ຮອດລະດູລ້ຽງກົບແລ້ວ ການລ້ຽງບໍ່ຍາກດັ່ງທີ່ຄິດ

643

ແຕ່ລະປີພໍຮອດເດືອນ 5 ຫຼາຍໆຄອບຄົວພາກັນລ້ຽງກົບເພື່ອໄວ້ເປັນອາຫານ ຫຼື ຂາຍອອກທ້າຍລະດູຝົນ ເຊິ່ງການລ້ຽງກົບນັ້ນກໍບໍ່ໄດ້ຫຍຸ້ງຍາກຫຼວງຫຼາຍ ຂໍພຽງແຕ່ມີພື້ນທີ່ ແລະ ມີເວລາບົວລະບັດເບິ່ງແຍງ ສ່ວນຕົ້ນທຶນກໍພຽງເລັກໜ້ອຍເທົ່ານັ້ນ.

ສະຖານທີ່ລ້ຽງ ຫຼື ສ້າງອ່າງລ້ຽງກົບ ຕ້ອງຢູ່ໃນຮົ້ວເຮືອນທີ່ຕົນເອງອາໄສຢູ່, ພື້ນທີ່ຮາບພຽງ, ໃກ້ແຫຼ່ງນໍ້າສະດວກໃນການລ້ຽງ ຫຼື ອະນາໄມອ່າງ ຫາກເປັນສະຖານທີ່ງຽບສະຫງົບຍິ່ງເປັນການດີ.

ໜອງ ຫຼື ອ່າງລ້ຽງກົບ: ບໍ່ວ່າຈະເປັນອ່າງດິນ ຫຼື ອ່າງຊີເມັນ ກໍຕ້ອງຮັບປະກັນເລື່ອງຄວາມປອດໄພບໍ່ໃຫ້ກົບອອກໄດ້ ແລະ ປາສະຈາກສັດຕູຂອງກົບລົບກວນເຊັ່ນ: ເປັດ,ໄກ່, ງູ,ນົກ, ໜູ, ໝາ,ແມວ.. ດັ່ງນັ້ນ, ຖ້າໜອງ ຫຼື ອ່າງລ້ຽງກົບຢູ່ຫ່າງຈາກທີ່ຢູ່ອາໄສກົບກໍຈະມີ ຄວາມສ່ຽງເກີດຄວາມເສຍຫາຍ.

No photo description available.

ປະເພດກົບທີ່ເອົາມາລ້ຽງກໍສາມາດຊອກງ່າຍໂດຍບໍ່ຈໍາເປັນຫຍຸ້ງຍາກທີ່ຈະເພາະພັນເອງ ເນື່ອງຈາກວ່າປັດຈຸບັນມີຫຼາຍຄົນເຮັດການເພາະພັນກົບຂາຍເພື່ອສ້າງລາຍຮັບ ສະນັ້ນຜູ້ທີ່ຈະເອົາໄປລ້ຽງທົ່ວໄປ ຫຼື ລ້ຽງໄວ້ແຮກິນແມ່ນສາມາດຊອກຊື້ໄດ້ຕາມສະຖານທີ່ຕ່າງໆໃກ້ບ້ານທ່ານ ຫຼື ຊອກການຈໍາໜ່າຍທາງອອນລາຍໄດ້ ເຊິ່ງຈະມີຫຼາຍລາຄາອີງຕາມຂະໜາດຄວາມເຕີບ ໃຫຍ່ຂອງກົບນ້ອຍ.

ຫາກບໍ່ເຄີຍລ້ຽງກໍສາມາດຖາມວິທີການດູແລຮັກສາຈາກຜູ້ຂາຍກົບໄດ້ເຊັ່ນກັນ ເພາະຄົນທີ່ເພາະພັນຍ່ອມຮູ້ດີວ່າ ຄວນຈະເບິ່ງແຍງ ແລະ ໃຫ້ອາຫານແນວໃດເພື່ອໃຫ້ກົບເຕີບໃຫຍ່ໄວໄດ້ປະສິດທີພາບ ເຊິ່ງເຂົາເຈົ້າມີບົດຮຽນໃນການລ້ຽງມາແລ້ວ.

ແນ່ນອນການເລືອກຫົວອາຫານ ແລະ ການຖ່າຍເທນໍ້າເປືຶ້ອນກໍມີຄວາມສໍາຄັນ ເພາະກົບນ້ອຍຈະກິນອາຫານຂະໜາດນ້ອຍເມື່ອໃຫຍ່ຂຶ້ນມັນກໍຈະກິນຫຼາຍຂຶ້ນ ແລະ ພື້ນທີ່ລ້ຽງທີ່ອາກາດໂລ່ງ ທໍາຄວາມສະອາດງ່າຍ ຖ່າຍເທນໍ້າສະດວກ ກໍຈະສາມາດກໍາຈັດກິ່ນເໝັນໄດ້ດີ ເຊິ່ງມັນຂຶ້ນກັບການເລືອກສະຖານທີ່ ໃນການລ້ຽງ.

No photo description available.
ພັນກົບທີ່ນິຍົມລ້ຽງຜ່ານມາມີຢູ່ 2 ຊະນິດຄື: ກົບນາ ແລະ ກົບບູຟັອກ ໃນນັ້ນ ກົບນາ ຈະໃຊ້ເວລາ 4-5 ເດືອນຈິ່ງຈະເຕີບໂຕເຕັມຂະໜາດ ຫຼື ສາມາດຂາຍອອກໄດ້ (ທີ່ມີຂະໜາດ 4-5ໂຕ/ກິໂລກຣາມ). ກົບພັນນີ້ມີການຈະເລີນເຕີບໂຕໄວ ໂດຍມີອັດຕາການແລກປ່ຽນອາຫານມາເປັນຊີ້ນ ປະມານ 3,4 ກິໂລກຣາມໝາຍຄວາມວ່າ: ໃຊ້ອາຫານຢູ່ 3,4 ກິໂລກຣາມຈະໄດ້ກົບຢູ່ 1 ກິໂລກຣາມ ທັງເປັນກົບທີ່ປະຊາຊົນນິຍົມກິນຫຼາຍກວ່າກົບສາຍພັນອື່ນ.

ກົບບຣູຟັອກ: ຈະແຕກຕ່າງກັບກົບນາຢ່າງຊັດເຈນ ຜິວໜັງສ່ວນໃຫຍ່ຈະລຽບແຕ່ຈະມີບາງສ່ວນ ເປັນສີນ້ຳຕານປົນຂຽວມີຈຸດສີນ້ຳຕານລັກສະນະເດັ່ນທີ່ເຫັນໄດ້ຊັດເຈນຄື: ສ່ວນຫົວເປັນສີຂຽວເຄືອບສີນ້ຳຕານ ແລະ ຢູ່ທາງຂ້າງທ້ອງມີລາຍສີນ້ຳຕານກ້ອງທ້ອງເປັນສີຂາວຂາທັງ 4 ເປັນລາຍນ້ຳຕານດຳໂຕຕຸ້ຍໂດຍສະເພາະແມ່ນທ້ອງຈະໃຫຍ່ກວ່າກົບນາ ກົບທີ່ໃຫຍ່ເຕັມທີ່ ຈະມີລັກສະນະຄ້າຍຄືກັນກັບອື່ງ. ກົບບຣູຟັອກໂຕຜູ້ທຸກໂຕຈະມີສີເຫຼືອງຢູ່ກ້ອງຄາງສ່ວນກົບໂຕແມ່ຈະເຫັນວົງແກ້ວຫູນ້ອຍກວ່າຕາ.

May be an image of text

ຈະລ້ຽງກົບປະເພດໃດກໍດີ ທີ່ສໍາຄັນຢ່າລືມວ່າ ສະຖານທີ່ຕ້ອງພ້ອມລ່ວງໜ້າ, ກົບນ້ອຍທີ່ນໍາມາລ້ຽງຄວນເລືອກໂຕທີ່ໃຫຍ່ ແລະ ແຂງແຮງ ພ້ອມໝັ່ນດູແລຮັກສາ ເພາະກົບມັນຈະກິນກັນເອງໄດ້.