AIDC Trading ລົງນາມຮ່ວມມືການຈັດຊື້ສິນຄ້າກະສິກຳປຸງແຕ່ງຈາກ ລາວ ສົ່ງໄປ ສປ ຈີນ

1464

ການລົງນາມຮ່ວມມືເພື່ອຈັດຊື້ສິນຄ້າກະສິກຳປຸງແຕ່ງ 9 ລາຍການໃຫຍ່ ຈາກ ສປປ ລາວ ສົ່ງໄປ ສປ ຈີນ ລວມມູນຄ່າການສົ່ງອອກ 1,5 ຕື້ໂດລາ ພາຍໃນປີທີ 5 ເປັນຕົ້ນໄປ ແມ່ນຈະເລີ່ມສົ່ງອອກ, ການຮ່ວມມືດັ່ງກ່າວຈະເປັນໂຄງການທີ່ຈະສ້າງອາຊີບໃຫ້ແກ່ປະຊາຊົນລາວຫຼາຍແສນຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວດີຂຶ້ນ.

ໃນວັນທີ 28 ພຶດສະພາຜ່ານມາ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ), ບໍລິສັດ ເອໄອດີຊີ ການຄ້າ ຈຳກັດຜູ້ດຽວ ( AIDC ) ສປປ ລາວ ແລະ ບໍລິສັດ ລັດວິສາຫະກິດສະບຽງອາຫານຈີນ ສາຂາເມືອງ ເຈີງໂຈ ແຂວງເຫີໜານ ສປ ຈີນ ໄດ້ລົງນາມຮ່ວມມື ( ແບບທາງໄກ ) ໃນການຈັດຊື້ສິນຄ້າປຸງແຕ່ງກະສິກຳຈາກ ສປປ ລາວ ສົ່ງໄປ ສປ ຈີນ ໂດຍມີ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຄ ແລະ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ( ກະຊວງ ກປ ) ພ້ອມດ້ວຍທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

May be an image of one or more people, people standing, television, screen and indoor

ພິທີລົງນາມຄັ້ງນີ້ມີຂຶ້ນລະຫວ່າງ ທ່ານ ພຶດສະພາ ພູມມະສັກ ປະທານ ບໍລິສັດ AIDC ແລະ ທ່ານ ຈ້າຍ ເຫວີຍ ( Dai Wei ) ປະທານກຳມະການບໍລິຫານ ລັດວິສາຫະກິດສະບຽງອາຫານ ສປ ຈີນ ສາຂາເມືອງເຈີງໂຈ ແຂວງເຫີໜານ ພ້ອມດ້ວຍມີຜູ້ຕາງໜ້າຂອງລັດຖະບານລາວຮ່ວມລົງນາມ ເພື່ອເປັນສັກພິຍານຄື ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງ ອຄ ແລະ ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າຫ້ອງການ ກະຊວງ ກປ.

May be an image of 1 person and standing

ໃນພິທີ ທ່ານ ພຶດສະພາ ພູມມະສັກ ໄດ້ກ່າວວ່າ: ການໄດ້ລົງນາມຮ່ວມມືດ້ານຍຸດທະສາດໃນການເອົາສິນຄ້າຈາກ ສປປ ລາວ ໄປຂາຍໃນ ສປ ຈີນ ໂດຍການຮ່ວມມືກັບລັດວິສາຫະກິດສະບຽງອາຫານ ສປ ຈີນຄັ້ງນີ້ ແມ່ນກວມເອົາສິນຄ້າກະສິກຳປຸງແຕ່ງ 9 ລາຍການໃຫຍ່ ຄື: ຖົ່ວດິນ 1 ແສນໂຕນ, ແປ້ງມັນຕົ້ນ 1 ແສນໂຕນ, ຊີ້ນງົວແຊ່ແຂງ 1 ແສນໂຕນ, ໝາກມ່ວງຫິມະພານ 2 ແສນໂຕນ, ໝາກມ່ວງ 1 ແສນໂຕນ, ທຸລຽນ 5 ໝື່ນໂຕນ, ຖົ່ວເຫຼືອງ 2 ແສນໂຕນ, ກ້ວຍ 1 ແສນໂຕນ ແລະ ນ້ຳຕານ 5 ແສນໂຕນ ເຊິ່ງລວມມູນຄ່າການສົ່ງອອກ 1,5 ຕື້ໂດລາ ເລີ່ມສົ່ງອອກພາຍໃນປີທີ 5 ເປັນຕົ້ນໄປ, ການຮ່ວມມືດັ່ງກ່າວນີ້ຈະສ້າງອາຊີບໃຫ້ແກ່ປະຊາຊົນລາວຫຼາຍແສນຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ແລະ ຈະສ້າງລາຍຮັບໃຫ້ແກ່ລັດຖະບານ. ພ້ອມກັນນັ້ນ, ກໍຍັງເປັນການປັບປຸງພື້ນຖານໂຄງລ່າງ ເປັນຕົ້ນແມ່ນຖະໜົນຫົນທາງ, ໄຟຟ້າ, ນ້ຳປະປາ ແລະ ຊົນລະປະທານໄປພ້ອມໆກັນ. ໂອກາດດຽວກັນ, ຍັງໄດ້ຂອບໃຈລັດຖະບານລາວທີ່ໄດ້ເອົາໃຈໃສ່ຊຸກຍູ້ ແລະ ສະໜັບສະໜູນ ເຊິ່ງຜ່ານມາກໍໄດ້ພ້ອມກັນທົດລອງເຮັດກະສິກຳຢູ່ຫຼາຍຈຸດ ແລະ ໄດ້ກະກຽມພື້ນທີ່ປູກຝັງເຮັດການຜະລິດ ແຕ່ພາກກາງ ຫາ ພາກໃຕ້ ໂດຍປັດຈຸບັນໄດ້ເກືອບ 1 ແສນເຮັກຕາ. ພາຍຫຼັງການລົງນາມຄັ້ງນີ້, ບໍລິສັດ ແລະ ລັດວິສາຫະກິດສະບຽງອາຫານຈີນ ຈະປຶກສາຫາລືເຖິງລາຍລະອຽດດ້ານເຕັກນິກຂອງການປູກ – ການປຸງແຕ່ງ ແລະ ກ້າວສູ່ຂັ້ນຕອນການນຳສະເໜີໂຄງການໃຫ້ແກ່ລັດຖະບານໃນການຂໍໂກຕາ ແລະ ພະຍາຍາມໃຫ້ລາຄາສາມາດແຂ່ງຂັນໄດ້ ທຽບກັບປະເທດອື່ນອ້ອມຂ້າງ.

May be an image of one or more people, people sitting, people standing and indoor

ທ່ານລັດຖະມົນຕີ ກະຊວງ ອຄ ໄດ້ກ່າວວ່າ: ພາຍຫຼັງທີ່ ລາວ – ຈີນ ໄດ້ສຳເລັດການເຊັນສັນຍາຊື້ – ຂາຍ ເຂົ້າ 20 ພັນໂຕນ ແລະ ສືບຕໍ່ສົ່ງອອກເຂົ້າ 50 ພັນໂຕນ ໃນອະນາຄົດ; ການລົງນາມໃນຄັ້ງນີ້ກໍເປັນອີກສິ່ງໜຶ່ງທີ່ມີຄວາມໝາຍສຳຄັນຍິ່ງ ເປັນໂອກາດທີ່ເປີດຊ່ອງທາງໃຫ້ສາມາດສ້າງມູນຄ່າການຄ້າຂອງທັງສອງປະເທດເພີ່ມຂຶ້ນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງ ສປປ ລາວ ແລະ ທັງເປັນໂອກາດໃນການສົ່ງອອກສິນຄ້າກະສິກຳທີ່ເປັນສິນຄ້າທີ່ເປັນທ່າແຮງຂອງລາວ. ນອກນີ້, ຍັງເປັນການສົ່ງເສີມການຜະລິດ, ດຶງດູດການລົງທຶນເພື່ອກ້າວຜ່ານອຸປະສັກທີ່ເກີດຈາກໂຄວິດ – 19 ແລະ ຍັງເປັນການຮອງຮັບໃຫ້ແກ່ຜົນສຳເລັດຂອງການກໍ່ສ້າງທາງລົດໄຟ ລາວ – ຈີນ ໃນທ້າຍປີ 2021 ນີ້ ກໍຄືຍຸດທະສາດ ໜຶ່ງເລວໜຶ່ງເສັ້ນທາງ ໃຫ້ປາກົດຜົນເປັນຈິງ ເຊິ່ງເຊື່ອໝັ້ນວ່າການສົ່ງອອກສິນຄ້າຜ່ານການຂົນສົ່ງຂອງທາງລົດໄຟນີ້ຈະຊ່ວຍໃຫ້ຫຼຸດຕົ້ນທຶນ ແລະ ສາມາດແຂ່ງຂັນກັບສິນຄ້າຂອງບັນດາປະເທດ ແລະ ຂອງສາກົນໄດ້.

May be an image of 3 people, people sitting, people standing, office and indoor

ທ່ານລັດຖະມົນຕີ ກະຊວງ ກປ ກໍໄດ້ກ່າວວ່າ: ປັດຈຸບັນ ລາວ – ຈີນ ໄດ້ສຳເລັດອະນຸສັນຍາສອງຝ່າຍ ເຊິ່ງສາມາດສົ່ງອອກພືດ ແລະ ຜະລິດຕະພັນພືດໄປ ສປ ຈີນ ມີ 7 ຊະນິດພືດ ຄື: ສາລີ, ມັນຕົ້ນ, ກ້ວຍ, ເຂົ້າສານ, ໝາກໂມ, ມັນດ້າງ, ພືດຕະກູນຖົ່ວ; ນອກນີ້ຍັງມີງົວອີກ. ກະຊວງ ກປ ຍັງສຳເລັດການຮ່າງອະນຸສັນຍາ ເພື່ອລໍຖ້າເຊັນລົງນາມໃນການສົ່ງພືດ ແລະ ຜະລິດຕະພັນພືດໄປ ສປ ຈີນ ອີກ 6 ຊະນິດພືດ ເຊັ່ນ: ໝາກພຸກ, ໝາກກ້ຽງ, ໝາກນາວ, ໝາກໜອດ, ພືດເປັນຢາ, ໃບໝາກຕູມແຫ້ງ ເຊິ່ງແຕ່ນີ້ຮອດປີ 2025 ແມ່ນຈະສືບຕໍ່ເຈລະຈາທາງດ້ານເຕັກນິກເປີດຕະຫຼາດກັບ ສປ ຈີນ ຫຼາຍກວ່າ 90 ລາຍການພືດ, ຫຼັງຈາກເຊັນສັນຍາໃນພິທີຄັ້ງນີ້ ກະຊວງ ກປ ຈະດຳເນີນການເຈລະຈາ ເພື່ອຂໍໂກຕາສົ່ງອອກໄປ ສປ ຈີນ 5 ລາຍການ ທີ່ນອນໃນອະນຸສັນຍາທີ່ ລາວ – ຈີນ ໄດ້ລົງນາມແລ້ວທີ່ມີໃນ 9 ລາຍການສິນຄ້າ ທີ່ໄດ້ລົງນາມໃນພິທີຄັ້ງນີ້.

May be an image of 2 people, people standing and indoor

ພາຍຫຼັງພິທີລົງນາມດັ່ງກ່າວສຳເລັດ, ທ່ານລັດຖະມົນຕີທັງສອງກະຊວງ ພ້ອມດ້ວຍຄະນະ ກໍໄດ້ສືບຕໍ່ເຂົ້າຮ່ວມການປະຊຸມແບບທາງໄກ ລະຫວ່າງ ບໍລິສັດ AIDC ແລະ ບໍລິສັດ COFCO ( ຄອຟໂກ ) ທີ່ເປັນກຸ່ມບໍລິສັດສະບຽງອາຫານແຫ່ງຊາດຈີນ ເຊິ່ງຝ່າຍບໍລິສັດຈາກ ສປ ຈີນ ມີ ທ່ານ ຫວັງ ເຜິງ ຫົວໜ້າຜູ້ຈັດການທົ່ວໄປພະແນກທຸລະກິດ ຂອງບໍລິສັດດັ່ງກ່າວເຂົ້າຮ່ວມ, ໂດຍການເຂົ້າຮ່ວມກອງປະຊຸມຂອງທ່ານລັດຖະມົນຕີ ທັງສອງກະຊວງ ພ້ອມຄະນະຄັ້ງນີ້ກໍເພື່ອເປັນການຊຸກຍູ້ການຮ່ວມມືຂອງສອງບໍລິສັດ ລາວ – ຈີນ ເຊິ່ງນັບແຕ່ປີ 2019 ສອງບໍລິສັດໄດ້ຮ່ວມມືກັນ, ປັດຈຸບັນນີ້ໄດ້ຕົກລົງກັນດ້ານສິນຄ້າຜະລິດຕະພັນພືດມີ 11 ລາຍການ ທີ່ພົ້ນເດັ່ນຄື: ໝາກຖົ່ວດິນ, ມັນຕົ້ນແຫ້ງ, ໝາກມ່ວງຫິມະພານ, ທຸລຽນ, ໝາກເຜັດ, ໝາກກ້ວຍ, ໝາກມ່ວງອົບແຫ້ງ, ໝາກຖົ່ວ, ມັນດ້າງ, ນໍ້າຕານ ແລະ ສິນຄ້າປະເພດໝາກໄມ້ອົບແຫ້ງອື່ນໆ ມູນຄ່າການສົ່ງອອກຫຼາຍກວ່າ 1 ຕື້ໂດລາສະຫະລັດ.

ໃນນີ້, ສະເພາະໝາກມ່ວງຫິມະພານ ມີມູນຄ່າສົ່ງອອກເຖິງ 15 ລ້ານໂດລາ ໃນປີ 2019 ແລະ ປັດຈຸບັນໝາກເຜັດ ກຳລັງເປັນອີກ 1 ລາຍການສິນຄ້າທີ່ມີທ່າແຮງສົ່ງອອກໄປ ສປ ຈີນ; ສະເພາະການປະຊຸມຄັ້ງນີ້ ບໍລິສັດ COFCO ຈະໃຫ້ການຊ່ວຍເຫຼືອໃນການສະເໜີຂໍເພີ່ມໂກຕາໃນການສົ່ງອອກສິນຄ້າຈາກ ລາວ ໄປ ສປ ຈີນ, ຈະສະເໜີການຍົກເວັ້ນພາສີສິນຄ້າຂອງ 9 ລາຍການສິນຄ້າທີ່ ບໍລິສັດ AIDC ລົງນາມຮ່ວມມືກັບລັດວິສາຫະກິດສະບຽງອາຫານ ຈີນ ແລະ ຈະໃຫ້ຄຳແນະນຳທາງດ້ານເຕັກນິກວິຊາການໃນການປຸງແຕ່ງສິນຄ້າ ແລະ ອື່ນໆທີ່ຈຳເປັນ ເພື່ອໃຫ້ການຮ່ວມມືຂອງສອງບໍລິສັດ ສາມາດສ້າງຜົນປະໂຫຍດມາໃຫ້ສອງຝ່າຍ ກໍຄືຜົນປະໂຫຍດດ້ານການຄ້າມາສູ່ສອງປະເທດ ສປປ ລາວ ແລະ ສປ ຈີນ.