AIDC Trading ລົງນາມຮ່ວມມືການຈັດຊື້ສິນຄ້າກະສິກຳປຸງແຕ່ງ ຈາກ ລາວ ສົ່ງໄປ ສປ ຈີນ

4295

ການລົງນາມຮ່ວມມືເພື່ອຈັດຊື້ສິນຄ້າກະສິກຳປຸງແຕ່ງ 9 ລາຍການໃຫຍ່ ຈາກ ສປປ ລາວ ສົ່ງໄປ ສປ ຈີນ ລວມມູນຄ່າການສົ່ງອອກ 1,5 ຕື້ໂດລາ ພາຍໃນປີທີ 5 ຫຼັງຈາກນີ້ ແມ່ນຈະເລີ່ມສົ່ງອອກ ຊຶ່ງການຮ່ວມມືດັ່ງກ່າວ ຈະເປັນໂຄງການ ທີ່ຈະສ້າງອາຊີບໃຫ້ແກ່ປະຊາຊົນລາວຫຼາຍແສນຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວດີຂຶ້ນ.


ໃນວັນທີ 28 ພຶດສະພາ ຜ່ານມາ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ກະຊວງ ອຄ); ບໍລິສັດ ເອໄອດີຊີ ການຄ້າ ຈຳກັດຜູ້ດຽວ (AIDC), ສປປ ລາວ ແລະ ບໍລິສັດ ລັດວິສາຫະກິດ ສະບຽງ ອາຫານ ຈີນ ສາຂາ ເມືອງ ເຈີງໂຈ, ແຂວງ ເຫີໜານ, ສປ ຈີນ ໄດ້ລົງນາມຮ່ວມມື (ແບບທາງໄກ) ໃນການຈັດຊື້ສິນຄ້າປຸງແຕ່ງກະສິກຳ ຈາກ ສປປ ລາວ ສົ່ງໄປ ສປ ຈີນ, ໂດຍມີ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຄ ແລະ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ (ກະຊວງກປ) ພ້ອມດ້ວຍທຸກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ພິທີລົງນາມຄັ້ງນີ້, ມີຂຶ້ນລະຫວ່າງ ທ່ານ ພຶດສະພາ ພູມມະສັກ ປະທານບໍລະສັດ AIDC ແລະ ທ່ານ ຈ້າຍ ເຫວີຍ (Dai Wei) ປະທານກຳມະການບໍລິຫານ ລັດວິສາຫະກິດສະບຽງອາຫານ ສປ ຈີນ ສາຂາ ເມືອງ ເຈີງໂຈ ແຂວງ ເຫີໜານ ພ້ອມດ້ວຍມີຜູ້ຕາງໜ້າຂອງລັດຖະບານລາວຮ່ວມລົງນາມ ເພື່ອເປັນພະຍານຄື ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະການຄ້າ ແລະ ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າຫ້ອງການ ກະຊວງ ກະສິກຳ ແລະປ່າໄມ້.

ໃນພິທີ ທ່ານ ພຶດສະພາ ພູມມະສັກ ໄດ້ກ່າວວ່າ: ການໄດ້ລົງນາມຮ່ວມມືດ້ານຍຸດທະສາດ ໃນການເອົາສິນຄ້າຈາກ ສປປ ລາວ ໄປຂາຍໃນ ສປ ຈີນ ໂດຍການຮ່ວມມືກັບ ລັດວິສາຫະກິດສະບຽງອາຫານ ສປ ຈີນ ເປັນ ຄັ້ງນີ້ ແມ່ນກວມເອົາສິນຄ້າກະສິກຳປຸງແຕ່ງ 9 ລາຍການໃຫຍ່ ຄື: ຖົ່ວດິນ 1 ແສນໂຕນ, ແປ້ງມັນຕົ້ນ 1 ແສນໂຕນ, ຊີ້ນງົວແຊແຂງ 1 ແສນໂຕນ, ໝາກມ່ວງຫິນມະພານ 2 ແສນໂຕນ, ໝາກມ່ວງ 1 ແສນໂຕນ, ຖົ່ວລຽນ 5 ໝື່ນໂຕນ, ຖົ່ວເຫຼືອງ 2 ແສນໂຕນ, ກ້ວຍ 1 ແສນໂຕນ ແລະ ນ້ຳຕານ 5 ແສນໂຕນ ຊຶ່ງລວມມູນຄ່າການສົ່ງອອກ 1,5 ຕື້ໂດລາ ພາຍໃນປີທີ 5 ເປັນຕົ້ນໄປ ຊຶ່ງການຮ່ວມມືດັ່ງກ່າວນີ້ ຈະສ້າງອາຊີບໃຫ້ແກ່ປະຊາຊົນລາວຫຼາຍແສນຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ແລະ ຈະສ້າງລາຍຮັບໃຫ້ແກ່ລັດຖະບານ. ພ້ອມກັນນັ້ນ, ກໍຍັງເປັນການປັບປຸງພື້ນຖານໂຄງລ່າງ ເປັນຕົ້ນແມ່ນທະໜົນຫົນທາງ, ໄຟຟ້າ, ນ້ຳປະປາ ແລະ ຊົນລະປະທານ ໄປພ້ອມໆກັນ.

ໂອກາດດຽວກັນ, ຍັງໄດ້ຂອບໃຈລັດຖະມາລາວ ທີ່ໄດ້ເອົາໃຈໃສ່ຊຸກຍູ້ ແລະ ສະໜັບສະໜູນ ຊຶ່ງຜ່ານມາກໍໄດ້ພ້ອມກັນທົດລອງເຮັດກະສິກຳຢູ່ຫຼາຍຈຸດ ແລະ ໄດ້ກະກຽມພື້ນທີ່ປູກຝັງ ເຮັດການຜະລິດ ແຕ່ພາກກາງ ຫາ ພາກໃຕ້ ໂດຍປັດຈຸບັນໄດ້ເກືອບ 1 ແສນເຮັກຕາ. ພາຍຫຼັງການລົງນາມຄັ້ງນີ້, ບໍລິສັດ ແລະ ລັດວິສາຫະກິດ ສະບຽງອາຫານຈີນ ຈະປຶກສາຫາລືເຖິງລາຍລະອຽດດ້ານເຕັກນິກຂອງການປູກ-ການປຸງແຕ່ງ ແລະ ກ້າວສູ່ຂັ້ນຕອນການນຳສະເໜີໂຄງການໃຫ້ແກ່ລັດຖະບານ ໃນການຂໍໂກຕ້າ ແລະ ພະຍາຍາມໃຫ້ລາຄາສາມາດແຂ່ງຂັນໄດ້ ທຽບກັບປະເທດອື່ນອ້ອມຂ້າງ.

ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າໄດ້ກ່າວວ່າ: ພາຍຫຼັງທີ່ ລາວ-ຈີນ ໄດ້ສຳເລັດການເຊັນສັນຍາຊື້-ຂາຍ ເຂົ້າ 20 ພັນໂຕນ ແລະ ສືບຕໍ່ສົ່ງອອກ ເຂົ້າ 50 ພັນໂຕນ ໃນອະນາຄົດ; ການລົງນາມໃນຄັ້ງນີ້ ກໍເປັນອີກສິ່ງໜຶ່ງທີ່ມີຄວາມໝາຍສຳຄັນຍິ່ງ ເປັນໂອກາດ ທີ່ເປີດຊ່ອງທາງໃຫ້ສາມາດສ້າງມູນຄ່າການຄ້າ ຂອງທັງສອງປະເທດເພີ່ມຂຶ້ນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ທັງເປັນໂອກາດໃນການສົ່ງອອກສິນຄ້າກະສິກຳທີ່ເປັນສິນຄ້າທີ່ເປັນທ່າແຮງຂອງລາວ. ນອກນີ້, ຍັງເປັນການສົ່ງເສີມການຜະລິດ, ດຶງດູດການລົງທຶນ ເພື່ອກ້າວຜ່ານອຸປະສັກທີ່ເກີດຈາກໂຄວິດ-19 ແລະ ຍັງເປັນການຮອງຮັບໃຫ້ແກ່ຜົນສຳເລັດຂອງການກໍ່ສ້າງທາງລົດໄຟລາວ-ຈີນ ໃນທ້າຍປີ 2021 ນີ້ ກໍຄືຍຸດທະສາດ ໜຶ່ງເລວໜຶ່ງເສັ້ນທາງ ໃຫ້ປະກົດຜົນເປັນຈິງ ຊຶ່ງເຊື່ອໝັ້ນວ່າການສົ່ງອອກສິນຄ້າ ຜ່ານການຂົ່ນສົ່ງຂອງທາງລົດໄຟນີ້ ຈະຊ່ວຍໃຫ້ຫຼຸດຕົ້ນທຶນ ແລະ ສາມາດແຂ່ງຂັນກັບສິນຄ້າຂອງບັນດາປະເທດ ແລະ ຂອງສາກົນໄດ້.

ທ່ານ ລັດຖະມົນຕີ ກະຊວງ ກປ ກໍໄດ້ກ່າວວ່າ: ປັດຈຸບັນ, ລາວ-ຈີນ ໄດ້ສຳເລັດອະນຸສັນຍາສອງຝ່າຍ ຊຶ່ງສາມາດສົ່ງອອກພືດ ແລະ ຜະລິດຕະພັນພືດ ໄປ ສປ ຈີນ ມີ 7 ຊະນິດພືດຄື: ສາລີ, ມັນຕົ້ນ, ກ້ວຍ, ເຂົ້າສານ, ໝາກໂມ, ມັນດ້າງ, ພືດຕະກູນຖົ່ວ; ນອກນີ້, ມີ ງົວ ອີກ. ກະຊວງ ກປ, ຍັງສຳເລັດການຮ່າງອະນຸສັນຍາ ເພື່ອລໍຖ້າເຊັນລົງນາມ ໃນການສົ່ງໄປພືດ ແລະ ຜະລິດຕະພັນພືດ ສປ ຈີນ ອີກ 6 ຊະນິດພືດ ເຊັ່ນ: ໝາກຜຸກ, ໝາກກ້ຽງ, ໝາກນາວ, ໝາກໜ໊ອດ, ພືດເປັນຢາ, ໃບໝາກຕູມແຫ້ງ ຊຶ່ງແຕ່ນີ້ ຮອດປີ 2025 ແມ່ນຈະສືບຕໍ່ເຈລະຈາທາງດ້ານເຕັກນິກເປີດຕະຫຼາດກັບ ສປ ຈີນ ຫຼາຍກວ່າ 90 ລາຍການພືດ. ຫຼັງຈາກເຊັນສັນຍາໃນພິທີຄັ້ງນີ້, ກະຊວງ ກປ ຈະດຳເນີນການເຈລະຈາເພື່ອຂໍໂກຕ້າສົ່ງອອກໄປ ສປ ຈີນ 5 ລາຍການ ທີ່ນອນໃນອະນຸສັນຍາທີ່ລາວ-ຈີນ ໄດ້ລົງນາມແລ້ວ ທີ່ມີໃນ 9 ລາຍການສິນຄ້າ ທີ່ໄດ້ລົງນາມໃນພິທີຄັ້ງນີ້.

ພາຍຫຼັງພິທີລົງນາມດັ່ງກ່າວສຳເລັດ, ທ່ານ ລັດຖະມົນຕີທັງສອງກະຊວງ ພ້ອມດ້ວຍຄະນະ ກໍໄດ້ສືບຕໍ່ເຂົ້າຮ່ວມການປະຊຸມແບບທາງໄກ ລະຫວ່າງ ບໍລິສັດ AIDC ແລະ ບໍລິສັດ COFCO (ຄອຟໂກ) ທີ່ເປັນກຸ່ມບໍລິສັດສະບຽງອາຫານແຫ່ງຊາດຈີນ, ຊຶ່ງຝ່າຍບໍລິສັດຈາກ ສປ ຈີນ ມີ ທ່ານ ຫວັງ ເຜິງ ຫົວໜ້າຜູ້ຈັດການທົ່ວໄປ ພະແນກທຸລະກິດ ຂອງບໍລິສັດດັ່ງກ່າວເຂົ້າຮ່ວມ.

ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ຂອງ ທ່ານລັດຖະມົນຕີ ທັງສອງກະຊວງ ພ້ອມຄະນະຄັ້ງນີ້, ເພື່ອເປັນການຊຸກຍູ້ການຮ່ວມມືຂອງ ສອງບໍລິສັດ ລາວ-ຈີນ ຊຶ່ງນັບແຕ່ປີ 2019 ສອງບໍລິສັດໄດ້ຮ່ວມມືກັນ, ປັດຈຸບັນນີ້ໄດ້ຕົກລົງກັນ ດ້ານສິນຄ້າຜະລິດຕະພັນພືດມີ 11 ລາຍການ ທີ່ພົ້ນເດັ່ນຄື: ໝາກຖົ່ວດິນ, ມັນຕົ້ນແຫ້ງ, ໝາກມ່ວງຫິມະພານ, ຖົ່ວລຽນ, ໝາກເຜັດ, ໝາກກ້ວຍ, ໝາກມ່ວງອົບແຫ້ງ, ໝາກຖົ່ວ, ມັນດ້າງ, ນໍ້າຕານ ແລະ ສິນຄ້າປະເພດໝາກໄມ້ອົບແຫ້ງອື່ນໆ ມູນຄ່າການສົ່ງອອກຫຼາຍກວ່າ 1 ຕື້ ໂດລາສະຫະລັດ. ໃນນີ້, ສະເພາະໝາກມ່ວງ ຫິມະພານ ມີມູນຄ່າ ສົ່ງອອກເຖິງ 15 ລ້ານໂດລາ ໃນປີ 2019 ແລະ ປັດຈຸບັນ ໝາກເຜັດ ກຳລັງເປັນອີກ 1 ລາຍການສິນຄ້າທີ່ມີທ່າແຮງ ສົ່ງອອກໄປ ສປ ຈີນ.

ສະເພາະການປະຊຸມຄັ້ງນີ້, ບໍລິສັດ COFCO ຈະໃຫ້ການຊ່ວຍເຫຼືອໃນການ ສະເໜີຂໍເພີ່ມໂກຕ້າ ໃນການສົ່ງອອກສິນຄ້າ ຈາກ ລາວ ໄປ ສປ ຈີນ, ຈະສະເໜີ ການຍົກເວັ້ນພາສີສິນຄ້າ ຂອງ 9 ລາຍການສິນຄ້າທີ່ບໍລິສັດ AIDC ລົງນາມຮ່ວມມືກັບ ລັດວິສາຫະກິດ ສະບຽງອາຫານ ຈີນ ແລະ ຈະໃຫ້ຄຳແນະນຳທາງດ້ານເຕັກນິກ ວິຊາການໃນການປຸງແຕ່ງ ສິນຄ້າ ແລະ ອື່ນໆ ທີ່ຈຳເປັນ ເພື່ອໃຫ້ການຮ່ວມມືຂອງສອງບໍລິສັດ ສາມາດສ້າງຜົນປະໂຫຍດ ມາໃຫ້ ສອງຝ່າຍ ກໍຄືຜົນປະໂຫຍດ ດ້ານການຄ້າ ມາສູ່ສອງປະເທດ ສປປ ລາວ ແລະ ສປ ຈີນ.