Work from Home ແນວໃດ ບໍ່ສົ່ງຜົນຮ້າຍຕໍ່ກະດູກ ແລະ ຂໍ້

738

ໃນໄລຍະເວລາທີ່ກຳລັງປະເຊີນກັບພະຍາດໂຄວິດ – 19 ທີ່ກຳລັງລະບາດໃນຂະນະນີ້ ມີຫຼາຍຄົນຕ້ອງປັບຕາລາງການເຮັດວຽກ ເພື່ອຮອງຮັບກັບສະຖານະການລະບາດ ແລະ ຈຳເປັນຕ້ອງເຮັດວຽກຢູ່ບເຮືອນ ຫຼື ທີ່ເອີ້ນກັນວ່າ Work from Home ເຊິ່ງການທີ່ຕ້ອງປ່ຽນສະຖານທີ່ຈາກບ່ອນເຮັດວຽກມາເປັນເຮືອນ ກໍມີບາງປັດໄຈທີ່ອາດເຮັດໃຫ້ເກີດຄວາມບໍ່ສະບາຍ ຫຼື ເກີດຄວາມເຈັບປ່ວຍຂອງພະຍາດທາງກະດູກ ແລະ ຂໍ້ໄດ້.

May be an image of 1 person and standing

ເຮົາລອງມາເບິ່ງກັນວ່າ ຄວາມບໍ່ສະບາຍ ແລະ ຄວາມເຈັບປ່ວຍທີ່ກະດູກ ແລະ ຂໍ້ ທີ່ເກີດຈາກການ Work from Home ມີຫຍັງແດ່ ແລະ ເຮົາຈະປ້ອງກັນໄດ້ແນວໃດ.

ອາການທີ່ເກີດຈາກ Work from Home.

ປວດຫຼັງງ່າຍຂຶ້ນ ເນື່ອງຈາກສະພາບແວດລ້ອມຢູ່ເຮືອນບໍ່ຄືບ່ອນເຮັດວຽກ ບາງຄົນບໍ່ມີໂຕະ ຫຼື ຕັ່ງທີ່ເໝາະສຳລັບການເຮັດວຽກ ເຊັ່ນ: ນັ່ງເຮັດວຽກຢູ່ໂຕະກິນເຂົ້າ ເຊິ່ງຕັ່ງຈະປັບລະດັບບໍ່ໄດ້ ແລະ ບ່ອນຮອງນັ່ງອາດຈະແຂງ, ພະນັກອີງກໍບໍ່ເໝາະສຳລັບການນັ່ງດົນໆ ເຮັດໃຫ້ເກີດອາການປວດຫຼັງໄດ້ງ່າຍກວ່າການນັ່ງຕັ່ງທີ່ເຮັດວຽກ ບາງຄົນຢູ່ໃນຫ້ອງພັກ ຫຼື ອາພາດເມັ້ນ ທີ່ບໍ່ມີພື້ນທີ່ຫຼາຍກໍນັ່ງກັບພື້ນເຮັດວຽກ ເຊິ່ງເປັນທ່າທີ່ບໍ່ຖືກສຸຂະລັກສະນະ ຍິ່ງເຮັດໃຫ້ປວດຫຼັງຫຼາຍຂຶ້ນ, ນອກຈາກນັ້ນໝອນຮອງກະດູກສັນຫຼັງ ແລະ ຂໍ້ຕໍ່ຍັງຕ້ອງຮັບພາລະຫຼາຍກວ່າປົກກະຕິ ສົ່ງຜົນໃຫ້ໝອນຮອງກະດູກເສື່ອມໄດ້ໄວຂຶ້ນ.

May be an image of one or more people and indoor

ປວດເມື່ອກ້າມຊີ້ນກົກຄໍ, ບ່າໄຫຼ່ ຈາກການໃຊ້ຄອມພິວເຕີເປັນເວລາດົນໆ ຫຼາຍຄົນປົກກະຕິເຮັດວຽກບໍ່ຄ່ອຍໃຊ້ຄອມພິວເຕີເຮັດວຽກໜັກ ແຕ່ພໍ Work from Home ກໍຕ້ອງມີປະຊຸມທາງໄກເປັນປະຈຳ ເຮັດໃຫ້ກ້າມຊີ້ນເຄັ່ງຕຶງ, ປວດກົກຄໍ, ບ່າໄຫຼ່ໄດ້.

ປວດຂໍ້ມື, ເອັນອັກເສບ, ນິ້ວລັອກຈາກການໃຊ້ຄອມພິວເຕີ ຫຼື ໂທລະສັບມືຖືເປັນເວລາດົນໆ.

ບໍ່ໄດ້ອອກກຳລັງກາຍ ເນື່ອງຈາກວ່າບໍ່ຕ້ອງອອກຈາກເຮືອນ ບໍ່ຕ້ອງເດີນທາງ ເຮັດໃຫ້ຮ່າງກາຍເໜັງຕີງໜ້ອຍລົງ ກ້າມຊີ້ນບໍ່ໄດ້ຮັບການຝຶກໃຫ້ເກີດຄວາມແຂງແຮງ ສົ່ງຜົນໃຫ້ປວດເມື່ອຍໄດ້ງ່າຍ.

ຢູ່ແຕ່ໃນເຮືອນບໍ່ເຫັນແສງສະຫວ່າງ ບໍ່ເຫັນແດດ ເຮັດໃຫ້ຮ່າງກາຍໄດ້ຮັບວິຕາມິນດີຈາກແສງແດດຫຼຸດລົງ ເຊິ່ງມີຜົນເຮັດໃຫ້ການເຮັດວຽກຂອງກ້າມຊີ້ນຫຼຸດລົງ ແລະ ການສະສົມແຄວຊຽມໃນຮ່າງກາຍຫຼຸດລົງ.

ຄວາມຄຽດເພີ່ມຂຶ້ນ ທັງຈາກການເຮັດວຽກເປັນເວລາດົນ ຫຼື ບາງຄົນຢູ່ໃນເຮືອນຄົນດຽວ ເມື່ອບໍ່ໄດ້ໄປເຮັດວຽກພົບໝູ່ເພື່ອນຮ່ວມງານ ບວກກັບວິຕົກກັງວົນເລື່ອງສະຖານະການລະບາດຂອງພະຍາດ ກໍເກີດຄວາມຄຽດສະສົມຂຶ້ນໄດ້ ຄວາມຄຽດນີ້ກໍເຮັດໃຫ້ນອນບໍ່ຫຼັບ, ເຈັບຫົວ, ກ້າມຊີ້ນເຄັ່ງ, ປວດເມື່ອຍຕາມຮ່າງກາຍໄດ້.

May be an image of one or more people and indoor

ການແກ້ບັນຫາຈາກການ Work from Home

ເຮັດວຽກໃຫ້ເປັນເວລາ, ກຳນົດເວລາການເຮັດວຽກ ແລະ ການພັກຜ່ອນທີ່ຊັດເຈນ, ພະຍາຍາມໃຫ້ແລ້ວວຽກຕາມກຳນົດ ບໍ່ເຮັດວຽກລ່ວງເວລາເພື່ອມີເວລາໄປເຮັດກິດຈະກຳອື່ນໆທີ່ດີຕໍ່ສຸຂະພາບ.

ປັບສະພາບແວດລ້ອມໃຫ້ເໝາະກັບການເຮັດວຽກ ເຊັ່ນ: ຈັດບ່ອນນັ່ງທີ່ມີແສງສະຫວ່າງທີ່ພຽງພໍ ຫາຕັ່ງນຸ້ມໆ ມີພະນັກອີງ ໃຜທີ່ມີທຶນແດ່ກໍຊື້ຕັ່ງເຮັດວຽກດີໆມານັ່ງກໍໄດ້.

ປັບຄວາມສູງຂອງຈຸດວາງຄອມພິວເຕີໃຫ້ເໝາະສົມກັບຮ່າງກາຍ ແລະ ທ່ານັ່ງ ຄວາມສູງຂອງຈໍທີ່ເໝາະສົມນັ້ນ ຂອບເທິງຂອງຈໍໃຫ້ຢູ່ໃນລະດັບສາຍຕາ ກາງຈໍຄວນຢູ່ຕໍ່າລະດັບສາຍຕາປະມານ 10 – 20 ອົງສາ ເພື່ອຫຼຸດການກົ້ມ ຫຼື ເງີຍຄໍທີ່ຫຼາຍເກີນໄປ.

ກຳນົດໄລຍະເວລາການເຮັດວຽກຕໍ່ເນື່ອງ, ຈັດເວລາໃຫ້ມີການພັກປັບອະລິຍະບົດ ແລະ ຢືດກ້າມຊີ້ນຢ່າງຖືກວິທີ ທັງກ້າມຊີ້ນບໍລິເວນຫົວ, ຄໍ, ບ່າໄຫຼ່ ແລະ ຫຼັງ.

May be an image of 1 person

ຫາເວລາອອກກຳລັງກາຍເພື່ອໃຫ້ກະດູກ ແລະ ກ້າມຊີ້ນໄດ້ເໜັງຕີງເຮັດວຽກ, ຝຶກກ້າມຊີ້ນຄໍ, ຫຼັງ ແລະ ໄຫຼ່ ທີ່ຕ້ອງໃຊ້ງານຂະນະນັ່ງເຮັດວຽກໃຫ້ເກີດ ຄວາມແຂງແຮງ, ຢືດເສັ້ນຢືດສາຍອອກກຳລັງກາຍເປັນປະຈຳ ຍັງເຮັດໃຫ້ຄວາມຄຽດຫຼຸດລົງນຳ ຖ້າຈະໃຫ້ດີຄວນອອກກຳລັງກາຍກາງແຈ້ງເຮັດໃຫ້ໄດ້ຮັບແສງແດດ ກໍຈະໄດ້ຮັບວິຕາມິນດີເພີ່ມນຳອີກ.

ຕັ້ງເກນຄວບຄຸມການກິນເຂົ້າໜົມ, ຂອງວ່າງ, ຊາ, ກາເຟ ບໍ່ໃຫ້ຫຼາຍຈົນເກີນໄປ ກາເຟຮ້ອນບໍ່ຄວນເກີນ 2 ຈອກ ກາເຟເຢັນບໍ່ຄວນເກີນ 1 ຈອກ.

May be an image of 1 person, indoor, office and text

ສະຖານະການຂອງໂຄວິດເຮົາບໍ່ສາມາດຮູ້ອະນາຄົດໄດ້, ດັ່ງນັ້ນເຮົາມາເຮັດໃຫ້ການ Work from Home ເປັນການເຮັດວຽກທີ່ດີຕໍ່ສຸຂະພາບກັນດີກວ່າ ພຽງປະຕິບັດຕົວໃຫ້ຖືກຕ້ອງ, ປັບສະພາບແວດລ້ອມໃຫ້ເໝາະສົມ ກໍຈະເຮັດໃຫ້ຫຼຸດຄວາມຄຽດຈາກການເຮັດວຽກ ແລະ ມີ ຄວາມສຸກຫຼາຍຂຶ້ນ.

ທີ່ມາ: https://www.sanook.com/health/28745/