ການສົ່ງອອກສິນຄ້າຂອງຫວຽດນາມ ໃນໄລຍະ 5 ເດືອນເພີ່ມຂຶ້ນ 30,7%

2482

ກົມໃຫຍ່ສະຖິຕິຫວຽດນາມ ປະກາດໃນຕອນເຊົ້າວັນທີ 29 ພຶດສະພາ ວ່າ: ໃນໄລຍະ 5 ເດືອນຕົ້ນປີ 2021 ວົງເງິນສົ່ງອອກສິນຄ້າຂອງຫວຽດນາມ ຄາດວ່າບັນລຸກວ່າ 130 ຕື້ໂດລາ ເພີ່ມຂຶ້ນ 30,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020; ໃນນັ້ນຂົງເຂດເສດຖະກິດຢູ່ພາຍໃນປະເທດບັນລຸກວ່າ 33 ຕື້ໂດລາ; ເຂດມີເງິນລົງທຶນຈາກຕ່າງປະເທດບັນລຸເກືອບ 98 ຕື້ໂດລາ.

ສະເພາະໃນເດືອນພຶດສະພາ ວົງເງິນສົ່ງອອກສິນຄ້າບັນລຸ 26 ຕື້ໂດລາ ຫຼຸດລົງ 2,1% ເມື່ອທຽບໃສ່ເດືອນເມສາ ແລະ ເພີ່ມຂຶ້ນ 35,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ກ່ຽວກັບຕະຫຼາດສົ່ງອອກສິນຄ້າ ໄລຍະ 5 ເດືອນຕົ້ນປີ 2021, ອາເມຣິກາ ແມ່ນຕະຫຼາດສົ່ງອອກສິນຄ້າໃຫຍ່ກວ່າໝູ່ຂອງຫວຽດນາມ. ຖັດຈາກນັ້ນແມ່ນຈີນ, ສະຫະພາບເອີຣົບ, ອາຊຽນ, ສ.ເກົາຫຼີ ແລະ ຍີ່ປຸ່ນ.