ມອບ-ຮັບ ສາງເກັບມ້ຽນຂອງກາງຄະດີຂອງແຂວງຫຼວງນ້ຳທາ

372

ວັນທີ 26 ພຶດສະພາ 2021 ຢູ່ທີ່ສາງເກັບມ້ຽນຂອງກາງຄະດີ ບ້ານນໍ້າຈ້າງ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີ ມອບ-ຮັບ ສາງຂອງກາງຄະດີຂຶ້ນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາຟອງ ອີນມານີ ຮອງເລຂາພັກແຂວງໆຫຼວງນ້ຳທາ ມີຄະນະນໍາຈາກພະແນກຍຸຕິທໍາແຂວງ, ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ສະພາປະຊາຊົນແຂວງ, ກອງບັນຊາການ ປກສ ແຂວງ ແລະ ແຂກຖືກເຊີນບັນດາພະແນກການອອ້ມຂ້າງແຂວງ ຄະນະຄຸ້ມຄອງໂຄງການ ແລະ ພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ.


ໂຄງການກໍ່ສ້າງສາງເກັບມ້ຽນຂອງກາງຄະດີ ແຂວງຫຼວງນໍ້າທາ ໂດຍແມ່ນບໍລິສັດແກ້ວພົມມະຈັນກໍ່ສ້າງຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ລວມມູນຄ່າການກໍ່ສ້າງທັງໝົດ 1.012ລ້ານກີບ. ເປັນອາຄານຊັ້ນດຽວ ກວ້າງ 25 x 30 ແມັດ, ມີ 1 ຫ້ອງນອນ, 1 ຫ້ອງນໍ້າ ແລະ ເຮືອນຄົວ 1 ຫ້ອງ ໄລຍະເວລາການກໍ່ສ້າງແມ່ນ  8 ເດືອນ ໂດຍແມ່ນທຶນເກີນແຜນຂອງແຂວງ ປີ 2019 ແລະ ເງິນກອງທຶນສະກັດກັ້ນ ແລະ ຄວບຄຸມຢາເສບຕິດຂັ້ນແຂວງ.

ພ້ອມດຽວກັນນັ້ນກໍໄດ້ເຊັນບົດບັນທຶກມອບ-ຮັບ ສາງເກັບມ້ຽນຂອງກາງຄະດີຮ່ວມກັນ ລະຫວ່າງ ທ່ານ ນາງ ມາລີພອນ ນາບຸນແພງ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ ແລະ ທ່ານ ສຸລັດ ສອນສາຍແກ້ວ ຕາງໜ້າບໍລິສັດແກ້ວພົມມະຈັນກໍ່ສ້າງຈຳກັດຜູ້ດຽວ ໂດຍຊ່ອງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.


ໂອກາດນີ້ ທ່ານ ຄໍາຟອງ ອີນມານີ ຮອງເລຂາພັກແຂວງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍຄະນະຮັບຜິດຊອບ ແລະ ເຈົ້າຂອງໂຄງການກໍ່ສ້າງທີ່ໄດ້ພ້ອມກັນເອົາໃຈໃສ່ປະຕິບັດໂຄງການຈົນສໍາເລັດ ແລະ ທັນກັບເວລາ ພ້ອມທັງມອບຕໍ່ໃຫ້ກອງບັນຊາການ ປກສ ແຂວງ ເປັນຜູ້ຄຸ້ມຄອງ ປົກປັກຮັກສາ ແລະ ນໍາໃຊ້ ຕາມຂໍ້ຕົກລົງຂອງທ່ານ ເຈົ້າແຂວງສະບັບເລກທີ 190 /ຈຂ, ລົງວັນທີ 21 ເມສາ 2021 ໃຫ້ເກີດຜົນປະໂຫຍດສູງສຸດ.

ຂ່າວ: ສົມພອນ