ ສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ, ເຂດການຄ້າ ແລະ ເຂດສຳນັກງານໃຫຍ່ຂອງບໍລິສັດ.

5. ເຂດຜະລິດ ແລະ ປຸງ ແຕ່ງສິນຄ້າເພື່ອການສົ່ງອອກ ແມ່ນເປັນເຂດທີ່ທັນສະໄໝ ແລະ ວ່ອງໄວທີ່ສຸດໃນພາກພື້ນມີສະພາບແວດລ້ອມໃນການດຳເນີນທຸລະກິດທີ່ສາມາດແຂ່ງຂັນໄດ້ ແລະ ສາມາດກາຍເປັນສູນກາງການສົ່ງອອກສິນຄ້າໄປສູ່ຕະຫຼາດອາຊຽນ ແລະ ທົ່ວໂລກ.