Miss Universe Laos 2020 ຢ້ຽມຢາມ ສປຊ ກ່ອນກັບປະເທດ ໃນຖານະທູດວັດທະນະທຳ ຂອງລາວ

689

ສຳນັກງານຜູ້ຕາງຫນ້າຖາວອນແຫ່ງ ສປປລາວ ປະຈໍາອົງການ ສປຊ “ຕ້ອນຮັບ ຄຣິສຕິນາ ລາຊະສິມມາ Miss Universe Laos 2020 ພາຍຫລັງສໍາເລັດການເຂົ້າຮ່ວມໃນເວທີປະກວດນາງງາມຈັກກະວານທີ່ ລັດຟໍລີດາ ສະຫະລັດ ອາເມລິກາ.”

ໃນໂອກາດນີ້ ທ່ານເອກອັກຄະລັດຖະທູດ, ຜູ້ຕາງຫນ້າຖາວອນແຫ່ງ ສປປລາວ ປະຈຳອົງການ ສປຊ, ຕາງຫນ້າໃຫ້ບັນດານັກການທູດ ແລະ ພະນັກງານປະຈໍາສໍານັກງານ ໄດ້: ສະແດງຄວາມຍິນດີ ແລະ ຊົມເຊີຍ ທີ່ ຄຣິສຕີນາ ໄດ້ເຮັດສຳເລັດຫນ້າທີ່ ທັງໄດ້ປະກອບສ່ວນໃນວຽກງານການທູດດ້ານວັດທະນະທໍາ ໂດຍຕາງຫນ້າໃຫ້ຊາວຫນຸ່ມລາວ ແລະ ແມ່ຍິງລາວ ໃນທົ່ວປະເທດ ມາເຜີຍແຜ່ວັດທະນະທໍາ ແລະ ຮີດຄອງປະເພນີ ອັນດີງາມຂອງຊາດລາວເຮົາ ໃນເວທີສາກົນໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເຮັດໃຫ້ສາກົນຮູ້ຈັກ ແລະ ຊື່ນຊົມຍິນດີ ຕໍ່ຄວາມເປັນເອກະລັກຂອງຊາດລາວເຮົາຫລາຍຍິ່ງຂຶ້ນ

ນອກຈາກນີ້ ຄຣິສຕີນາ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງຄົນລາວ ທີ່ປະຕິບັດຫນ້າທີ່ຢູ່ຕ່າງປະເທດ ລວມທັງຄົນເຊື້ອຊາດລາວເຮົາທີ່ດໍາລົງຊີວິດຢູ່ ສ. ອາເມລິກາ ພ້ອມທັງໄດ້ເລົ່າຄືນເຖິງ ປະສົບການບາງດ້ານ ແລະ ຄວາມປະທັບໃຈ ຈາກການເຂົ້າຮ່ວມໃນເວທີໂລກໃນຄັ້ງນີ້

ຄຣິສຕີນາ ຍັງມີໂອກາດໄດ້ຮັບຟັງ ແລະ ຮຽນຮູ້ກ່ຽວກັບບາງວຽກງານທີ່ພົ້ນເດັ່ນໃນຂອບອົງການ ສປຊ ລວມທັງ ບູລິມະສິດຂອງ ສປປລາວ ໃນການເຄື່ອນໄຫວຢູ່ເວທີສາກົນ ໃນຊຸມປີຕໍ່ຫນ້າ ແລະ ກໍມີຄວາມສົນໃຈເປັນພິເສດ ຕໍ່ວຽກງານຂອງອົງການ ສປຊ ເນື່ອງຈາກພໍ່ຂອງ ຄຣີສຕີນາເອງ ໄດ້ຮ່ວມເຮັດວຽກນໍາອົງການ ເຄືອຂ່າຍ ສປຊ ປະຈໍາ ສປປລາວ ມາຫລາຍປີ ແລະ ຕົນເອງກໍໄດ້ເຮັດຫນ້າທີ່ ເປັນອາສາສະຫມັກໃນການເຜີຍແຜ່ວຽກງານຂອງອົງການ UNFPA ໃນລະດັບປະເທດອີກດ້ວຍ.

ປັດຈຸບັນຄຣິດຕິນາ ໄດ້ກັບມາຮອດ ສປປລາວ ເປັນທີ່ຮຽບຮ້ອຍແລ້ວ ແລະ ກໍາລັງກັກຕົວຢູ່ທີ່ໂຮງແຮມ ຄຣາວພາຊາ ນະຄອນຫຼວງວຽງຈັນ ເຖິງວ່າການປະກວດຈະຈົບໄປແລ້ວ ແຕ່ກໍສາມາດຕິດຕາມຜົນງານອື່ນໆຂອງນ້ອງ  ແລະ ການອັບເດດຕ່າງໆໄດ້ຕະຫຼອດ.