ຟຟລ ຈັດກິດຈະກຳ ປູກຕົ້ນໄມ້ ໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

824

ຕອນເຊົ້າຂອງວັນທີ 1 ມີຖຸນາ 2021 ທ່ານ ສິດທິສອນ ເທບພາສີ ປະທານສະພາບໍລິຫານ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມຄະນະ ແລະ ພະນັກງານ ກໍາມະກອນ ຟຟລ ໄດ້ພ້ອມກັນປູກຕົ້ນໄມ້ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ.

ເພື່ອສ້າງຂະບວນການວັນດັ່ງກ່າວໃຫ້ມີຄວາມສໍາຄັນພ້ອມທັງເປັນການເພີ່ມຄວາມສີຂຽວ ອານຸລັກທໍາມະຊາດໃຫ້ຍືນຍົງ ແລະ ປ້ອງກັນພະຍາດ ໂຄວິດ-19 ຈຸດປະສົງ ເພື່ອຮັກສາສິ່ງແວດລ້ອມ ສ້າງພື້ນຖານໃຫ້ຄົນລຸ້ນຕໍ່ໄປໄດ້ສືບທອດ ແລະ ມີອານາຄົດທີ່ດີ ເຊີ່ງການປູກຕົ້ນໄມ້ໃນຄັ້ງນີ້ແມ່ນໄດ້ປູກຢູ່ເດີ່ນຫ້ອງການສໍານັກງານໃຫຍ່ ຟຟລ.