ດ່ວນ 28 ພຶດສະພາ ລາວ ມີຜູ້ເສຍຊີວິດ 1 ຄົນ ແລະ ຕິດເຊື້ອ +10 ຄົນ

1031

ການເຝົ້າລະວັງການລະບາດຂອງເຊື້ອພະຍາດໂຄວິດ-19 ໃນປະເທດລາວ ໃນວັນທີ 28 ພຶດສະພາ 2021  ກວດພົບຜູ້ຕິດເຊື້ອເພີ່ມ 10 ຄົນ ໃນນັ້ນຢູ່ນະຄອນຫຼວງວຽງຈັນ 7 ຄົນ; ແຂວງສະຫວັນນະເຂດ 1 ຄົນ(ນຳເຂົ້າ), ຈຳປາສັກ 1 ຄົນ(ນຳເຂົ້າ) ແລະ ຫຼວງນໍ້າທາ 1 ຄົນ(ນຳເຂົ້າ); ເສຍຊີວິດໃໝ່ 1 ຄົນ

ໃນວັນທີ 28 ພຶດສະພາ 2021 ທ່ານ ດຣ.ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ່ກະຊວງສາທາລະນະສຸກ.

ທ່ານ ທ່ານ ດຣ.ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ມາຮອດປະຈຸບັນ ສປປ ລາວ ມີຜູ້ຕິດເຊື້ອສະສົມທົ່ວປະເທດ 1.905ຄົນ, ມີຜູ້ປິ່ນປົວຫາຍດີທັງໝົດ 1.355 ຄົນ (ໃໝ່ 74 ຄົນ) ແລະ ຍັງຕິດຕາມປິ່ນປົວ ທົ່ວປະເທດທັງໝົດ 547 ຄົນ. ປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 44 ສູນ ມີຜູ້ຈຳກັດບໍລິເວນທັງໝົດ 3.506 ຄົນ.

ໃນວັນທີ 27 ພຶດສະພາ ມີຜູ້ເດີນທາງເຂົ້າ ສປປ ລາວ ຈຳນວນ 2.288 ຄົນ, ຜ່ານຊາຍແດນລາວ-ຈີນ 154 ຄົນ, ຜ່ານຊາຍແດນລາວ-ຫວຽດນາມ 661 ຄົນ ແລະ ຜ່ານສະໜາມບິນ  110 ຄົນ.  ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.149 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 10 ກໍລະນີ ໃນນັ້ນຢູ່ນະຄອນຫຼວງວຽງຈັນ 7 ຄົນ; ສະຫວັນນະເຂດ 1 ຄົນ ແລະ ຈຳປາສັກ 1 ຄົນ ແລະ ຫຼວງນໍ້າທາ 1 ຄົນ.

ຄົນເຈັບຕິດເຊື້ອໃໝ່ຈາກ ນະຄອນຫຼວງວຽງຈັນ 7 ຄົນ ແມ່ນເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ຕິດເຊື້ອໃນຊຸມຊົນ. ສຳລັບ 1 ຄົນ ຢູ່ແຂວງຈຳປາສັກ, 1 ຄົນ ຢູ່ແຂວງສະຫວັນນະເຂດ ແລະ 1 ຄົນ ຢູ່ແຂວງຫຼວງນ້ຳທາ ນັ້ນ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກກົດໝາຍ.

ສຳລັບຜູ້ເສຍຊີວິດ 1 ຄົນໃໝ່ນີ້ ແມ່ນເປັນເພດຊາຍ ອາຍຸ 54 ປີ ຢູ່ບ້ານຝາຍ ເມືອງໄຊເສດຖາ ນວ ຜູ້ກ່ຽວເລີ່ມມີອາຫານ ວັນທີ 11 ພຶດສະພາ 2021 ເຂົ້າມາສຸກເສີນ ໂຮງໝໍມະໂຫສົດດ້ວຍອາການອັກເສບລະບົບຫາຍໃຈຮຸນແຮງ, ຈາກນັ້ນແພດໝໍກໍ່ໄດ້ເກັບຕົວຢ່າງໄປກວດພົບເຊື້ອຈຶ່ງສົ່ງໂຕໄປປີ່ນປົວຢູ່ໂຮງໝໍມິດຕະພາບ ເນື່ອງຈາກວ່າຜູ້ກ່ຽວມີປະຫວັດເປັນຄວາມດັນເລືອດສູງ, ເບົາຫວານ ສົມທົບຜ່ານມາກໍ່ບໍ່ໄດ້ຮັບການດູແລປິ່ນປົວຢ່າງຖືກຕ້ອງ ເຮັດໃຫ້ມາຮອດຕອານເຊົ້າ ວັນທີ 28 ພຶດສະພາ ຜູ້ກ່ຽວຈຶ່ງໄດ້ເສຍຊີິວິດ.

ທ່ານກ່າວຕື່ມວ່າ: ສະພາບການລະບາດຂອງພະຍາດໂຄວິດ-19 ຍັງແຜ່ລະບາດເປັນວົງກວ້າງ ເຫັນໄດ້ໃນຄອບຄົວ, ໃນຊຸມຊົນ, ໃນວົງໝູ່ເພື່ອ, ຫ້ອງການ, ບໍລິສັດ, ໂຮງຈັກໂຮງງານ ຍັງມີປະຊາຊົນບາງກຸ່ມ ທີ່ບໍ່ໄດ້ເອົາໃຈໃສ່ປະຕິບັດມາດຕະການ ທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ເພື່ອເປັນການຫຼຸດຜ່ອນການແຜ່ລະບາດໂຄວິດບໍ່ໃຫ້ເປັນວົງກວ້າງນັ້ນ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກຊັ້ນຄົນໃນສັງຄົມຈົ່ງຮ່ວມແຮງຮ່ວມໃຈກັນປະຕິບັດມາດຕະການ ຂອງແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 528/ຫສນຍ, ລົງວັນທີ 20 ພຶດສະພາ 2021 ຢ່າງເຂັ້ມງວດ ພ້ອມດຽວກັນກໍ່ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ທີ່ຄະນະສະເພາະກິດວາງອອກ ເປັນຕົ້ນແມ່ນ: ໃຫ້ການຮັກສາໄລຍະຫ່າງໃນສັງຄົມ, ຫຼີກລ້ຽງໄປບ່ອນທີ່ມີຄົນຫຼາຍ ຫຼື ຊຸມຊົນແອອັດ, ໃສ່ຜ້າປິດປາກ-ດັງ ແລະ ລ້າງມື ດ້ວຍເຈວ ແລະ ເຫຼົ້າ 70 ເລື້ອຍໆ.

ຖ້າຫາກທ່ານ ຮູ້ວ່າຕົນເອງເປັນຜູ້ສຳພັດໃກ້ຊິດ ກັບ ຜູ້ທີ່ຕິດເຊື້ອພະຍາດໂຄວິດ 19  ຫຼື ໄດ້ເດີນທາງໄປຍັງສະຖານທີ່ ທີ່ມີຄວາມສ່ຽງ ຈົ່ງຮີບຮ້ອນໄປພົບແພດໝໍ ເພື່ອເກັບຕົວຢ່າງກວດຫາເຊື້ອພະຍາດ ແລະ ຈຳກັດໂຕເອງ ແຍກໂຕອອກຈາກຄອບຄົວ ແລະ ຄົນໃກ້ຊິດ ຈົນຄົບ 14 ມື້ ເຖິງແມ່ນວ່າຜົນກວດຕົວຢ່າງຈະອອກມາເປັນລົບ (-) ກໍ່ໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງ ຈົນຄົບກຳນນົດ ຈິ່ງອອກມາເຄື່ອນໄຫວປົກກະຕິ ເພື່ອຕັດຈົງຈອນການສົ່ງເຊື້ອພະຍາດໄປຫາຄົນອ້ອມຂ້າງ ແລະ ສູ່ສັງຄົມ ເພື່ອບໍ່ໃຫ້ເກີດມີການລະບາດອີກຮອບໃໝ່ໃນລາວ.