ທົ່ວໂລກ ມີຜູ້ຕິດເຊື້ອ 169,6 ລ້ານກວ່າຄົນ ແລະ ເສຍຊີວິດແລ້ວ 3,5 ລ້ານກວ່າຄົນ

350

ມາຮອດປະຈຸບັນຕອນບ່າຍຂອງວັນທີ 28 ພຶດສະພາ 2021 ທົ່ວໂລກມີລາຍງານຜູ້ຕິດເຊື້ອສະສົມທັງໝົດ 169.671,394 ຄົນ, ເສຍຊິວິດສະສົມ 3.526,394 ຄົນ ແລະ ປີ່ນປົວຫາຍດີ 151.407,453 ຄົນ. ສຳລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກກໍ່ຍັງ ແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິນ.

ສະເພາະອາເມລິການ ມີຜູ້ຕິດເຊື້ອທັງໝົດ 33.999,689 ຄົນ, ເສຍຊີວິດ 607.726 ຄົນ, ປິ່ນປົວຫາຍດີ ຈຳນວນ 27.701,879 ຄົນ; ສະເພາະອິນເດຍ ຜູ້ຕິດເຊື້ອທັງໝົດ 27.555,457 ຄົນ, ເສຍຊີວິດ 318.895 ຄົນ ແລະ ປິ່ນປົວຫາຍດີ 24.893,410 ຄົນ ແລະ ສ່ວນປະເທດບຣາຊິວ ມີຜູ້ຕິດເຊື້ອທັງໝົດ 16.342,162 ຄົນ, ເສຍຊີວິດ 456.753 ຄົນ ແລະ ປິ່ນປົວຫາຍດີ 14.756,292 ຄົນ.