ເສົ້າເດ ຈາກໄປອີກແລ້ວໃນອະດີດການນຳຂັ້ນສູງ ທ່ານ ວົງເພັດ ໄຊເກີຢາຈົງຕົວ

1211

ເປັນຂ່າວເສົ້າອີກແລ້ວກັບການຈາກໄປຕະຫຼອດການຂອງໜຶ່ງອະດີດການນຳຂັ້ນສູງ ທ່ານ ວົງເພັດ ໄຊເກີຢ່າງຈົງຕົວ ພາຍຫຼັງທີ່ເພິ່ນໄດ້ລົມປ່ວຍໜັກ ເຊິ່ງການຈັດຕັ້ງຄອບຄົວຍາດພີ່ນ້ອງ, ຄະນະແພດໝໍໄດ້ເອົາໃຈໃສ່ປິ່ນປົວຈົນສຸດຄວາມສາມາດ ແຕ່ກໍ່ບໍ່ສາມາດກອບກູ້ເອົາຊີວິດຂອງເພິ່ນໄວ້ໄດ້ ທ່ານຈຶ່ງໄດ້ເສຍຊີວິດ ໃນເວລາ 12 ໂມງ 25 ນາທີ ຂອງວັນທີ 30 ພຶດສະພາ 2021 ລວມອາຍຸໄດ້ 82 ປີ.


ຄະນະບໍລິຫານງານສູນກາງພັກ, ລັດຖະບານແຫ່ງ ສປປ ລາວ, ສະພາແຫ່ງຊາດ, ຄະນະກວດກາ ສູນກາງພັກ, ສູນກາງແນວລາວສ້າງຊາດ, ສູນກາງສະຫະພັນກໍາມະບານລາວ, ແຂວງຫລວງພະບາງ ແລະ ຄອບຄົວໄຊເກີຢາຈົງຕົວ ຂໍແຈ້ງຂ່າວຄວາມເສົ້າສະຫລົດໃຈມາຍັງສະມາຊິກພັກ, ພະນັກງານ, ນັກຮົບ ແລະ ພີ່ນ້ອງຮ່ວມຊາດຊາບທົ່ວເຖິງກັນວ່າ: ສະຫາຍ ວົງເພັດ ໄຊເກີຢາຈົງຕົວ ພະນັກງານບໍານານ ອະດີດກໍາມະການສູນກາງພັກ ສະໄໝທີ III, IV, V, VI, VII ແລະ VIII ອະດີດເລຂາພັກແຂວງ-ເຈົ້າແຂວງຫລວງພະບາງ, ອະດີດຮອງປະທານສູນກາງແນວລາວສ້າງຊາດ, ອະດີດຮອງປະທານສະພາແຫ່ງຊາດສະໄໝ ທີ III, IV, ອະດີດປະທານກວດກາສູນກາງພັກ ສະໄໝທີ VI, VII ແລະ ອະດີດປະທານສູນກາງ ສະຫະພັນກໍາມະບານລາວ

ພາຍຫລັງ ສະຫາຍໄດ້ມີການເຈັບເປັນ, ການຈັດຕັ້ງຄອບຄົວຍາດພີ່ນ້ອງ, ຄະນະແພດໝໍໄດ້ເອົາໃຈໃສ່ປິ່ນປົວຈົນສຸດຄວາມສາມາດ ແຕ່ກໍ່ບໍ່ສາມາດກອບກູ້ເອົາຊີວິດຂອງສະຫາຍໄວ້ໄດ້ ສະຫາຍຈຶ່ງໄດ້ເສຍຊີວິດ ໃນເວລາ 12 ໂມງ 25 ນາທີ ຂອງວັນທີ 30/05/2021 ລວມອາຍຸໄດ້ 82 ປີ.


ເພື່ອຈາລຶກຄຸນງາມຄວາມດີຂອງ ສະຫາຍ ວົງເພັດ ໄຊເກີຢາຈົງຕົວ ທີ່ໄດ້ອຸດທິແກ່ປະເທດຊາດ ແລະ ການປະຕິວັດ, ດ້ວຍຄວາມອາໄລ ອາວອນຢ່າງສຸດຊຶ້ງຕໍ່ສະຫາຍ, ເຊິ່ງເປັນໜຶ່ງໃນບັນດາພະນັກງານການນໍາຂັ້ນສູງຂອງພັກ-ລັດ.
ຄະນະບໍລິຫານງານສູນກາງພັກ, ລັດຖະບານແຫ່ງ ສປປ ລາວ, ສະພາແຫ່ງຊາດ, ຄະນະກວດກາສູນກາງພັກ, ສູນກາງແນວລາວສ້າງຊາດ, ສູນກາງສະຫະພັນກໍາມະບານລາວ ແລະ ແຂວງຫລວງພະບາງ ໄດ້ຕົກລົງໄວ້ອາໄລຢ່າງເປັນທາງການ ເປັນເວລາ 03 ວັນ ນັບແຕ່ວັນທີ 31/05/2021 ເຖິງວັນທີ 02/06/2021.

ປັດຈຸບັນສົບຂອງເພິ່ນໄດ້ບໍາເພັນກຸສົນໄວ້ຢູ່ທີ່ເຮືອນຂອງເພີ່ນ ບ້ານຊຽງຍືນ, ໜ່ວຍ 10 ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ສ່ວນວັນຊາປະນາກິດສົບ ຈະໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 02/06/2021 ເວລາ 10 ໂມງ 00 ນາທີ ທີ່ເຮືອນຂອງເພີ່ນເອງ. ຈາກນັ້ນ ຈະໄດ້ເຄື່ອນສົບໄປແຂວງຫລວງພະບາງ ແລະ ເຮັດພິທີປົງສົບ ເວລາ 15 ໂມງ 00 ນາທີ ຢູ່ທີ່ອານຸສາວະລີນັກຮົບນິລະນາມທະຫານ ແຂວງຫລວງພະບາງ.


ດັ່ງນັ້ນ, ຈຶ່ງແຈ້ງຂ່າວມາຍັງສະມາຊິກພັກ, ພະນັກງານ, ນັກຮົບ ແລະ ປະຊາຊົນລາວບັນ ດາເຜົ່າໃນຂອບເຂດທົ່ວປະເທດ ເພື່ອຊາບທົ່ວເຖິງກັນ.