ຕະຫລາດສົດລາວ-ອົດຊີ ເພີ່ມມາດຕະການໃໝ່ປ້ອງກັນໂຄວິດ-19 ຢາກໃຫ້ລູກຄ້າປອດໄພ

422

ຈາກການລະບາດຂອງພະຍາດອັກເສບປອດເຮັດໃຫ້ຫຼາຍຄົນຂາດຄວາມໝັ້ນໃຈ ແລະ ບໍ່ຢາກໄປສະຖານທີ່ສາທາລະນະ ໃນນັ້ນລວມທັ້ງຕະຫຼາດສົດ.

ດັ່ງນັ້ນ, ເພື່ອຄວາມປອດໄພ ແລະ ເພີ່ມຄວາມໝັ້ນໃຈແກ່ຜູ້ມາໃຊ້ບໍລິການໃນວັນທີ 27-28 ພຶດສະພາ 2021 ຕະຫລາດລາວ-ອົດຊີ ໄດ້ປິດຊົ່ວຄາວເປັນເວລາ 2 ວັນເພື່ອທໍາການສີດພົ່ນຢາຂ້າເຊື້ອ ແລະ ກັບມາເປີດບໍລິການເປັນປົກກະຕິ ໃນວັນທີ 29 ພຶດສະພານີ້.

ທາງຕະຫລາດລາວ-ອົດຊີ ນອກຈາກຈະເພີ່ມມາດຕະການໃນການສະກັດກັ້ນພະຍາດໂຄວິດ-19ໃຫ້ເຂັ້ມງວດຫລາຍຂຶ້ນແລ້ວ ຍັງມີນະໂຍບາຍແກ່ແມ່ຄ້າຊາວຂາຍ ແລະ ຜູ້ມາໃຊ້ບໍລິການອີກ.

ທ່ານ ແອນດຣູ ສີຄຳແພງ ຜູ້ອຳນວຍການຕະຫລາດລາວ-ອົດຊີ ໄດ້ໃຫ້ຮູ້ວ່າ: ຕະຫລາດລາວ-ອົດຊີຂອງພວກເຮົາແມ່ນໄດ້ພະຍາຍາມຊ່ວຍເຫຼືອລູກຄ້າກໍ່ຄືຊາວຄ້າຂາຍໃນຊ່ວງໂຄວິດນີ້ດ້ວຍການຫຼຸດລາຄາສະຖານທີ່ເຊົ່າ 30% ຕໍ່ລັອກ, ຄ່າປີ້,  ຄ່າເຊົ່າ, ຄ່າບໍລິຫານຈອດລົດທັງລົດໃຫຍ່ ແລະ ລົດຈັກ,ຄ່າຫ້ອງນໍ້າ ແລະ ຄ່າຫ້ອງແຖວອື່ນໆ ຈົນກວ່າສະພາບການຕ່າງໆຈະກັບມາເປັນປົກກະຕິ.

ທ່ານນາງ ສຸດາໄລ ສີຄໍາແພງ ຜູ້ຈັດການຕະຫລາດລາວ-ອົດຊີໄດ້ໃຫ້ຮູ້ຕື່ມວ່າ: ໃນຊ່ວງຂອງໂຄວິດກຳລັງລະບາດ ເພື່ອຄວາມປອດໄພທາງຕະຫລາດລາວ-ອົດຊີ ກໍໄດ້ມີມາດຕະການຄັດກອງໃນຈຸດທຳອິດດ້ານຫນ້າທາງເຂົ້າແມ່ນຈັດເປັນສາຍທາງດຽວ ແລະ ອອກທາງໃໝ່ບໍ່ໃຫ້ປົນເປກັນ ທັ້ງນີ້ກໍ່ເພື່ອຄວາມສະດວກໃນການກວດອຸນຫະພູມຢູ່ຈຸດຄັດກອງທຳອິດ.

ໃນນັ້ນຖ້າຫາກຜູ້ໃດທີ່ມີອຸນຫະພູມ 38ອົງສາຂຶ້ນໄປ ແມ່ນຈະໃຫ້ນັ່ງພັກຜ່ອນກ່ອນ ເພື່ອບາງຄົນອອກມາແຕ່ທາງນອກແລ້ວຮ້ອນ ຖ້າກວດເທື່ອທີ່ສອງຍັງແມ່ນ 38ອົງສາຈະໃຫ້ກັບບ້ານໄປກ່ອນ.

ນອກຈາກນັ້ນຍັງມີມາດຕະການໃຫ້ທຸກຄົນ ທີ່ເຂົ້າມາໃນຕະຫລາດຕ້ອງໃສ່ຜ້າປິດປາກປິດດັງ ແລະ ຮັກສາໄລຍະຫ່າງເປັນສິ່ງສຳຄັນ ຖ້າຫາກວ່າຜູ້ມາໃຊ້ບໍລິການບໍ່ໃສຜ້າປິດປາກແມ່ນບໍ່ໃຫ້ເຂົ້າ ນອກຈາກນີ້ຍັງໄດ້ໃຫ້ທີມງານອອກກວດກາພາຍໃນຕະຫຼາດຫາກພົບເຫັນບໍ່ໃສ່ຜ້າປິດປາກແມ່ນຈະໄດ້ຕັກເຕືອນ ກໍລະນີພົບເປັນເທື່ອທີ່ສອງຍັງເຮັດອີກຈະມີການປະຕິບັດຕາມລະບຽບນັ້ນກໍຄືການປັບໃຫມ 1 ລ້ານກີບຕໍ່ຄັ້ງ ທັງໝົດນີ້ແມ່ນເປັນການຫລຸດຜ່ອນຄວາມສ່ຽງໃນການແຜ່ເຊື້ອຂອງພະຍາດຂອງວິດ-19.

.