ແຈ້ງ 9 ເຂດສ່ຽງໃນນະຄອນຫຼວງວຽງຈັນທີ່ຜູ້ຕິດເຊື້ອເຄື່ອນໄຫວຫຼ້າສຸດ

527

ສປປ ລາວເຮົາມມາຮອດປະຈຸບັນຄວາມສ່ຽງຍັງຄົງມີຕໍ່ເນື່ອງການລະບາດໃນຊຸມຊົນມີແຜ່ລາມເຂົ້າໄປຫຼາຍກຸ່ມຄົນ ຕາມການຖະແຫຼງຂ່າວຂອງທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນວັນທີ 2 ມິຖຸນາ 2021 ນີ້ໃຫ້ຮູ້ວ່າ: ສັງລວມຈໍານວນຜູ້ຕິດເຊື້ອສະສົມທັງໝົດມາຮອດວັນທີ 2 ມິຖຸນາມີທັງໝົດ 1.934 (ໃໝ່ 05 ກໍລະນີ ໃນນີ້ຈາກນະຄອນຫຼວງວຽງຈັນ 04 ກໍລະນີ, ຈໍາປາສັກ 01 ກໍລະນີ ເຊິງແມ່ນກໍລະນີນໍາເຂົ້າ ເຫຼືອນັ້ນ 04 ກໍລະນີ ແມ່ນ ກໍລະນີຕິດເຊື້ອໃນຊຸມຊົນ).

ສຳລັບຄົນຜູ້ເສຍຊີວິດຈາກໂຄວິດ-19 ຍັງຄົງທີ່ທີ່ 03 ກໍລະນີ (ໃໝ່ 0) , ປີ່ນປົວຫາຍດີທັງໝົດ 1.637 ກໍລະນີ (ໃໝ່ 38) ແລະ ກໍາລັງປິ່ນປົວ 289 ກໍລະນີ.

ໃນເວລາດຽວກັນກໍ່ຍັງມີຜູ້ເດີນທາງເຂົ້າປະເທດຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນບັນດາແຮງງານທີ່ໄປເຮັດວຽກຢູ່ຕ່າງປະເທດຕາມການເຝົ້າລະວັງຢູ່ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດມາຮອດວັນທີ 01 ມີຖຸນາ 2021 ມີຜູ້ເດີນທາງ ເຂົ້າ ສປປ ລາວ ທັງໝົດ 2.399 ຄົນ, ມີແຮງງານລາວ ເຂົ້າມາ 140 ຄົນ ເຫຼືອນັ້ນ ແມ່ນ ພະນັກງານຂັບລົດ ແລະ ຜູ້ຕິດຕາມ.

ສຳລັບວຽກງານວິເຄາະກວດຫາເຊື້ອໃນວັນທີ 01 ມີຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.932 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 05 ກໍລະນີ, ກ່ຽວກັບກໍລະນີຕິດເຊື້ອໃໝ່ 05 ຄົນ ຈາກນະຄອນຫຼວງວຽງຈັນ 04 ກໍລະນີ ຕິດໃນຊຸມຊົນ ແລະ ຈໍາປາສັກ 01 ກໍລະນີ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກຕ້ອງຕາມກົດໝາຍ.

ຕໍ່ກັບພື້ນທີ່ສ່ຽງໄພທີ່ຜູ້ຕິດເຊື້ອໄດ້ເດີນທາງໄປຕາມການສຳພາດໃນເບື້ອງຕົ້ນ(ກໍລະນີຢັ້ງຢືນທີ 1928 – 1934) ມີຄື:

• ວັນທີ 15/05/2021: ໄປອາພັດເມັນອຸດົມພອນ
• ວັນທີ 27/05/2021 ແລະ ວັນທີ 01/06/2021: ໄປຕະຫລາດໂພນຕ້ອງສະຫວ່າງ, ເມືອງຈັນທະບູລີ
• ວັນທີ 29/05/2021: ໄປເຮືອນເອື້ອຍ ຢູ່ບ້ານຫ້ວຍຫົງ, ເມືອງຈັນທະບູລີ
• ວັນທີ 29/05/2021: ຜູ້ກ່ຽວ ໄດ້ໄປຫລີ້ນເຮືອນໝູ່ຢູ່ບ້ານໂພນທັນ, ເມືອງໄຊເສດຖາ
• ວັນທີ 30/05/2021: ໄປຫາຄອບຄົວ ຢູ່ບ້ານທ່າດິນແດງ ເມືອງໄຊທານີ


• ວັນທີ 26/05/2021: ຜູ້ກ່ຽວໄປວຽກບໍລິສັດປັດທະມະວັດ ແຖວອານຸສາວະລີ 2-4ໂມງ
• ວັນທີ 26/05/2021: ຜູ້ກ່ຽວໄປວຽກ ບໍລິສັດລາວໂມບາຍກຸບ ດົງປາລານ 4-5ໂມງ
• ວັນທີ 27/05/2021: ຜູ້ກ່ຽວ ໄປວຽກຫ້ອງການຕະຫຼາດ ຫລັກ 4 ຊັ້ນ4 ກົມເສດຖະກິດ
• ວັນທີ 28/05/2021 ແລະ 31/05/2021: ຜູ້ກ່ຽວ ໄປວຽກບໍລິສັດ HECC ຊຳເກດ