ຄະນະສະເພາະກິດຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ ປຶກສາຫາລືການແກ້ໄຂບັນຫາໂຄວິດ-19

472

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ໃນໄລຍະວັນທີ 21 ພຶດສະພາ ຫາວັນທີ 4 ມິຖຸນາ 2021 ໂດຍການເປັນປະທານ ຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ; ມີບັນດາທ່ານ ໃນຄະນະສະເພາະກິດ ຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.


ກອງປະຊຸມດັ່ງກ່າວມີຂຶ້ນໃນຕອນເຊົ້າວັນທີ 27 ພຶດສະພາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໂດຍໄດ້ຮັບຟັງການລາຍງານ ສະພາບການຈັດຕັ້ງປະຕິບັດມາດການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ໂດຍສະເພາະ 7 ວັນ ພາຍຫຼັງມີມາດຕະການເພີ່ມເຕີມ ແລະ ຜ່ອນຜັນ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 528/ຫສນຍ, ລົງວັນທີ 20 ພຶດສະພາ 2021 ຈາກກອງເລຂາຄະນະສະເພາະກິດຂັ້ນສູນກາງ ແລະ ຄະນະສະເພາະກິດນະຄອນຫຼວງວຽງຈັນ ໂດຍສະເພາະ ອັນທີ່ເຮັດໄດ້ດີ, ຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ ແລະ ສະເໜີບາງມາດຕະການ ເພື່ອປັບປຸງແກ້ໄຂ ແລະ ເພີ່ມຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດຂຶ້ນຕື່ມ ເພື່ອໃຫ້ໄດ້ຮັບຜົນດີ.


ພາຍຫຼັງຮັບຟັງການລາຍງານ ແລະ ປຶກສາຫາລື, ທ່ານປະທານກອງປະຊຸມ ໄດ້ຊີ້ນຳໃຫ້ຄະນະສະເພາະກິດຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ ສືບຕໍ່ປະຕິບັດມາດຕະການທີ່ກຳນົດໃນແຈ້ງການ 528/ຫສນຍ, ລົງວັນທີ 20 ພຶດສະພາ 2021 ຢ່າງເຂັ້ມງວດ ແລະ ເດັດຂາດ ຂຶ້ນຕື່ມ, ສຳລັບມາດຕະການຜ່ອນຜັນ ໃຫ້ປະຕິບັດບົນພື້ນຖານຫຼັກການຮັບປະກັນການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອພະຍາດ ຢ່າງເຂັ້ມງວດ; ລະດົມພາກສ່ວນຕ່າງໆ ເປັນຕົ້ນ ອົງການປົກຄອງ, ທະຫານ, ຕຳຫຼວດ ເພື່ອຕິດຕາມ ກວດກາ ການເຂົ້າ-ອອກ, ໂຄສະນາ ເຜີຍແຜ່ຄວາມອັນຕະລາຍ ຂອງພະຍາດ ໂຄວິດ-19 ແລະ ການປ້ອງກັນຕິດເຊື້ອ ແລະ ແຜ່ເຊື້ອ; ມີມາດຕະການເດັດຂາດ ຕໍ່ຜູ້ລະເມີດມາດຕະການທີ່ວາງອອກ; ປຸກລະດົມປະຊາຊົນເຂົ້າຮ່ວມ ຂະບວນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດ; ໃຫ້ການຈັດຕັ້ງບ້ານ ເປັນເຈົ້າການ ຕິດຕາມການເຄື່ອນໄຫວຂອງບຸກຄົນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໂດຍສະເພາະບ້ານເຂດແດງ ແລະ ເຂດເຫຼືອງ.

ພ້ອມນີ້, ໃຫ້ຂະແໜງສາທາລະນະສຸກ ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການທາງການແພດໃຫ້ດີທີ່ສຸດ ເປັນຕົ້ນການເຝົ້າລະວັງ, ການກວດຫາເຊື້ອ, ການປ້ອງກັນ, ການສັກວັກຊີນ, ການປິ່ນປົວຜູ້ຕິດເຊື້ອ ແລະ ອື່ນໆ ພ້ອມທັງ ສົມທົບອົງການປົກຄອງນະ ຄອນຫຼວງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ໃນການຕິດຕາມເອົາຜູ້ສຳຜັດໃກ້ຊິດຜູ້ຕິດເຊື້ອ ແລະ ກຸ່ມສ່ຽງມາກວດຫາເຊື້ອ ແລະ ຈຳກັດບໍລິເວນໃຫ້ຄົບ 14 ວັນຕາມລະບຽບການ.

ໃຫ້ກະຊວງສາທາລະນະສຸກ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບກະຊວງການເງິນ ຄົ້ນຄວ້າ ປະຕິບັດນະໂຍບາຍຕ່າງໆ ຕໍ່ພະນັກງານແພດ-ໝໍ, ເຈົ້າໜ້າທີ່ທະຫານ, ຕຳຫຼວດ ຕາມລະບຽບການ ແລະ ໃຫ້ທັນການ.

ແຕ່ນີ້ ຮອດວັນທີ 04 ມິຖຸນາ 2021 ທຸກພາກສ່ວນທີ່ກ່ຽວຂ້ອງ ຕ້ອງສູ້ຊົນເຮັດໜ້າທີ່ໃຫ້ດີທີ່ສຸດ ໂດຍນຳໃຊ້ທຸກທ່າແຮງທີ່ມີ, ສິ່ງສຳຄັນ ການຊີ້ນຳການປ້ອງກັນ ແລະ ແກ້ໄຂບັນຫາການແຜ່ລະບາດຂອງເຊື້ອພະຍາດນີ້ ໃຫ້ຄືກັນກັບນຊາການຕໍ່ສູ້ໃນສະໜາມຮົບ.

ພາບ ແລະ ຂ່າວ: ກົມປະຊາສຳພັນ, ຫສນຍ