ມະຫາວິທະຍາໄລແຫ່ງຊາດ ມີ 11 ຂໍ້ປະຕິບັດ ເພື່ອສະກັດກັ້ນການລະບາດໂຄວິດ – 19 ຈົນຮອດວັນທີ 4 ມິຖຸນາ

961

ມະຫາວິທະຍາໄລແຫ່ງຊາດ ແຈ້ງບັນດາທ່ານຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ອໍານວຍການສູນ, ສະຖາບັນ, ຫໍສະໝຸດກາງ, ໂຮງໝໍ ແລະ ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ ສືບຕໍ່ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19 ໃນໄລຍະວັນທີ 21 ພຶດສະພາ ຫາ 4 ມິຖຸນາ 2021 ໂດຍອີງຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມ ຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ – 19 ສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2021 ແລະ ອີງຕາມທິດຊີ້ນໍາຂອງຄະນະນໍາ ມະຫາວິທະຍາໄລແຫ່ງຊາດ ຄັ້ງວັນທີ 21 ພຶດສະພາ 2021.

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຈຶ່ງແຈ້ງໃຫ້ຊາບກ່ຽວກັບມາດຕະການສະກັດກັ້ນພະຍາດໂຄວິດ – 19 ແລະ ການຈັດຕັ້ງການຮຽນ – ການສອນ ເຊິ່ງມີລາຍລະອຽດ 11 ຂໍ້ດັ່ງນີ້:

1. ໃຫ້ທຸກພາກສ່ວນພາຍໃນ ມຊ ສືບຕໍ່ເພີ່ມທະວີປະຕິບັດມາດຕະການຕ່າງໆທີ່ລະບຸໃນຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ, ຄໍາສັ່ງຂອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ສະບັບເລກທີ 470/ສສກ ລົງວັນທີ 20 ພຶດສະພາ 2021 ນັບແຕ່ວັນທີ 21 ພຶດສະພາ – 04 ມິຖຸນາ 2021 ແລະ ມອບໃຫ້ທຸກພາກສ່ວນຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19 ຢ່າງເຂັ້ມງວດ.

May be an image of one or more people and people standing

2. ໃຫ້ສືບຕໍ່ຈັດຕັ້ງປະຕິບັດການຮຽນ – ການສອນໃນຮູບແບບທາງໄກ ( Online ) ຂອງບາງຄະນະວິຊາທີ່ເຮັດໄດ້ ໂດຍໃຊ້: Facebook, OBS, Powerpoint + OBS, Google Classroom ຕາມ ຄວາມເໝາະສົມ ແລ້ວລາຍງານໃຫ້ຄະນະນໍາຊາບ, ພາກສ່ວນໃດທີ່ບໍ່ສາມາດຈັດຕັ້ງປະຕິບັດການຮຽນ – ການສອນໃນຮູບແບບທາງໄກ ( Online ) ໄດ້ແມ່ນໃຫ້ລໍຖ້າຫຼັງວັນທີ 04 ມິຖຸນາ 2021 ຈຶ່ງເປີດການຮຽນ – ການສອນໃນຮູບແບບ Module.

3. ໃຫ້ທຸກພາກສ່ວນສົມທົບກັນລະດົມທຶນ ແລະ ຮັບເອົາການຊ່ວຍເຫຼືອຈາກທຸກພາກສ່ວນໃນສັງຄົມ ດ້ວຍ ຄວາມຮັບຜິດຊອບສູງ ແລະ ເປັນເຈົ້າການຊຸກຍູ້ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19.

4. ໃຫ້ຫ້ອງການຄຸ້ມຄອງຫໍພັກ ແລະ ທຸກພາກສ່ວນທີ່ມີຫໍພັກນັກສຶກສາ ໃຫ້ເອົາໃຈໃສ່ຄວບຄຸມ, ຕິດຕາມການເຂົ້າ – ອອກ, ການພົວພັນເຊິ່ງກັນ ແລະ ກັນ ແລະ ຊີວິດການເປັນຢູ່ຂອງນັກສຶກສາທີ່ພັກຢູ່ຫໍພັກຂອງຕົນ ດ້ວຍການປະຕິບັດມາດຕະການທີ່ວາງໄວ້ຢ່າງເຂັ້ມງວດ.

5. ສໍາລັບສໍານັກງານ ຄະນະບໍດີ ແລະ ອະທິການບໍດີ ແມ່ນໃຫ້ສືບຕໍ່ຜັດປ່ຽນກັນປະຈໍາການ ແລະ ປ້ອງກັນເວນຍາມໃນແຕ່ລະວັນບໍ່ໃຫ້ຂາດ ຕາມຄວາມເໝາະສົມ, ຈໍານວນໜຶ່ງແມ່ນໃຫ້ເຮັດວຽກຢູ່ເຮືອນ ຫຼື ທີ່ພັກອາໄສ ໂດຍຜ່ານລະບົບສື່ເອເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດ ເພື່ອຫຼຸດຜ່ອນຄວາມແອອັດໃນສະຖານທີ່ເຮັດວຽກ ແລະ ຮັບປະກັນການປະຕິບັດໜ້າທີ່ວຽກງານຂອງຕົນ.

6. ໃຫ້ທຸກພາກສ່ວນມີສະຕິລະວັງຕົວ ແລະ ເພີ່ມທະວີໃນການກັ່ນກອງບໍລິໂພກຂ່າວຢ່າງມີຄວາມຮັບຜິດຊອບ ຈົ່ງມີຄວາມລະມັດລະວັງການລາຍງານຂ່າວ ( ປອມ ) ໃນສັງຄົມອອນລາຍ ສໍາຄັນທີ່ສຸດໃຫ້ຕິດຕາມຂ່າວສານທີ່ໜ້າເຊື່ອຖືໄດ້ຂອງທາງການ ແລະ ທຸກຂໍ້ມູນຂ່າວສານທີ່ຈະອອກສູ່ສັງຄົມພາຍໃຕ້ການບໍລິຫານຄຸ້ມຄອງ ຂອງ ມະຫາວິທະຍາໄລແຫ່ງຊາດ ແມ່ນໃຫ້ຜ່ານການອະນຸມັດເຫັນດີຈາກຄະນະສະເພາະກິດ ແລະ ຄະນະນໍາ ມະຫາວິທະຍາໄລແຫ່ງຊາດກ່ອນ.

May be an image of one or more people and indoor

7. ສືບຕໍ່ເຝົ້າລະວັງ ເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ – 19 ນັບແຕ່ວັນທີ 21 ພຶດສະພາ ຫາ 04 ມິຖຸນາ 2021.

8. ອະນຸຍາດໃຫ້ອອກກໍາລັງກາຍຢູ່ສວນສາທາລະນະ ຫຼື ສະຖານທີ່ກາງແຈ້ງທີ່ເໝາະສົມ ເຊັ່ນ: ແລ່ນ, ຍ່າງ ແລະ ຂີ່ລົດຖີບ ແຕ່ຕ້ອງໃສ່ຜ້າອັດປາກ – ດັງ, ຮັກສາໄລຍະຫ່າງບໍ່ໃຫ້ຫຼຸດ 2 ແມັດ, ບໍ່ໃຫ້ຈັດກຸ່ມກັນສົນທະນາກັນ ຫຼື ເຮັດກິດຈະກໍາອື່ນໆເກີນ 2 ຄົນ ແລະ ມອບໃຫ້ຫ້ອງການຄຸ້ມຄອງນັກສຶກສາ ຮ່າງໜັງສືສະເໜີຂໍອະນຸມັດຫາຄະນະສະເພາະກິດປ້ອງກັນພະຍາດໂຄວິດ – 19 ຂັ້ນສູນກາງ ເພື່ອຂໍອະນຸມັດເປີດເດີ່ນກີລາ ມຊ ໃຫ້ພະນັກງານ, ຄູ – ອາຈານ ແລະ ນັກຮຽນ – ນັກສຶກສາ ໄດ້ໃຊ້ອອກກໍາລັງກາຍ.

9. ໃຫ້ລະດົມ ແລະ ຈັດຕັ້ງການສັກວັກແຊັງໃຫ້ແກ່ຜູ້ບໍລິຫານ, ພະນັກງານ, ຄູ – ອາຈານ, ນັກຮຽນ ແລະນັກສຶກສາ ໃຫ້ສໍາເລັດໂດຍໄວ.

10. ໃຫ້ແຕ່ລະພາກສ່ວນລາຍງານສະພາບທີ່ເກີດຂຶ້ນໃນແຕ່ລະວັນ ໃຫ້ຄະນະນໍາຜູ້ທີ່ມາປະຈໍາການໃນແຕ່ລະວັນ ແລະ ຄະນະປະສານງານສະເພາະກິດຮັບຊາບ ແລະ ຖ້າມີບັນຫາດ່ວນສາມາດຕິດຕໍ່ເບີ: 021 770 381 ຫຼື 020 5208 1629.

11. ຄໍາສັ່ງແຈ້ງການສະບັບນີ້ແມ່ນກວມລວມ, ແຕ່ລະວິທະຍາເຂດ ສາມາດປັບປຸງເພີ່ມຕື່ມໃຫ້ເຂັ້ມງວດກວ່າເກົ່າ ເພື່ອໃຫ້ເໝາະສົມຕາມຄວາມເປັນຈິງຂອງແຕ່ລະວິທະຍາເຂດ.