ເລື່ອງສຸດຊ໊ອກເກີດຂຶ້ນອີກແລ້ວ ຄອນເຕ້ ຂໍແຍກທາງກັບ ອິນເຕີ ມິລານ ທັງທີ່ຫາກໍພາທີມຄວ້າແຊັມລີກ

492

ອັນໂຕນິໂອ ຄອນເຕ້ ຜູ້ຈັດການທີມຂອງ ອິນເຕີ ມິລານ ທີ່ຫາກໍພາທີມຄວ້າແຊັມ ກັລໂຊ ເຊເຣຍ ອາ ອິຕາລີ ລະດູການ 2020-2021 ດ້ວຍການດັບຝັນ ຢູເວນຕຸສ ທີ່ຄອງແຊັມລາຍການດັ່ງກ່າວມາເຖິງ 9 ປີ ຫຼ້າສຸດຍື່ນໃບລາອອກຈາກໄປແບບສຸດຊ໊ອກ.

ສາເຫດທີ່ ຄອນເຕ້ ຜູ້ຈັດການທີມຂອງ ອິນເຕີ ມິລານ ຍື່ນໃບລາອອກ ມີລາຍງານວ່າ: ການປະຊຸມຫົວໜ້າຜູ້ບໍລິການ ເນື້ອຫາສໍາຄັນຢູ່ທີ່ການຫຼຸດຄ່າຈ້າງທຸກພາກສ່ວນ ແລະ ຂາຍນັກເຕະທີ່ມີ ເພື່ອຫາເງິນປະຄອງທີມໃນໄລຍະການລະບາດຂອງ ໂຄວິດ-19.

ເຊິ່ງໃນນັ້ນ ຄອນເຕ້ ບໍ່ພໍໃຈຢ່າງໜັກເມື່ອ ສະຕີເວນ ຈາງ ປະທານສະໂມສອນຄົນປັດຈຸບັນ ແຈ້ງວ່າ: ຈະຫັກເງິນຄ່າຈ້າງແຕ່ລະຝ່າຍລົງ 20% ແລະ ຕ້ອງພິຈາລະນາຂາຍນັກເຕະໃຫ້ໄດ້ເງິນລວມກັນ 86,5 ລ້ານປອນ ເພື່ອເອົາເປັນທຶນສ້າງທີມໃນປີຕໍ່ໄປ.