ມຽນມາ ປະເຊີນກັບການຂາດແຄນເງິນສົດ – ລາຄາສິນຄ້າເພີ່ມຂຶ້ນ

2357

ສຳນັກຂ່າວກຽວໂດ ລາຍງານໃນວັນທີ 30 ພຶດສະພາວ່າ: ນັບແຕ່ກອງທັບມຽນມາເຂົ້າຢຶດອຳນາດເປັນເວລາ 4 ເດືອນແລ້ວ ແຕ່ລັດຖະບານມຽນມາ ຍັງບໍ່ສາມາດຄວບຄຸມລະບົບເສດຖະກິດໃຫ້ຂະຫຍາຍຕົວໄດ້, ຂະນະທີ່ເງິນຈາດຂອງມຽນມາ ອ່ອນຄ່າລົງນັບມື້.

ລາຍງານລະບຸວ່າ: ຢູ່ນະຄອນຢ່າງກຸ້ງ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງມຽນມາ ເຊິ່ງທຸກໆເຊົ້າໄດ້ມີປະຊາຊົນຕໍ່ຄິວຍາວຢຽດ ເພື່ອລໍຖ້າກົດເງິນຈາກຕູ້ ATM ຫຼື ຖອນເງິນຈາກທະນາຄານ ໂດຍເຄື່ອງສ່ວນໃຫຍ່ທີ່ປະຊາຊົນຖືໄປນຳເພື່ອລໍຖ້າຖອນເງິນນັ້ນໄດ້ແກ່ ຕັ່ງນັ່ງຂະໜາດນ້ອຍ, ນ້ຳດື່ມ, ອາຫານເຊົ້າ ແລະ ສິ່ງຈຳເປັນອື່ນໆ ເນື່ອງຈາກໃຊ້ເວລາຫຼາຍຊົ່ວໂມງກວ່າຈະເຖິງຄິວ.

ລາຍງານລະບຸວ່າ: ປະຊາຊົນທີ່ສາມາດຖອນເງິນອອກຈາກທະນາຄານ, ສ່ວນໃຫຍ່ໄປແລກປ່ຽນເອົາເງິນໂດລາ ຫຼື ເກັບເງິນໄວ້ໃນເຮືອນ, ການຂາດແຄນເງິນສົດ ສົ່ງຜົນກະທົບຕໍ່ກິດຈະກຳທາງເສດຖະກິດ ໂດຍບໍລິສັດຕັດຫຍິບຂອງຍີ່ປຸ່ນແຫ່ງໜຶ່ງໃນມຽນມາ ໄດ້ຮ້ອງຮຽນວ່າ ບໍລິສັດມີບັນຫາໃນການຈ່າຍເງິນເດືອນໃຫ້ພະນັກງານກຳມະກອນ ເນື່ອງຈາກຂາດແຄນເງິນສົດ.

ໃນຂະນະທີ່ລາຄານ້ຳມັນເຊື້ອໄຟ, ຢາປິ່ນປົວພະຍາດ ເຊິ່ງສ່ວນໃຫຍ່ນຳເຂົ້າໄດ້ຖີບຕົວສູງຂຶ້ນ, ສ່ວນລາຄາສິນຄ້າອຸປະໂພກ – ບໍລິໂພກເພີ່ມຂຶ້ນ 15 – 20% ເນື່ອງຈາກໄດ້ຮັບຜົນກະທົບຈາກການຂົນສົ່ງຖືກຢຸດສະງັກ, ໃນຂະນະດຽວກັນເງິນຈາດກໍອ່ອນຄ່າລົງ 20% ເມື່ອທຽບກັບໂດລາສະຫະລັດ ນັບແຕ່ເກີດການຢຶດອຳນາດເມື່ອວັນທີ 1 ກຸມພາເປັນຕົ້ນມາ.