ປະກາດການຈັດຕັ້ງຫ້ອງວ່າການປົກຄອງແຂວງສະຫວັນນະເຂດ

437

ໃນວັນທີ 31 ພຶດສະພາ 2021 ໄດ້ຈັດພິທີປະກາດການແຕ່ງຕັ້ງພະນັກງານການນຳຫ້ອງວ່າການປົກຄອງແຂວງຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຜູ້ຊີ້ນຳຂົງເຂດວຽກງານພັກ-ພະນັກງານ, ມີຄະນະພັກ-ຄະນະນຳພະແນກການກົມກອງອ້ອມຂ້າງແຂວງ, ຂະແໜງການ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນຫ້ອງວ່າການເຂົ້າຮ່ວມ.


ໂອກາດນີ້, ທ່ານ ສຸດໃຈ ໄຊຍະວົງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າ ແຂວງສະຫວັນນະເຂດ ໃນນີ້ ໄດ້ຕົກລົງແຕ່ງຕັ້ງທ່ານ ເລນິນນະຄອນ ຣາຊາສັກດ໌(ຫົວໜ້າຂະແໜງພົວພັນຕ່າງປະເທດ, ພະແນກການຕ່າງປະເທດແຂວງ) ແລະທ່ານ ນາງ ທິບພາພອນ ສີອັກສອນ (ຮອງຫົວໜ້າຄັງເງິນປະຈຳແຂວງ) ເປັນຮອງຫົວໜ້າຫ້ອງວ່າການປົກຄອງແຂວງ.


ໄດ້ແຕ່ງຕັ້ງພະນັກງານໃນຕຳແໜ່ງຫົວໜ້າ ແລະ ຮອງຫົວໜ້າຂະແໜງຂອງຫ້ອງວ່າການປົກຄອງແຂວງ ໂດຍໄດ້ເຫັນດີແຕ່ງຕັ້ງທ່ານ ນາງ ເພັດດາວອນ ໂນສອນນະເຮືອງ ເປັນຫົວໜ້າຂະແໜງຄົ້ນຄວ້າ-ສັງລວມ, ທ່ານ ຄຳນຽມ ຈະເລີນສຸກ ຮອງຫົວໜ້າຂະແໜງຄົ້ນຄວ້າ-ສັງລວມ, ທ່ານ ຄຳປະສົງ ສີສະໝັກ ຮອງຫົວໜ້າຂະແໜງຄົ້ນຄວ້າ-ສັງລວມ, ທ່ານ ປັດສະຍາ ໄຊໂກສີ ເປັນຮອງຫົວໜ້າຂະແໜງບໍລິຫານ-ການເງິນ ແລະທ່ານ ນາງ ຜາທອງ ບຸດຕະໂຄດ ເປັນຮອງຫົວໜ້າຂະແໜງຈັດຕັ້ງ-ກວດກາ ແລະໄດ້ຜ່ານຂ້ໍຕົກລົງ ວ່າດ້ວຍການຍົກຍ້າຍພະນັກງານອີກຈຳນວນໜຶ່ງ.


ຈາກນັ້ນ, ໃນພິທີ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງເລຂານຸການປະຈຳທ່ານຮອງເລຂາພັກແຂວງ ແລະ ຮອງເຈົ້າແຂວງສະຫວັນນະເຂດ ຊຶ່ງໄດ້ຕົກລົງແຕ່ງຕັ້ງທ່ານ ປະກາຍສິດ ແພງຄຳມີ ເລຂານຸການປະຈຳທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງ, ທ່ານ ລິດທະພອນ ມີດາວົງ ເລຂານຸການປະຈຳທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ, ທ່ານ ລຳມະທຸ ແສງສຸລິຈັນ ເລຂານຸການປະຈຳທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ໂດຍໃຫ້ປະຕິບັດລະບອບອຸດໜູນຕຳແໜ່ງບໍລິການປະເພດ 6 ທຽບເທົ່າຮອງຫົວໜ້າຂະແໜງ.
ຮູບ:21-25