ຜົນການຈັບສະຫຼາກ ຟຸດຊໍໂລກ 2021 ອອກມາແລ້ວ

545

ສະຫະພັນບານເຕະນາໆຊາດ ( ຟີຟາ ) ຈັບສະຫຼາກແບ່ງສາຍການແຂ່ງຂັນຟຸດຊໍຊີງແຊັມໂລກ 2021 ເຊິ່ງຈັດຂຶ້ນເປັນຄັ້ງທີ 9 ທີ່ປະເທດລິທົວນີ ລະຫວ່າງວັນທີ 12 ກັນຍາ – 3 ຕຸລາ 2021 ເຊິ່ງພິທີຈັບສະຫຼາກແບ່ງສາຍຈັດທີ່ເມືອງຊູຣິກ ປະເທດສະວິດ ໃນວັນທີ 1 ມິຖຸນາ 2021 ໂດຍຜົນຈັບສະຫຼາກມີດັ່ງນີ້:

-ກຸ່ມ A: ລິທົວນີ ( ເຈົ້າພາບ ), ເວເນຊູເອລາ, ຄາຊັກສະຖານ ແລະ ຄອສຕາຣິກາ
-ກຸ່ມ B: ອຸດສະເບກິດສະຖານ, ກົວເຕມາລາ, ຣັດເຊຍ ແລະ ເອຢິບ
-ກຸ່ມ C: ໄທ, ປ໊ອກຕຸຍການ, ໂມຣ໊ອກໂກ ແລະ ໝູເກາະໂຊໂລມອນ
-ກຸ່ມ D: ປານາມາ, ສາທາລະນະລັດເຊັກ, ຫວຽດນາມ ແລະ ບຣາຊິນ

-ກຸ່ມ E: ແອງໂກລາ, ຍີ່ປຸ່ນ, ປາຣາກວາຍ ແລະ ແອັດສະປາຍ
-ກຸ່ມ F: ອາກຊັງຕິນ, ສະຫະລັດອາເມຣິກາ, ແຊັກບີ ແລະ ອີຣານ
ສໍາລັບ ຮອບແບ່ງກຸ່ມຈະແຂ່ງຂັນພົບກັນໝົດຄັດເອົາອັນດັບ 1-2 ແລະ ອັນດັບ 3 ຈໍານວນ 4 ທີມທີ່ດີທີ່ສຸດ ຜ່ານເຂົ້າຮອບ 16 ທີສຸດທ້າຍ ເລີ່ມແຂ່ງຂັນ 12 ກັນຍາ 2021.