ສະມາຄົມຈີນ ແລະ ຊາວຈີນຢູ່ແຂວງສະຫວັນນະຂດ ມອບຕຽງນອນຄົນເຈັບ 30 ໜ່ວຍ ໃຫ້ຄະນະສະເພາະກິດ

327

ໃນຕອນເຊົ້າຂອງວັນທີ 28 ພຶດສະພາ 2021 ສະມາຄົມຈີນ ປະຈຳແຂວງສະຫວັນນະເຂດ ໄດ້ນຳເອົາຕຽງນອນຄົນເຈັບ ຈຳນວນ 30 ໜ່ວຍ ມູນຄ່າ 100 ລ້ານກີບ ມອບໃຫ້ຄະນະສະເພາະກິດແຂວງ.ໃຫ້ກຽດຮັບເຄື່ອງຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ.

ໂອກາດດັ່ງກ່າວ ທ່ານຍັງໄດ້ກ່າວຂອບໃຈ ມາຍັງຄະນະສະມາຄົມຈີນ ແຂວງສະຫວັນນະເຂດ ທີ່ເຫັນໄດ້ຄວາມສຳຄັນ ແລະຄວາມຈຳເປັນ ໃນການຊ່ວຍຄົນເຈັບ ທີ່ກຳລັງນອນປິ່ນປົວຢູ່ໂຮງຫມໍນອກສະຖານທີ່ ທີ່ທາງການໄດ້ກຳນົດເອົາໂຮງຮຽນວິທະຍາໄລ ວິທະຍາສາດ ສຸຂະພາບ ເປັນບ່ອນປິ່ນປົວຜູ້ທີ່ຕິດເຊື້ອ ພະຍາດໂຄວິດ-19 ໃນຄັ້ງນີ້, ສະເພາະຕຽງນອນຄົນເຈັບ, ກໍ່ຍັງບໍ່ທັນພຽງພໍ.

ສະນັ້ນ ການມອບຕຽງໃນຄັ້ງນີ້ ກໍເປັນການປະກອບສ່ວນທີ່ສຳຄັນ ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ, ສະກັດກັ້ນ ການແຜ່ລະບາດຂອງພະຍາດ ຢຄວິດ-19 ຢູ່ແຂວງສະຫວັນນະເຂດ.