ໄບເດັນ-ປູຕິນ ກຽມພົບປະກັນທີ່ສະວິດ ໃນກາງເດືອນໜ້າ

355

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 26 ພຶດສະພາວ່າ ທຳນຽບຂາວໄດ້ອອກຖະແຫຼງການ ລະບຸວ່າ: ປະທານາທິບໍດີ ໂຈ ໄບເດັນຂອງສະຫະລັດອາເມຣິກາ ແລະ ປະທານາທິບໍດີ ວະລາດີເມຍ ປູຕິນຂອງຣັດເຊຍຈະພົບປະກັນທີ່ນະຄອນຫຼວງເຈນີວາ ປະເທດສະວິດໃນວັນທີ 16 ມິຖຸນາຈະເຖິງນີ້.

 

ທ່ານ ນາງ ເຈນ ຊາກີ ໂຄສົກປະຈຳທຳນຽບປະທານາທິບໍດີສະຫະລັດອາເມຣິກາ ກ່າວວ່າ: ທ່ານ ໄບເດັນຫວັງວ່າ ຈະໃຊ້ໂອກາດນີ້ ເພື່ອປຶກສາຫາລືກັນໃນປະເດັນຕ່າງໆ ເພືອຟື້ນຟູສາຍພົວພັນລະຫວ່າງອາເມຣິກາ ແລະ ຣັດເຊຍ ໂດຍສະເພາະໃນປະເດັນທີ່ທັງສອງປະເທດສາມາດຮ່ວມມືກັນໄດ້ໃນອະນາຄົດ.

 

ໃນຂະນະທີ່ຖະແຫຼງການຂອງທຳນຽບປະທານາທິບໍດີຣັດເຊຍລະບຸວ່າ: ຜູ້ນຳທັງສອງປະເທດຈະປຶກສາຫາລືກັນໃນຂອບຮ່ວມມືລະດັບທະວິພາຄີ, ຍຸດທະສາດນິວເຄລຍ, ຄວາມຂັດແຍ່ງແຕ່ລະພູມີພາກ ແລະ ການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19.