ສາຍການບິນກາຣູດາ ກຽມຫຼຸດຍົນ – ຈ້າງ ພະນັກງານອອກ ເພື່ອປະຄອງທຸລະກິດ

0
428

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສາຍການບິນກາຣູດາ ຂອງອິນໂດເນເຊຍ ກຽມຫຼຸດຍົນໂດຍສານລົງເຄິ່ງໜຶ່ງ ເພື່ອຫຼຸດບັນຫາການຂາດທຶນ ເພື່ອປະຄອງໃຫ້ທຸລະກິດສາມາດຢູ່ລອດ ທ່າມກາງສະພາວະຂາລົງຂອງທຸລະກິດການບິນ.
ກາຣູດາ ເຊິ່ງເປັນສາຍການບິນຍັກໃຫຍ່ຂອງອິນໂດເນເຊຍ ໄດ້ລາຍງານຕໍ່ຕະຫຼາດຫຼັກຊັບເມື່ອບໍ່ດົນມານີ້ວ່າ ບໍລິສັດໄດ້ສະເໜີໃຫ້ພະນັກງານລາອອກ ເພື່ອຮັບອຸດໜູນກ່ອນກຳນົດເວລາ ເພື່ອໃຫ້ສາຍການບິນມີສະພາບຄ່ອງທີ່ດີຂຶ້ນ ແລະ ສາມາດປັບຕົວເຂົ້າກັບການດຳເນີນທຸລະກິດໄດ້.

ການຫຼຸດຈຳນວນຍົນຂອງສາຍການບິນກາຣູດາຄັ້ງນີ້ ມີທັງຍົນໂດຍສານທີ່ສາຍການບິນເປັນເຈົ້າຂອງ ແລະ ຍົນທີ່ເຊົ່າມາ ເຊິ່ງຈະເຮັດໃຫ້ພະນັກງານຈຳນວນຫຼວງຫຼາຍຕ້ອງອອກຈາກວຽກ ເພື່ອຮັບອຸດໜູກ່ອນກຳນົດ.
ປັດຈຸບັນສາຍການບິນກາຣູດາ ມີພະນັກງານທັງໝົດ 5.700 ຄົນ ແລະ ມີຍົນໂດຍສານໃນຝູງບິນ 142 ລຳ ແຕ່ສາຍການບິນຈຳເປັນຕ້ອງຫຼຸດຈຳນວນຍົນລົງໃຫ້ຍັງເຫຼືອພຽງ 70 ລຳ ພາຍໃນທ້າຍປີ 2022.

LEAVE A REPLY

Please enter your comment!
Please enter your name here