ເລື່ອງໜ້າເສົ້າ! ໂຄວິດລາມໄປຮອດ ວົງການສຶກສາ ແລະ ພາກລັດແລ້ວ

600

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວຮອດປະຈຸບັນ ສປປລາວ ມີຜູ້ຕິດເຊື້ອສະສົມ ທັງໝົດ 1.929 ຄົນ (ໃໝ່ 17), ເສຍຊິວິດສະສົມທັງໝົດ 03 ຄົນ (ໃໝ່ 00 ),  ປົວດີທັງໝົດ 1.599 ຄົນ (ໃໝ່ 56 ຄົນ)

ຕາມການຖະແຫຼງຂອງດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂ ການລະບາດຂອງ ພະຍາດ COVID-19 ໃຫ້ຮູ້ໃນວັນທີ 1 ມິຖຸນານີ້ວ່າ: ໃນວັນທີ 31 ພຶດສະພາ 2021 ຍັງມີຜູ້ເດີນທາງເຂົົ້າມາ ສປປ ລາວ ຕາມຈຸດຜ່ານແດນ1.885 ຄົນທັງໝົດລ້ວນໄດ້ຮັບອະນຸຍາດຈາກຄະນະສະເພາະກິດໃນນັ້ນ ຜ່ານດ່ານ ລາວ-ໄທ 795 ຄົນ, ຜ່ານດ່ານ ລາວ-ຈີນ 43 ຄົນ, ຜ່ານດ່ານ ລາວ-ຫວຽດນາມ 917 ຄົນ, ຜ່ານດ່ານ ສະໜາມບິນສາກົນວັດໄຕ 130 ຄົນ.


ວຽກງານການຈໍາກັດບໍລິເວນ ສະເພາະວັນທີ 31 ພຶດສະພາ 2021 ມີຜູ້ເຂົົ້າສູນຈຳກັດບໍລິເວນ 224 ຄົນ, ປະຈຸບັນທົົ່ວປະເທດມີສູນຈໍາກັດບໍລິເວນທີີ່ເປີດນໍາໃຊ້ຢູ່ທັງໝົດ 51 ສູນ, ມີຜູ້ຈໍາກັດບໍລິເວນທັງໝົດ 2.976 ຄົນ.

ວຽກງານການກວດວິເຄາະໃນວັນທີ31 ພຶດສະພາ 2021 ທົົ່ວປະເທດ ໄດ້ມີການເກັບຕົວຢູ່າງມາກວດຊອກ
ຫາເຊື້ອ COVID-19 ທັງໝົດ 2.216 ຕົວຢູ່າງ ໃນນັົ້ນ ກວດພົບຜູ້ຕິດເຊື້ອໃໝ່ 17 ກໍລະນີ; ປະກອບມີ ນະຄອນຫຼວງວຽງຈັນ12ຄົນ, ແຂວງຈຳປາສັກ3ຄົນ(ນຳເຂົ້າ) ແລະ ແຂວງສະຫວັນນະເຂດ 2ຄົນ(ນຳເຂົ້າ)

ທີ່ໜ້າເສົ້າຄືກໍລະນີຕິດເຊື້ອມື້ນີ້ແມ່ນມີຢູ່ກຸ່ມພະນັກງານລັດ ກົມໂຄສະນາອົບຮົມກົດໝາຍ, ມະຫາວິທະຍາສາດ ໄປຫຼາຍຄະນະ ແລະສະຖານທີ່ບໍລິການເຂດໃກ້ວິທະຍາເຂດດົງໂດກ, ຂໍໃຫ້ທຸກຄົນໃຫ້ຄວາມສຳຄັນກັບການຮັກສາໄລຍະຫ່າງທາງສັງຄົມ ຍາມນີ້ບໍ່ຈຳເປັນບໍ່ຄວນອອກໄປບ້ານບ້ານຕາມຮ້ານກາເຟຕ່າງໆນອກຈາກຊື້ກັບບ້ານຢ່າງດຽວ.