6 ນັກກີລາລາວ ພ້ອມລຸຍໂອແລມປິກ ທີ່ປະເທດຍີ່ປຸ່ນ

1737

ສປປ ລາວ ກຽມສົ່ງ 6 ນັກກີລາ ທີ່ມີສິດໄປຮ່ວມການແຂ່ງຂັນໃນງານ ໂອແລມປິກ 2020 ທີ່ປະເທດຍີ່ປຸ່ນ ທີ່ເລື່ອນການແຂ່ງຂັນມາຈັດໃສ່ໃນເດືອນກໍລະກົດ 2021 ເຊິ່ງຫຼ້າສຸດນັກກີລາທັງ 6 ຄົນແມ່ນມີຄວາມພ້ອມ ແລະ ເມື່ອວັນທີ 1 ມິຖຸນາ 2021 ທັງ 6 ນັກກີລາໄດ້ເປີດເຜີຍຕໍ່ທີມຂ່າວ ເສດຖະກິດ-ການຄ້າ

1.ທ້າວ ວໍເຕີ ສະນ້ອຍ ອຸປະຖະນາ ( Walter Sarnoi Oupathana ) ນັກກີລາມວຍສາກົນ ເປີດເຜີຍວ່າ: ຂ້ອຍຫາກໍສໍາເລັດໃນການແຂ່ງຂັນມວຍສາກົນຊີງແຊັມອາຊີ ( 2021 Asia Boxing Championships ) ທີ່ດູໄບ ສະຫະລັດອາຣັບເອເມເຣດ ແລະ ສໍາເລັດການໄປເກັບຕົວຝຶກຊ້ອມທີ່ປະເທດອິນເດຍ ແລະ ເອຢິບ ເຊິ່ງປັດຈຸບັນແມ່ນມາຝຶກຊ້ອມທີ່ນະຄອນຫຼວງວຽງຈັນ ສປປ ລາວ ເພື່ອໃຫ້ພ້ອມທີ່ສຸດກ່ອນເຂົ້າຮ່ວມແຂ່ງຂັນລາຍການດັ່ງກ່າວ.

2.ທ້າວ ອານຸສອນ ໄຊສາ ນັກກີລາແລ່ນ-ລານ ກ່າວວ່າ: ການເກັບໂຕຝຶກຊ້ອມແມ່ນເລີ່ມມາແຕ່ຕົ້ນປີ 2021 ແລະ ເມື່ອບໍ່ດົນມານີ້ໄດ້ເຂົ້າສູນຝຶກຊ້ອມແບບເຕັມຮູບແບບທີ່ສູນຝຶກຊ້ອມ ສີເກີດ ແລະ ຈະສືບຕໍ່ຝຶກຊ້ອມຈົນຮອດມື້ເດີນທາງໄປແຂ່ງຂັນໂອແລມປິກ 2020 ( ເດືອນກໍລະກົດນີ້ ) ໂດຍທັບນັກນັກກີລາແລ່ນ-ລານລາວແມ່ນມີ 2 ຄົນຄື ທ້າວ ອານຸສອນ ໄຊສາ ນັກກິລາແລ່ນຂ້າມຮົ້ວ 110 ແມັດ ແລະ ນາງ ສິລິນາ ພະອາໄພ ນັກກີລາແລ່ນ 100 ແມັດ ຕັ້ງເປົ້າສ້າງສະຖິຕິໃຫ້ດີທີ່ສຸດກວ່າທີ່ເຄີຍເຮັດໄດ້ 13,96 ວິນາທີ.

3. ທ້າວ ສຸກພະໄຊ ນັກກີລາຢູໂດ ກ່າວວ່າ: ຂ້ອຍຊ້ອມຢູ່ ມະຫາວິທະຍາໄລເທັນລິ ໃນປະເທດຍີ່ປຸນ ເປົ້າຫມາຍຊີເກມແມ່ນຫຼຽນຄຳ, ສ່ວນເປົ້າຫມາຍໃນ ໂອແລມປິກ ແມ່ນ ຢາກຈະຕິດ 1 ໃນ 3 ເຊິ່ງຂ້ອຍແຂ່ງລຸ້ນ 60 ກິໂລ.

4.ທ້າວ ສັນຕິສຸກ ອິນທະວົງ ນັກກີລາລອຍນໍ້າທີມຊາດລາວ ກ່າວວ່າ: ຄວາມພ້ອມສໍາລັບການແຂ່ງຂັນໂອແລັມປິກທີ່ປະເທດຍີ່ປຸ່ນ ຕອນນີ້ໄດ້ເກັບໂຕຝຶກຊ້ອມທີ່ສູນຝຶກກີລາແຫ່ງຊາດລາວ ແລະ ຕັ້ງເປົ້າໝາຍທຳລາຍສະຖິຕິຂອງປະເທດ ແລະ ເອົາຊະນະນັກກີລາທີ່ມາຈາກທົ່ວໂລກໃຫ້ໄດ້ຫລາຍທີ່ສຸດ ເພື່ອຫວັງຕິດ 1 ໃນ 3 ຂອງຮອບຄັດເລືອກ.

5.ນາງ ສິລິນາ ພະອາໄພ ນັກກີລາແລ່ນ-ລານ ກ່າວວ່າ: ປັດຈຸບັນແມ່ນຊ້ອມຢູ່ທີ່ສູນຝຶກຊ້ອມ ສີເກີດຮ່ວມກັບ ອານຸສອນ ເຊິ່ງສະຖິຕິດີທີ່ສຸດຂອງຕົວເອງ 12,31 ວິນາທີໃນລາຍການທີ່ປະເທດໄທ ແລະ ເປົ້າໝາຍໂອແລມປິກ ກໍຈະພະຍາຍາມເຮັດໃຫ້ດີທີ່ສຸດ.

6.ນາງ ສີລິອາລຸນ ບຸດຈະເລີນ ນັກກີລາລອຍນໍ້າ ກ່າວວ່າ: ຕອນນີ້ແມ່ນມີຄວາມພ້ອມພໍສົມຄວນ ແລະ ປັດຈຸບັນແມ່ນມີການເກັບໂຕຢູ່ທີ່ສູນຝຶກກີລາແຫ່ງຊາດ, ສ່ວນຕັ້ງເປົ້າຫມາຍຄືເຮັດເວລາໃຫ້ດີທີ່ສຸດ ເພື່ອທຳລາຍສະຖິຕິຂອງຕົນເອງໄດ້ໃນໂອແລມປິກ ແລະ ຊີເກມທີ່ຈະມາເຖິງນີ້ ແມ່ນຫວັງວ່າຈະສາມາດເປັນໜຶ່ງໃນນັກກີລາທີ່ສາມາດຜ່ານເຂົ້າໄປໃນຮອບຊີງຊະນະເລີດໄດ້.