Miss Universe Laos 2020 ຢ້ຽມຢາມ ສປຊ ກ່ອນກັບປະເທດ ໃນຖານະທູດວັດທະນະທຳຂອງລາວ

697

ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ ” ຕ້ອນຮັບ ຄຣິສຕີນາ ລາຊະສິມມາ Miss Universe Laos 2020 ພາຍຫຼັງສໍາເລັດການເຂົ້າຮ່ວມໃນເວທີປະກວດນາງງາມຈັກກະວານທີ່ລັດຟໍລີດາ ສະຫະລັດອາເມຣິກາ “.

May be an image of 15 people, people standing, people sitting and suit

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳອົງການ ສປຊ, ຕາງໜ້າໃຫ້ບັນດານັກການທູດ ແລະ ພະນັກງານປະຈໍາສໍານັກງານໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍທີ່ ຄຣິສຕີນາ ໄດ້ເຮັດສຳເລັດໜ້າທີ່ ທັງໄດ້ປະກອບສ່ວນໃນວຽກງານການທູດດ້ານວັດທະນະທໍາ ໂດຍຕາງໜ້າໃຫ້ຊາວໜຸ່ມລາວ ແລະ ແມ່ຍິງລາວໃນທົ່ວປະເທດ ມາເຜີຍແຜ່ວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາໃນເວທີສາກົນໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເຮັດໃຫ້ສາກົນຮູ້ຈັກ ແລະ ຊື່ນຊົມຍິນດີຕໍ່ຄວາມເປັນເອກະລັກຂອງຊາດລາວເຮົາຫຼາຍຍິ່ງຂຶ້ນ.

May be an image of 7 people, people standing, people sitting and indoor

ນອກຈາກນີ້, ຄຣິສຕີນາ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງຄົນລາວ ທີ່ປະຕິບັດໜ້າທີ່ຢູ່ຕ່າງປະເທດ ລວມທັງຄົນເຊື້ອຊາດລາວເຮົາທີ່ດໍາລົງຊີວິດຢູ່ ສ.ອາເມຣິກາ ພ້ອມທັງໄດ້ເລົ່າຄືນເຖິງປະສົບການບາງດ້ານ ແລະ ຄວາມປະທັບໃຈຈາກການເຂົ້າຮ່ວມໃນເວທີໂລກໃນຄັ້ງນີ້.

ຄຣິສຕີນາ ຍັງມີໂອກາດໄດ້ຮັບຟັງ ແລະ ຮຽນຮູ້ກ່ຽວກັບບາງວຽກງານທີ່ພົ້ນເດັ່ນໃນຂອບອົງການ ສປຊ ລວມທັງບຸລິມະສິດຂອງ ສປປ ລາວ ໃນການເຄື່ອນໄຫວຢູ່ເວທີສາກົນ ໃນຊຸມປີຕໍ່ໜ້າ ແລະ ກໍມີຄວາມສົນໃຈເປັນພິເສດຕໍ່ວຽກງານຂອງອົງການ ສປຊ ເນື່ອງຈາກພໍ່ຂອງ ຄຣິສຕີນາເອງ ໄດ້ຮ່ວມເຮັດວຽກນໍາອົງການເຄືອຂ່າຍ ສປຊ ປະຈໍາ ສປປ ລາວ ມາຫຼາຍປີ ແລະ ຕົນເອງກໍໄດ້ເຮັດໜ້າທີ່ເປັນອາສາສະໝັກໃນການເຜີຍແຜ່ວຽກງານຂອງອົງການ UNFPA ໃນລະດັບປະເທດອີກດ້ວຍ.

May be an image of 1 person, standing and skyscraper

ປັດຈຸບັນ ຄຣິສຕີນາ ໄດ້ກັບມາຮອດ ສປປ ລາວ ເປັນທີ່ຮຽບຮ້ອຍແລ້ວ ແລະ ກໍາລັງກັກຕົວຢູ່ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ເຖິງວ່າການປະກວດຈະຈົບໄປແລ້ວ ແຕ່ກໍສາມາດຕິດຕາມຜົນງານອື່ນໆຂອງນ້ອງ ແລະ ການອັບເດດຕ່າງໆໄດ້ຕະຫຼອດ.