ກຸ່ມຈີ 20 ກຽມປຶກສາຫາລືຈັດເກັບພາສີຂັ້ນຕ່ຳລະຫວ່າງປະເທດ

2249

ສຳນັກຂ່າວກຽວໂດ ລາຍງານວ່າ: ກຸ່ມປະເທດ G20 ກຳລັງພິຈາລະນາເພື່ອອະນຸຍາດໃຫ້ປະເທດຕ່າງໆປັບຂຶ້ນພາສີຈາກ ບໍລິສັດດິຈິຕອນຍັກໃຫຍ່ທີ່ມີຍອດຂາຍສູງ ແລະ ມີອັດຕາຜົນກຳໄລຕັ້ງແຕ່ 15% ຂຶ້ນໄປ ເຖິງແມ່ນວ່າບໍລິສັດຈະບໍ່ໄດ້ເຂົ້າໄປລົງທຶນໂດຍກົງໃນປະເທດນັ້ນໆ ແຕ່ມີຍອດຂາຍເກີດຂຶ້ນ ແລະ ສ້າງຜົນກຳໄລພາຍໃນປະເທດ ໂດຍແນວທາງດັ່ງກ່າວເອີ້ນວ່າ ການຈັດເກັບພາສີດິຈິຕອນ.

ນອກຈາກນີ້, ກຸ່ມປະເທດເສດຖະກິດຂະໜາດໃຫຍ່ ເຊິ່ງໄດ້ແກ່: ສະຫະລັດອາເມຣິກາ, ສປ ຈີນ, ຍີ່ປຸ່ນ ແລະ ອີຢູ ຄາດວ່າຈະເຫັນດີກັບການຈັດເກັບພາສີນິຕິບຸກຄົນລະຫວ່າງປະເທດຂັ້ນຕ່ຳ 15%.

ທັງນີ້, ການປຶກສາຫາລືຂອງກຸ່ມຈີ 20 ເປັນສ່ວນໜຶ່ງຂອງການເຈລະຈາດ້ານພາສີລະຫວ່າງປະເທດ ເຊິ່ງອົງການເພື່ອຄວາມຮ່ວມມື ແລະ ການພັດທະນາດ້ານເສດຖະກິດ ( OECD ) ເປັນຜູ້ຍູ້ດັນ ໂດຍມີສະມາຊິກເກືອບ 140 ປະເທດ ທ່າມກາງສຽງວິພາກວິຈານວ່າ ບໍລິສັດດິຈິຕອນຍັກໃຫຍ່ຂອງໂລກຢ່າງແອັບເປິລ ແລະ ກູ ເກິລ ບໍ່ໄດ້ຈ່າຍພາສີແບບຍຸຕິທຳ.

ກຸ່ມປະເທດຈີ 20 ມີແຜນເພື່ອປຶກສາຫາລື ເພື່ອບັນລຸຂໍ້ຕົກລົງໃນປະເດັນສຳຄັນໃນກອງປະຊຸມລັດຖະມົນຕີການເງິນ ເຊິ່ງຈະຈັດຂຶ້ນໃນເດືອນກໍລະກົດນີ້ ທີ່ປະເທດອິຕາລີ, ສ່ວນຂໍ້ຕົກລົງຂັ້ນສຸດທ້າຍນັ້ນຈະມີຂຶ້ນໃນກອງປະຊຸມສຸດຍອດຈີ 20 ໃນເດືອນຕຸລາຈະເຖິງນີ້.