ວັນນີ້ປິ່ນປົວດີໃໝ່ 24 ຄົນ ຕິດເຊື້ອເພີ່ມ 3 ດ້ານຄະນະສະເພາະກິດຮຽກຮ້ອງເຖິງຕົວເລກຈະຫຼຸດລົງແຕ່ພວກເຮົາກໍບໍ່ຕ້ອງປະໝາດ

587

ວັນທີ 30 ພຶດສະພາ ສປປລາວ ພັບກໍລະນີຕິດເຊື້ອໃໝ່ 3 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ, ປິ່ນປົວດີໃໝ່ 24 ຄົນ, ໂດຍປັດຈຸບັນຄົນເຈັບຍັງນອນປິ້ນປົວ482ຄົນ. ຄະນະສະເພາະກິດໄດ້ຮຽກຮ້ອງໃນ ປັດຈຸບັນຍັງມີຄວາມຈໍາເປັນທີ່ຈະຕ້ອງປະຕິບັດວິຖີ່ຊິວິດໃໝ່, ການຮັກສາໄລຍະຫ່າງໃນສັງຄົມ ແລະ ຫຼີກລ່ຽງໄປ ຊຸມຊົນແອອັດ.

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ຮສ ດຣ ນາງ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ຖະແຫຼງຂ່າວ ປະຈຳວັນທີ30ພິຶດສະພາ.


ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ກ່າວວ່າ: ໃນວັນທີ 29 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.928 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 3 ກໍລະນີ ທັງໝົດຢູ່ນະຄອນຫຼວງວຽງຈັນ ເຮັດໃຫ້ ຕົວເລກສະສົມຕິດເຊື້ອທັງໝົດ 1.911 ຄົນ. ເສຍຊິວິດສະສົມ 3 ຄົນ(ໃໝ່0ຄົນ), ປິ່ນປົວຫາຍດີ 1.426 ຄົນ(ໃໝ່ 24ຄົນ) ແລະ ຍັງສືບຕໍ່ປິ່ນປົວທັງໝົດ 482 ຄົນ.


ຜູ້ຕິດເຊື້ອທີ 1 ເປັນຜູ້ສຳຜັດໃກ້ຊິດກັບກັບ ກຸ່ມຕິດເຊື້ອ ຈາກ ກະຊວງໂຍທາທິການ ແລະ ຂົນສົ່ງ, ຜູ້ຕິດເຊື້ອທີ 2 ແມ່ນ ຈາກບ້ານຕານມີໄຊ/ຫໍພັກອາຈານ ມຊ , ຜູ້ຕິດເຊື້ອທີ 3 ແມ່ນ ຢູ່ບ້ານໂພນປາເປົ້າ ເຊິ່ງທາງທີມແພດນະຄອນຫຼວງກໍາລັງຕິດຕາມ.
ມາຮອດປັດຈຸບັນນີ້ ທ່າອ່ຽງຂອງການລະບາດ ໃນໂລກນີ້ ຍັງບໍ່ມີທ່າທີ່ຈະຢຸດນິ້ງ ຫຼື ລົງຄ້ອຍເທື່ອ. ຕາມການລາຍງານຂອງໜ່ວຍງານຄວບຄຸມພະຍາດຕິດຕໍ່ ຂອງ ສະຫະພັນຢູໂລບ (ECDC) ແລະ ຈາກມະຫາວິທະຍາໄລ ຈອນຮອບສະກິນ ໄດ້ແບ່ງການລະບາດໃນບັນດາປະເທດ ອອກເປັນ 6 ກຸ່ມ ດັ່ງຕໍ່ໄປນີ້:


1.ປະເທດທີ່ມີກໍລະນີຕິດເຊື້ອໃໝ່ ເພີ່ມຂຶ້ນ 02 ເທົ່າ (ສົມທຽບ 14 ວັນ ຜ່ານໄປ ກັບ 14 ວັນກ່ອນ) ມີ 12 ປະເທດ
2.ປະເທດທີ່ມີກໍລະນີຕິດເຊື້ອໃໝ່ ຫຼາຍກວ່າຜ່ານມາ ມີ 48 ປະເທດ
3.ປະເທດທີ່ມີກໍລະນີຕິດເຊື້ອໃໝ່ ບໍ່ປ່ຽນແປງ (ຄືເກົ່າ) ມີ 12 ປະເທດ
4.ປະເທດທີ່ມີກໍລະນີຕິດເຊື້ອໃໝ່ຫຼຸດລົງ ມີ 76 ປະເທດ
5.ປະເທດທີ່ມີກໍລະນີຕິດເຊື້ອໃໝ່ຫຼຸດລົງເຄິ່ງໜຶ່ງ ມີ 34 ປະເທດ
6.ປະເທດທີ່ບໍ່ມີກໍລະນີຕິດເຊື້ອໃໝ່ ມີ 6 ປະເທດ

ສໍາລັບ ສປປ ລາວ ເຮົາ ແລະ ກໍາປູເຈຍ ແມ່ນຖືກຈັດເຂົ້າຢູ່ໃນກຸ່ມປະເທດທີ່ມີກໍລະນີຕິດເຊື້ອໃໝ່ຫຼຸດລົງ, ສ່ວນປະເທດໄທ ແມ່ນຈັດເຂົ້າ ຢູ່ໃນກຸ່ມທີ 2.

ເຖິງວ່າທ່າອ່ຽງຂອງການລະບາດຢູ່ໃນປະເທດຂອງພວກເຮົາ ໂດຍລວມ ແລະ ໃນນະຄອນຫຼວງໂດຍສະເພາະ ມີທ່າອ່ຽງຫຼຸດລົງ ຕາມການລາຍງານໃນແຕ່ລະວັນກໍ່ຕາມ ແຕ່ພວກເຮົາກໍບໍ່ຕ້ອງປະໝາດ ໃນການປະຕິບັດມາດຕະການຕ່າງໆ ໃນແຈ້ງການ ທີ່ທາງລັດຖະບານ ກໍ່ຄື ຄະນະສະເພາະກິດຂັ້ນສູງກາງ ແລະ ຂັ້ນແຂວງ ໄດ້ວາງອອກ ຈົນກວ່າ ພວກເຮົາບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ ເປັນເວລາ 28 ວັນ. ດັ່ງນັ້ນ, ການທີ່ໃຫ້ຢູ່ເຮືອນ ແລະ ບໍ່ອອກເດີນທາງ ໄປສະຖານທີ ອື່ນໆຍັງຖືວ່າເປັນ ຍຸດທະສາດ ກໍ່ຄືມາດຕະການຫຼັກ ແລະ ສໍາຄັນໃນການຢຸດຢັ້ງການແຜລະບາດໃນຄັ້ງນີ້ຂອງປະເທດຂອງພວກເຮົາ.


ໃນໄລຍະປັດຈຸບັນຍັງມີຄວາມຈໍາເປັນທີ່ຈະຕ້ອງປະຕິບັດວິຖີ່ຊິວິດໃໝ່ ເຊັ່ນ: ການໃສ່ຜ້າປິດປາກດັງ, ການໝັ່ນລ້າງມື ດ້ວຍເຈວ ແລະ ເຫຼົ້າ 70 ເລື້ອຍໆ, ການຮັກສາໄລຍະຫ່າງໃນສັງຄົມ ແລະ ຫຼີກລ່ຽງໄປບ່ອນທີ່ມີຄົນຫຼາຍ ຫຼື ຊຸມຊົນແອອັດ, ການເຮັດວຽກຢູ່ບ້ານ ຫຼື ແບ່ງກັນປະຈໍາການ, ການຊື້ອາຫານກັບບ້ານ, ການສັ່ງຊື້ເຄື່ອງອອນລາຍ, ການງົດໄປຢ້ຽມຢາມຜູ້ສູງອາຍຸ ເປັນຕົ້ນ… ຈົນກວ່າພວກເຮົາຈະຜ່ານພົ້ນການລະບາດໃນຄັ້ງນີ້.