ຄະນະສະເພາະກິດຮຽກຮ້ອງໃຫ້ ພ້ອມພາກັນໄປສັກວັກຊີນ ເພາະຍັງມີບາງແຂວງຕົວເລກຍັງຕໍ່າ

373

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ17 ພຶດສະພາ 2021 ທີ່ກະຊວງສາທາລະນະສຸກວ່າ: ໃນວັນທີ 26 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.990 ຕົວຢ່າງ ກວດພົບຜູ້ຕິດເຊື້ອໃໝ່ 12 ກໍລະນີໃນນັ້ນຢູ່ນະຄອນຫຼວງວຽງຈັນ 4 ຄົນ ແມ່ນເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ຕິດເຊື້ອໃນຊຸມຊົນເຊັ່ນ: ບ້ານຈອມມະນີ, ບ້ານຮ່ອງໄກ່ແກ້ວ, ບ້ານ ວັງຊາຍ ແລະ ພະນັກງານກະຊວງໂຍທາທິການ ແລະ ຂົນສົ່ງ. ສຳລັບ 5 ຄົນ ຢູ່ແຂວງຈຳປາສັກ ແລະ 3 ຄົນ ຢູ່ແຂວງສະຫວັນນະເຂດ ນັ້ນ ແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກກົດໝາຍ.


ເຮັດໃຫ້ມາຮອດປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອສະສົມທົ່ວປະເທດ 1.895 ຄົນ, ປິ່ນປົວຫາຍດີທັງໝົດ 1.281 ຄົນ (ໃໝ່ 20 ຄົນ) ແລະ ຍັງຕິດຕາມປິ່ນປົວ ທົ່ວປະເທດທັງໝົດ 612 ຄົນ.


ການລະບາດ ຮອບທີສອງ ຢູ່ ສປປ ລາວ ນີ້ອາດຈະມີຈໍານວນຄົນຕິດເຊື້ອຫຼາຍກວ່າປັດຈຸບັນ ແຕ່ເນື່ອງຈາກວ່າພັກ ແລະ ລັດຖະບານ ໄດ້ຊີ້ນໍາ ແລະ ເລັ່ງລັດໃຫ້ປະຊາຊົນໄດ້ຮັບວັກແຊັງປ້ອງກັນ ໂຄວິດ-19 ເຊິ່ງມາຮອດປະຈຸບັນນີ້ ພວກເຮົາສາມາດສັກໄດ້ ເຂັມທີ 1 ແມ່ນ 639.878 ໂດສ ແລະ ເຂັມທີ 2 ສັກໄດ້ 174.212 ໂດສ.ສິ່ງດັ່ງກ່າວກໍ່ເຮັດໃຫ້ຄົນຕິດເຊື້ອຫຼຸດລົງຕາມທີ່ກະຊວງສາທາລະນະສຸກໄດ້ຄາດຄະເນໄວ້.


ແຕ່ເຖິງຢ່າງໃດກໍຕາມພວກເຮົາກໍບໍ່ຄວນຈະຫຼົງໄຫຼກັບການລາຍງານຈໍານວນຕິດເຊື້ອໃໝ່ເພາະພວກເຮົາຍັງບໍ່ທັນສາມາດຢຸດຢັ້ງວົງຈອນຂອງການແຜເຊື້ອໃນຄັ້ງນີ້ໄດ້ເທື່ອ. ບາງແຂວງປະຊາຊົນກໍຍັງລັງເລໃນການໄປສັກວັກຊິນ ເພາະຄິດວ່າແຂວງຕົນເອງຍັງບໍ່ມີກໍລະນີຕິດເຊື້ອເທື່ອ ແຕ່ເມື່ອເກີດມີການລະບາດໃນແຂວງຂອງທ່ານແລ້ວຈຶ່ງຈະໄປສັກວັກຊິນມັນກໍຈະຊ້າເກີນໄປ ເພາະຕ້ອງໃຊ້ເວລາຢ່າງໝ້ອຍ 1 ເດືອນຫຼັງໄດ້ຮັບວັກຊີນ ຈຶ່ງເຮັດໃຫ້ຮ່າງກາຍມີິພູມຄຸ້ມກັນຕ້ານໂຄວິດ-19.


ດັ່ງນັ້ນ, ຂ້າພະເຈົ້າຮຽກຮ້ອງໃຫ້ ອໍານາດການປົກຄອງທ້ອງຖິ່ນ, ພະແນກສາທາລະນະສຸກແຂວງ ກໍຄືພະແນກການອື່ນໆ ຈົ່ງຊີ້ນໍາຢ່າງໃກ້ຊິດໃນບັ້ນສັກຢາປ້ອງກັນໃນແຂວງຂອງທ່ານໃຫ້ບັນລຸເປົ້າໝາຍທີ່ໄດ້ວາງໄວ້ ທັງນີ້ກໍເພື່ອ ປ້ອງກັນໂຕທ່ານເອງ, ຄົນໃນຄອບຄົວ, ສັງຄົມ ແລະ ປະເທດຊາດ ຈາກການລະບາດຮອບທີ ສອງ ໂດຍໄວ.