ປີນີ້ແຂວງບໍລິຄຳໄຊ ຈະປູກໄມ້ໃຫ້ໄດ້ 4.840 ເຮັກຕາ

332

ໃນວັນທີ 31 ພຶດສະພາ 2021 ຢູ່ສະຖານີທ່າກົກຄູນ ບ້ານປັດຊຸມ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດກິດຈະກຳປູກຕົ້ນໄມ້ຂຶ້ນ  ໂດຍການເຂົ້າຮ່ວມຂອງ ທ່ານ  ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ມີບັນດາການນຳຂັ້ນແຂວງ, ເມືອງ ແລະ ພະນັກງານ ຂອງບັນດາພະແນກການ ເຂົ້າຮ່ວມ.


ພິທີປູກໄມ້ຂອງແຂວງໃນຄັ້ງນີ້ ມີເນື້ອທີ່ທັງໝົດ 3,7 ເຮັກຕາ  ປູກເບ້ຍໄມ້ຈໍານວນ 1.400 ເບ້ຍ ໃນນັ້ນມີໄມ້ດູ່ 250 ເບ້ຍ, ໄມ້ຂະຍຸງ 250 ເບ້ຍ, ໄມ້ວິກ 300 ເບ້ຍ ແລະ ໄມ້ໃຫ້ໝາກ 600 ເບ້ຍ.


ຫຼັງຈາກນັ້ນ ການນຳແຂວງບໍລິຄຳໄຊ ຍັງຈະໄດ້ຮ່ວມກັນປູກເບ້ຍດອກກຸຫຼາບ ຈຳນວນ 1.500 ເບ້ຍ ແລະ ໄມ້ຊ້າງນ້າວ ຢູ່ອະນຸສາວະລີ ທ່ານ ສີສົມພອນ ລໍວັນໄຊ.


ໃນໄລຍະຜ່ານມາ ແຂວງບໍລິຄຳໄຊ ສາມາດປູກໄມ້ໄດ້ທັງໝົດ 35.926,516 ເຮັກຕາ, ຟື້ນຟູປ່າແບບທຳມະຊາດ ໄດ້ 99.874,45 ເຮັກຕາ, ມີເນື້ອທີປົກຫຸ້ມປ່າໄມ້ ກວມ 70 ກວ່າສ່ວນຮ້ອຍ.  ສຳລັບແຜນການປູກໄມ້ ແລະ ຟື້ນຟູປ່າ ຂອງແຂວງບໍລິຄຳໄຊ ປີ 2021 ຈະໃຫ້ໄດ້ 4.800 ກວ່າເຮັກຕາ 1,8ລ້ານກວ່າເບ້ຍ.


ປັດຈຸບັນ ສາມາດເກັບແກ່ນຊະນິດພັນໄມ້ອຸດສາຫະກຳ ( ຕົ້ນມ່ວງ, ຕົ້ນມີ້, ຕົ້ນລຳໄຍ) ແລະ ໄມ້ປະດັບ ( ໄມ້ດູ່, ໄມ້ຂະຍຸງ, ໄມ້ເກດສະໜາ, ໄມ້ແຕ້ຂ່າ) ໄດ້ 103.635 ກິໂລ, ກ້າເບ້ຍໄມ້ ໄດ້ 2.327.181 ເບ້ຍ, ໃນນັ້ນ ພາກລັດ ກ້າເບ້ຍໄມ້ໄດ້ 113.834 ເບ້ຍ, ປະຊາຊົນ 1.353.347 ເບ້ຍ ແລະ ບໍລິສັດ 860.000 ເບ້ຍ.