ໄຟເຊີ ວັກຊິນມາໃໝ່ ຈະສັກໃຫ້ 3 ກຸ່ມເປົ້າໝາຍນີ້ເທົ່ານັ້ນ

888

ໄຟເຊີ pfizer ໜຶ່ງໃນ 5 ທັອບວັກຊິນທີ່ໄດ້ຮັບຄວາມນິຍົມສູງສຸດຂອງໂລກນະປະຈຸບັນ ແມ່ນຈະໄດ້ຮັບ 1 ແສນໂດສ ຖືວ່າສັກໄດ້ 50 ພັນຄົນ ແຕ່ເນື່ອງຈາກວັກຊີນມີຈໍານວນຈໍາກັດ ດັ່ງນັ້ນ, ການຄັ້ງນີ້ຂອງໄຟເຊີຈະໄດ້ໃຫ້ບຸລິມະສິດແກ່ 3 ກຸ່ມເປົ້າໝາຍບູລິມະສິດທີ່ຈະໄດ້ຮັບວັກຊີນ Pfizer ເທົ່ານັ້ນເມື່ອຖືກຈັດສົ່ງມາເຖິງ ສປປ ລາວ.

ໃນ 3 ກຸ່ມທີ່ຈະໄດ້ສັກໄຟເຊີ້ແມ່ນໄດ້ແກ່:ຜູ້ສູງອາຍຸ 60 ປີ ຂື້ນໄປ, ຈະມີການກວດເບິ່ງບັດປະຈຳຕົວ ຫຼື ສຳມະໂນຄົວ ຫຼືຫຼັກຖານຢືນຢັນອື່ນໆ ທີ່ບົ່ງບອກອາຍຸ ຢ່າງລະອຽດ, ຜູ້ທີ່ມີພະຍາດປະຈຳຕົວ (18 ປີ ຂຶ້ນໄປ) ແຕ່ຕ້ອງການກວດເບິ່ງຫຼັກຖານການປິ່ນປົວ ຫຼື ການບົ່ງມະຕິພະຍາດ ຫຼື ຢາທີ່ກິນເປັນປະຈຳ (ໃຫ້ມີເອກະສານຢັ້ງຢືນປະຫວັດການປີ່ນປົວ) / ຜູ້ທີ່ມີນໍ້າໜັກມວນສານຮ່າງກາຍ (BMI) ເກີນ > 30, BMI = ນໍ້າໜັກ/ສ່ວນສູງກຳລັງ 2 ແລະກຸ່ມສຸດທ້າຍໄດ້ແກ່ ພະນັກງານແພດ ຫຼື ພະນັກງານດ່ານໜ້າທີ່ພາດໂອກາດສັກວັກຊີນຜ່ານມາ.


ກະຊວງສາທາໄດ້ລະບຸຊັເຈນໃນໝາຍເຫດວ່າ ໄຟເຊີຈະໃຫ້ສັກສໍາລັບຜູ້ທີ່ບໍ່ທັນໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຊະນິດໃດມາກ່ອນເທົ່ານັ້ນ(ແລະ ວັກຊີນບໍ່ສາມາດຖືກສັກແບບປົນຊະນິດກັນໄດ້)

ໃນນີ້ຜູ້ທີ່ຈະໄດ້ຮັບການພິຈາລະນາໃຫ້ສັກໄຟເຊີ້ໄດ້ແກ່ຜູ້ທີ່ມີພະຍາດປະຈຳຕົວ: ປະເພດພະຍາດໝາກໄຂ່ຫຼັງ, ເບົາຫວານພະຍາດຫົວໃຈ, ພະຍາດທາງເດີນຫາຍໃຈ, ພະຍາດຕັບ, ພະຍາດຕຸ້ຍ (BMI >30 kg/m2), ມະເຮັງ, ຜູ້ທີມີຄວາມປົກຜ່ອງທາງດ້ານພູ້ມຄູ້ມກັນ ລວມທັງຜູ້ທິມີການປ່ຽນຖ່າຍອະໄວຍະວະ, ຜຸ້ທີ່ມີຄວາມດັນເລືອດສູງ, ຜູ້ທີມີຄວາມຜິດປົກກະຕິ ທາງດ້ານພັນທຸກຳມາແຕ່ກຳເນີດ (Down syndrome).