ຮ່ວມເຊຍອີກ 1 ນັກກີລາເຊື້ອສາຍລາວ ຈະຂຶ້ນຊົກໃນວົງການ UFC ຄືນນີ້ເວລາໃນສະຫະລັດອາເມຣິກາ

613

ອັງເດຣ ສຸຄຳທັດ (Andre Soukhamthath) ນັກກີລາຕໍ່ສູ້ແບບປະສົມປະສານ ໃນວົງການ UFC ສັນຊາດອາເມຣິກາເຊື້ອສາຍລາວອາຍຸ 32 ປີ ກຽມດວນກັບ ໂຈເຊ່ ອາວແບໂຕ້ ກຸຍໂນເນັຊ ນັກມວຍຊາວເມັກຊິໂກ້ ໄວ 30 ປີ ທີ່ສັງວຽນ XFC (Xtreme Fighting Championships) ລາຍການມວຍຄົບເຄື່ອງລະດັບໂລກ ໃນວັນທີ 28 ພຶດສະພານີ້ ທີ່ນະຄອນ ດີມອຍລັດໄອໂອວ້າ, ສະຫະລັດອາເມຣິກາ ກົງກັບເວລາໃນ ສປປ ລາວ ປະມານ 10 ໂມງເຊົ້າຂອງວັນທີ 29 ພຶດສະພານີ້.

ຫຼ້າສຸດມື້ວານນີ້ ( 27 ພຶດສະພາ ) ໄດ້ມີການຖະແຫລງຂ່າວກ່ອນຊົກ ແລະ ຊັ່ງນໍ້າໜັກຄັ້ງສຸດທ້າຍ ເຊິ່ງກ່ອນໜ້ານີ້ ອັງເດຣ ສຸຄຳທັດ ຂຶ້ນສັງວຽນລາຍການນີ້ ເປັນຄັ້ງທີ 2 ຕໍ່ຈາກຊະນະ ກຸຍເຮີເມ້ ຟາເຣຍ ນັກມວຍຊາວເບຣຊິນ ເມື່ອວັນທີ 11 ພະຈິກ 2020 ຂະນະທີ່ ໂຈເຊ່ ອາວແບໂຕ້ ກຸຍໂນເນັຊ ຂຶ້ນຊົກ 2 ຄັ້ງລາຍການນີ້ ພົບກັບຄວາມປະລາໄຊ ໂດຍເສຍນັອກທັງສອງຄັ້ງ, ນີ້ເປັນການພົບກັນຄັ້ງທຳອິດຂອງທັງສອງ.

ສໍາລັບ ສະຖິຕິການຊົກຂອງ ອັງເດຣ ສຸຄຳທັດ 22 ຄັ້ງກ່ອນໜ້ານີ້ ລວມທຸກລາຍການ, ຊະນະ 14 ເສຍ 8 ແລະ ນັອກຄູ່ຕໍ່ສູ້ 8 ຄັ້ງ, ຊະນະໂດຍຄູ່ແຂ່ງຍອມຈຳນົນ 3 ຄັ້ງ, ຊະນະດ້ວຍຄະແນນ 3 ຄັ້ງ ແລະ ເສຍ 8 ຄັ້ງ ດ້ວຍການເສຍຄະແນນ ບໍ່ເຄີຍຖືກນັອກ.

ນອກນັ້ນ, ອັງເດຣ ສຸຄຳທັດ ເຄີຍເປັນແຊ້ມ CES MMA Bantamweight Championship. ສ່ວນສະຖິຕິການຊົກຂອງ ໂຈເຊ່ ອາວແບໂຕ້ ກຸຍໂນເນັຊ 13 ຄັ້ງ ຊະນະ 8 ເສຍ 5 ນັອກຄູ່ຕໍ່ສູ້ 2 ຄັ້ງ.

ຂອບໃຈຮູບຈາກ: mktgsportsageny